ຢູ່ ເຢຍຣະມັນ ພວກນັກເຄື່ອນໄຫວ ແຕ້ມຮູບ graffiti ພວມຫັນປ່ຽນສັນຍາລັກ ນາຊີ ໃຫ້ມາເປັນ ສິນລະປະທີ່ໜ້າຊື່ນຊົມ

Your browser doesn’t support HTML5

ສັນຍາ​ລັກ​ຂອງ Nazi ທີ່​ຮູ້​ກັນ​ວ່າ swastika ​ໄດ້​ຖືກ​ວາງສະ​ແດງ​ຢູ່​ໃນ​ເມືອງ Charlot-
tesville ລັດ Virginia ລະຫວ່າງ​ການ​ເດີນ​ປະ​ທ້ວງ​ໃນ​ຕົ້ນ​ເດືອນ​ນີ້ ​ຂອງພວກ​ຜິວ​ຂາວ
ທີ່​ຖືວ່າ​ຕົນ​ເອງ​ເປັນ​ຍອດມະນຸດ ຊຶ່ງໄດ້​ນຳພາ​ໄປ​ສູ່​ຄວາ​ມຮຸນ​ແຮງ ​ແລະການແບ່ງ​ແຍກ
​ຢູ່​ໃນ​ສະຫະລັດ. ​ເຫດການດັ່ງກ່າວ ໄດ້ກະຕຸ້ນ​ໃຫ້​ເກີດ​ການ​ໂຕ້​ວ່າທີຂຶ້ນ ​ກ່ຽວ​ກັບ​ວ່າ​ຈະ
​ຕອບ​ໂຕ້​ດ້ວຍວິທີ​ໃດ. ຢູ່​ໃນ​ເຢຍຣະມັນ ບ່ອນທີ່ swastika ຖືກ​ຫ້າມ ກຸ່ມ​ນັກ​ເຄື່ອນ​ໄຫວ​
ແຕ້ມ graffiti ​ໄດ້ຖື​ເອົາ​ເລື່ອງດັ່ງກ່າວເປັນຂອງຕົນ​ເອງ ​ໂດຍຫັນປ່ຽນສັນຍາ​ລັກແຫ່ງ
ຄວາມ​ກຽດ​ຊັງອັນນີ້ ໃຫ້ເປັນ​ສິ່ງງົດ​ງາມ​ຢ່າງ​ໃດ​ຢ່າງ​ນຶ່ງ ​ທັງໃຫ້ມີລັກສະນະທາງບວກ​.
Faiza Elmasry ມີລາຍງານເລື່ອງນີ້ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​
ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ການຫັນປ່ຽນ ສັນຍາຫລັກ swastika ມາເປັນສິນລະປະທີ່ໜ້າຊົມ.

ເວລາ​ພວກນັກແຕ້ມຮູບຂີດຂຽນ graffiti ໃນ​ນະຄອນ Berlin ຕ້ອງການຫຽັງ​ເພື່ອ​ລະ
ບາຍ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ໃສ່​ຝາ ຢູ່່​ອ້ອມ​ແອ້ມ​ເມືອງ ຫລາຍໆ​ຄົນຈະ​ພາກັນ​ມາ
ບ່ອນໜີ້.

ທ່ານ Ibo Omari ເປັນຜູ້ບໍລິຫານຮ້ານ​ເຄື່ອງ​ແຕ້ມ​ຮູບ ​ແລະສະ​ໂມ​ສອນ​ວັດທະນາ​ທຳ​
ຊາວໜຸ່ມ.

ກອງ​ປະຊຸມ​ສຳລັບສິນລະປິນ​ໜຸ່ມ ​ເພື່ອ​ໃຫ້​ເຂົາ​ເຈົ້າໄດ້​ແລກປ່ຽນ​ແນວ​ຄິດກັນ ວ່າເຮັດ
ແນວໃດດີ ເພື່ອຈະ​ໃຊ້​ສິນລະປະ​ ໃຫ້ເປັນ​ອາວຸດເພື່ອຕໍ່ສູ້ກັບຄວາມ​ກຽດ​ຊັງແລະ​ສັນ
ຍາ​ລັກຕ່າງໆ​ ​ດັ່ງເຊັ່ນ swastika ນັ້ນເປັນຕົ້ນ.

