ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ປະເທດຊາດແມ່ນ “ດີຂຶ້ນ ມີຄວາມເຂັ້ມແຂງຂຶ້ນ” ກວ່າໃນເວລາ ທີ່ທ່ານໄດ້ເຂົ້າຮັບ
ໜ້າທີ່ ໃນປີ 2008 ໂດຍຊີ້ໃຫ້ເຫັນເຖິງການຕ່າວປີ້ນຂອງພາວະທົດຖອຍທາງເສດ
ຖະກິດ ການຮັບຜ່ານໂຄງການຮັກສາສຸຂະພາບທີ່ເປັນສັນຍາລັກຂອງທ່ານ ແລະ ການແຕ່ງງານລະຫວ່າງກະເທີຍຢ່າງຖືກຕ້ອງຕາມກົດໝາຍ ເປັນຜົນສຳເລັດ ທີ່ ຊາວອາເມຣິກັນ ໄດ້ຮັບໄຊຊະນະ ໂດຍຜ່ານຄຳຂວັນ ການປ່ຽນແປງຂອງທ່ານນັ້ນ.
Your browser doesn’t support HTML5
President Barack Obama says because of you America is a stronger and better place
ພາກສ່ວນໜຶ່ງຂອງຄຳປາໄສກ່າວອຳລາ ຂອງທ່ານໂອບາມາ ໄດ້ດຶງດູດເອົາ ສຽງຕົບມືຂະໜາດໃຫຍ່ ຈາກຝຸງຄົນຫຼາຍພັນຄົນໃນນະຄອນ Chicago ຊຶ່ງຢູ່ ບໍ່ເທົ່າໃດກິໂລແມັດ ຈາກສະຖາທີ່ບ່ອນທີ່ທ່ານໄດ້ກ່າວຄຳປາໄສ ຮັບຕຳແໜ່ງ ໃນ
ຄ່ຳຄືນ ທີ່ທ່ານໄດ້ຊະນະຕຳແໜ່ງໃນທຳນຽບຂາວເປັນສະໄໝທຳອິດ.
ເຫຼືອເວລາບໍ່ຮອດສອງສັບປະດາ ກ່ອນໜ້າ ການສາບານໂຕເຂົ້າຮັບຕຳແໜ່ງ ຂອງ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ ທ່ານໂອບາມາ ໄດ້ຊີ້ນຳ ໃຫ້ທີມງານຂອງທ່ານ ຮ່າງບົດຄຳປາໄສ ທີ່ຈະກ່າວຕໍ່ຊາວອາເມຣິກັນທັງໝົດ ປະກອບດ້ວຍ ຈຳພວກຜູ້ທີ່ໄດ້ລົງຄະແນນ ໃຫ້ແກ່ທ່ານທຣຳນຳດ້ວຍ.
Your browser doesn’t support HTML5
President Barack Obama says we all have a lot of work to do on race
ທ່ານໂອບາມາ ໄດ້ກ່າວວ່າ ໃນຄຳປາໄສຂອງທ່ານວ່າ ມັນຂຶ້ນຢູ່ກັບຊາວອາເມຣິກັນ
ໝົດທຸກຄົນ ຈະຮັບປະກັນວ່າ ລັດຖະບານສາມາດຕອບສະໜອງ ຄວາມທ້າທ້າຍ
ທັງຫຼາຍ ຂອງປະເທດຊາດ ແລະ ວ່າທ່ານມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ການໂອນ ອຳນາດໃຫ້ຄະນະລັດຖະບານຊຸດໃໝ່ ເປັນໄປຢ່າງຮຽບຮ້ອຍເທົ່າທີ່ອາດເປັນໄປໄດ້.
ທ່ານໂອບາມາ ໄດ້ກ່າວວ່າ “ເຂົ້າໃຈດີ ປະຊາທິປະໄຕ ບໍ່ຈຳເປັນຕ້ອງມີຄວາມ ເປັນ
ອັນນຶ່ງອັນດຽວກັນ.” ທ່ານກ່າວຕື່ມວ່າ “ບັນດາຜູ້ກໍ່ຕັ້ງຂອງພວກເຮົາ ໄດ້ຖົກຖຽງກັນ ແລະ ໄດ້ປະນີປະນອມກັນ ແລະ ໄດ້ຄາດໝາຍວ່າ ພວກເຮົາຈະເຮັດເຊັ່ນນັ້ນຄືກັນ. ແຕ່ພວກເພິ່ນຮູ້ດີວ່າ ປະຊາທິປະໄຕ ແມ່ານຈຳເປັນຕ້ອງມີພື້ນຖານຂອງຄວາມ ສາມັກຄີກັນ--ແນວຄິດທີ່ວ່າ ໃຫ້ຄວາມແຕກຕ່າງທັງຫຼາຍ ຂອງພວກເຮົາໝົດທຸກ
ຄົນ ໃຫ້ສະແດງອອກມາ, ພວກເຮົາໝົດທຸກຄົນມີສ່ວນຮ່ວມນຳກັນ.”
Your browser doesn’t support HTML5
In Farewell, Obama Appeals for Unity and Participation in Democracy
ທ່ານໂອບາມາ ເປັນຄົນຜິວດຳຄົນທຳອິດທີ່ໄດ້ເຂົ້າຮັບໜ້າທີ່ເປັນປະທານາທິບໍດີ ສະຫະລັດ ແລະ ທ່ານໄດ້ເນັ້ນໃຫ້ເຫັນວ່າ ຫຼັງຈາກການເລືອກຕັ້ງຂອງທ່ານ ຫຼາຍໆ
ຄົນ ໄດ້ເວົ້າເຖິງອັນທີ່ພວກເຂົາເຈົ້າ ເອີ້ນວ່າ “ຍຸກຫຼັງການຈຳແນກເຊື້ອຊາດ” ໃນ ອາເມຣິກາ. ແຕ່ທ່ານໄດ້ກ່າວວ່າ ເຊື້ອຊາດ ຍັງເປັນ “ອຳນາດ ແລະ ກຳລັງທີ່ມັກຈະເປັນການແບ່ງແຍກ” ແລະ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນ ທີ່ຈະຕ້ອງປະຕິບັດ ກົດ ໝາຍຕໍ່ຕ້ານການຈຳແນກກີດກັນ.
ຮູບສະໄລດ໌
President Obama's Farewell Address in Chicago