ເຈົ້າໜ້າທີ່ເມັກຊິໂກ ໄດ້ເພີ້ມຈຳນວນຜູ້ເສຍຊີວິດ ຈາກແຜ່ນດິນໄຫວ ໃນວັນອັງຄານ
ທີ່ຜ່ານມາຂຶ້ນເປັນ 293 ຄົນໃນຂະນະທີ່ພວກກູ້ໄພຍັງສືບຕໍ່ຊອກຄົ້ນຫາຢູ່ຕາມຊາກ
ຫັກພັງ ແລະບໍ່ຍອມຢຸດເຊົາ ໂດຍຫວັງວ່າອາດຍັງຈະພົບເຫັນພວກທີ່ລອດຊີວິດຕື່ມ
ອີກ.
ຫົວໜ້າອົງການຄຸ້ມຄອງພົນເຮືອນແຫ່ງຊາດ ທ່ານ Luis Felipe Puente ກ່າວວ່າ
ຫລາຍກວ່າເຄິ່ງນຶ່ງຂອງພວກທີ່ເສຍຊີວິດ ຄື 155 ຄົນແມ່ນຢູ່ໃນນະຄອນຫຼວງເມັກ
ຊິໂກຊີຕີ້. ໃນຂໍ້ຄວາມທີ່ຂຽນລົງທາງ Twitter ໃນວັນສຸກວານນີ້ ທ່ານເວົ້າວ່າ ຜູ້ເສຍ
ຊີວິດໃນເຂດອື່ນໆ ຍັງບໍ່ມີການປ່ຽນແປງ ຄື 73 ຄົນ ທີ່ລັດ Morelos, 45 ຄົນທີ່ລັດ
Puebla, 13 ຄົນທີ່ລັດ Mexico, 6 ຄົນທີ່ລັດ Guerrero ແລະຄົນນຶ່ງ ທີ່ລັດ Oaxaca.
Your browser doesn’t support HTML5
Rescue Worker Describes Conditions in Searching for Survivors in Mexico
ຄະນະກູ້ໄພໃນເຂດພາກກາງຂອງເມັກຊິໂກ ໄດ້ເຮັດວຽກຕະຫຼອດ 24 ຊົ່ວໂມງຢູ່ຕາມ
ຕຶກອາຄານທີ່ພັງລົງມາ ນັບແຕ່ເລີ້ມມີການຊອກຫາຜູ້ທີ່ລອດຊີວິດມາໄດ້ຫລັງຈາກໄດ້
ເກີດແຜ່ນດິນໄຫວຂະໜາດແຮງ 7.1 ໃນວັນອັງຄານຜ່ານມາ.
ເຈົ້າໜ້າທີ່ກູ້ໄພເມັກຊິໂກ ທີ່ໄດ້ຮັບການຊ່ອຍເຫລືອໂດຍພວກກູ້ໄພຈາກທົ່ວໂລກຮວມ
ທັງອິສຣາແອລ ຍີ່ປຸ່ນແລະສະຫະລັດ ໄດ້ໃຫ້ການຊ່ອຍເຫລືອແກ່ຢ່າງໜ້ອຍ 60 ຄົນທີ່
ນະຄອນຫຼວງເມັກຊິໂກຊີຕີ້ ແລະຫົວເມືອງອ້ອມແອ້ມ.
ການຊອກຄົ້ນຫາ ຍັງດຳເນີນຢູ່ຕໍ່ມາ ຕາມສະຖານທີ່ຕ່າງໆ ໃນນະຄອນເມັກຊິໂກຊີຕີ້
ສາມມື້ກວ່າໆແລ້ວ ນັບຕັ້ງແຕ່ໄດ້ເກີດແຜ່ນດິນໄຫວ ເວລານີ້ ພວກກູ້ໄພແມ່ນພົບເຫັນ
ຊາກສົບຫລາຍກວ່າຜູ້ທີ່ລອດຊີວິດມາໄດ້ ແຕ່ເຈົ້າໜ້າທີ່ກ່າວວ່າ ຍັງມີຮ່ອງຮອຍຂອງ
ຜູ້ລອດຊີວິດຢູ່ໃນບາງເຂດ ທີ່ໝາສືບກິ່ນ ແລະເຄື່ອງເຊັນເຊີ້ ສະແດງໃຫ້ຮູ້. ກອງທັບ
ເມັກຊິໂກກ່າວວ່າ ມີ 115 ຄົນໄດ້ຖືກຊ່ອຍອອກມາຈາກຊາກຫັກພັງ.
ປະທານາທິບໍດີ Enrique Pena Nieto ໄດ້ຢືນຢັດວ່າ ການປະຕິບັດງານກູ້ໄພຈະ
ດຳເນີນຕໍ່ໄປ. ທ່ານໄດ້ກ່າວຊົມເຊີຍ ການຮັບມືຢ່າງວ່ອງໄວຂອງຊາວເມັກຊິໂກຕໍ່
ເຫດແຜ່ນດິນໄຫວ ໃນຂະນະທີ່ກ່າວຢ້ຳເຖິງບູລິມະສິດ ທີ່ຍັງຂວາງໜ້າຢູ່ ກໍຄືການ
ຊ່ອຍຊີວິດແລະການຈັດສົ່ງການປິ່ນປົວທາງການແພດໄປໃຫ້ຜູ້ຄົນທີ່ຕ້ອງການ.
ເຈົ້າໜ້າທີ່ເມັກຊິໂກ ສັນຍາວ່າ ຈະສືບຕໍ່ ຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້
ທ່ານ Pena Nieto ກ່າວວ່າ “ຂ້າພະເຈົ້າຕ້ອງໄດ້ຮັບຮູ້ ພວກອາສາສະໝັກທີ່ໄດ້ໃຫ້
ການຊ່ອຍເຫລືອແບບບໍ່ມີເງື່ອນໄຂໃດໆຕໍ່ພວກທີ່ຕ້ອງການນັ້ນ.”
ທຳນຽບປະທານາທິບໍດີ ໃນນຳອອກເຜີຍແຜ່ທາງ Twitter ຊຶ່ງຮວມທັງວີດີໂອທີ່ສະ
ແດງໃຫ້ເຫັນວ່າ ມີຫຼາຍພັນຄົນ ໄດ້ພົວພັນນຳ ການບັນເທົາທຸກ ແລະຂຽນວ່າ “ອີກ
ເທື່ອນຶ່ງ ຊາວເມັກຊິໂກໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງແລະຄວາມເປັນພະ
ລາດອນພາບທີ່ຍິ່ງໃຫຍ່.”
ແຕ່ກໍມີທ່າທາງວ່າ ໂຕເລກຜູ້ເສຍຊີວິດຍັງຈະເພີ້ມຂຶ້ນຕື່ມ.