ທ່ານ Ibo Omari ນັກ​ເຄື່ອນ​ໄຫ​ວ ສຳລັບ graffiti ກ່າວ​ວ່າ “​ມັນ​ມີ​ຄວາມ​ສໍາ​ຄັນ​ທີ່​ຈະ
​ຊຸກຍູ້ໃຫ້​ພວກ​ຊາວ​ໜຸ່ມ​ເຂົ້າ​ເອົາບົດບາດ ​ແລະ​ສົ່ງເສີມໃຫ້ເຂົາ​ເຈົ້າຮັບເອົາຄວາມຮັບ
ຜິດຊອບ ​ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ ພຽງ​ແຕ່​ວ່າ​ບໍ່​ຫົວຊາ ພາກັນ​ຍ່າງຜ່ານ​ສັນ​ຍາ​ລັກຂອງ
​ຄວາມ​ກຽດ​ຊັງນັ້ນໄປຊື່ໆ ​ແທນທີ່​ຈະບອ​ກ​ໃຫ້​ເຈົ້າ​ຂອງ ຫລືຜູ້​ຮັບຜິດຊອບ ວ່າ​ສັນຍາ
​ລັກ​ຄວາມ​ກຽດ​ຊັງ​ບໍ່ຄວນເອົາເອ້ໄວ້​ຢູ່​ຝາ ​ແລະເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກກົດ​ດັນ​ໃຫ້​ເອົາ
ມັນ​ອອກໄປ. ​ຖ້າພວກ​ເຂົາ​ເຈົ້າ​ບໍ່​ເຮັດ​ ພວກ​ເຮົາກໍຈະ​ໄດ້​ສະ​ເໜີໃຫ້ການຊ່ວຍ​ເຫລືອ
​ແລະ​ເວົ້າ​ວ່າ “ພວກ​ເຮົາ​ຢາກ​ເຮັດ​ໃຫ້ສວຍ​ງາມຂຶ້ນ.” ​ໃນທຸກໆກໍລະນີ ໂດຍບໍ່ມີການ​
ຍົກ​ເວັ້ນ ພວກ​ເຮົາ​ຈະໄດ້​ຮັບ​ອະນຸຍາດ ​ແລະ​ຄວາມເຫັນ​ພ້ອມ​ຈາກ​ຜູ້​ເປັນ​ເຈົ້າ​ຂອງ
ຫລື​ພວກ​ທີ່​ຮັບຜິດຊອບ ​ແລະ​ສາມາດ​ເຮັດ​ໃຫ້ງົດ​ງາມ​ໄດ້ ປາດ​ສະ​ຈາກດຳ​ເນີ​ນ
ການ​ພົວພັນ​ຫຍຸ້ງຍາກທາງການ.”

ໃນ​ປີ 2015 ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ເຂົ້າມາ​ຮ້ານ ທ່ານ Omari ​ເພື່ອ​ຊື້​ສີສະ​ເປ​ໄປສີດ ​ປົກ
ຮູບ swastika ຢູ່​ສວນສາທາລະນະ ບ່ອນ​ທີ່​ລູກ​ຊາຍ​ຂອງລາວ​ໄປຫລິ້ນ​. ທ່ານ
Omari ກ່າວ​ວ່າ ສອງ​ອາທິດ​ຕໍ່​ມາ ​ທ່ານ​ຕື່ນ​ຕົກ​ໃຈ ​ທີ່​ໄດ້​ຍິນ​ວ່າ ມີຮູບswastika
ແຕ້ມໃສ່ ​ຫລາຍ​ຂຶ້ນກວ່າເກົ່າ ​ຢູ່​ໃນ​ສວນ​ແລ່ນຫລິ້ນ skate ແຫ່ງນັ້ນ​.

ນັ້ນ​ແຫຼະຄື​ສິ່ງ​ທີ່ຊຸກຍູ້​ຈິດ​ໃຈ​ລາວ.

ທ້າວ Philip ອາຍຸສິບຫົກ​ປີ ​ເປັນນັກ​ແຕ້ມ​ໜຸ່່ມ​ນ້ອຍ​ຜູ້​ນຶ່ງ​ ທີ່​ລິ​ເລີ້ມ​ຢູ່​ໃນ​ໂຄງ ການ
“​ແຕ້ມຮູບ​ຄືນ.” ລາວ​ໄດ້​ພົວພັນໃນເລື່ອງນີ້​ກໍ​ເພາະວ່າ ລາວ​ເຊື່ອ​ວ່າ ຢູ່​ໃນ​ປະ​ເທດ​
ຂອງລາວ ບໍ່​ມີ​ບ່ອນ​ຢູ່ ສຳລັບຄວາມກຽດຊັງ​ຜີວພັນ. ​

ທ້າວ Philip ກ່າວ​ ເປັນພາສາເຢຍລະມັນວ່າ“​ເວລາ​ພວກ​ນັກ​ທ່ອງ​ທ່ຽວ​ມາ

​ຢ້ຽ​ມຢາມ​ນະຄອນ Berlin ​ແລະ​ເບິ່ງ​ຝາ ​ແລະເຫັນຮູບ swastika ​ເຂົາ​ເຈົ້າ​ຈະ​ຄິດ​
ວ່າ:ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ທີ່​ນີ້?

ມີ​ພວກ Nazi ຢູ່​ທຸກ​ບ່ອນ!” ​ແລະ​ພວກ​ເຮົາ​ບໍ່​ຕ້ອງ​ການ​ສິ່ງ​ເຫລົ່າ​ນັ້ນ. ທີ່​ຈິງ​ແລ້ວສິນ
ລະ​ປະກັມຂອງສັນຍາ​ລັກ​ຈະຈະມີສ່ວນດີກວ່າຄວາມໜ້າຂີ້ດຽດຂອງແນວຄິດ ແລ້ວ
ພວກ​ຜູ້​ຄົນກໍຈະ​ພາກັນ​ຍ່າງ​ຜ່ານ​ເມືອງໄປ​ດ້ວຍ​ຮອຍຍີ້ມ​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ.”

ວີ​ດີ​ໂອ ທີ່ສົ່ງ​ເສີມ​ການລິເລີ່ມ “​ແຕ້ມ​ຄືນ” ຊີ້ແຈງໃຫ້ເຫັນເດັ່ນຊັດ ຮູບພາບ​swastika
ປະມານ 25 ຮູບ ຢູ່​ໃນ​ນະຄອນ Berlin ທີ່​ກຸ່ມ​ດັ່ງກ່າວ​ໄດ້​ປັບປຸງປ່ຽນ​ແປງ. ປັດຈຸບັນ​ນີ້
​ໂຄງການ​ນີ້ ໄດ້​ຖືກ​ກ່າ​ຍ​ແກະຖ່າຍທອດອອກໄປ ​ຢູ່​ທົ່ວຫຼາຍໂຕ​ເມືອງ​ຢູ່ໃນ​ເຢຍຣະ​ມັນ.