ໃນການເຄື່ອນໄຫວ ທີ່ບໍ່ທຳມະດາເລີຍ ບັນດານັກການທູດ ສຫລ ກ່າວປະນາມ ທ່ານທຣຳ ກ່ຽວກັບການຈະລາຈົນ ທີ່ລັດຖະສະພາ

ລະເບີດແຕກຂຶ້ນ ເກີດຈາກອາວຸດຂອງຕຳຫຼວດແມ່ນເຫັນໄດ້ໃນຂະນະທີ່ພວກສະໜັບສະໜຸນ ປະທານາທິບໍດີ ສຫລ ທ. ດໍໂນລ ທຣຳ ພາກັນໄປເຕົ້າໂຮມກັນຢູ່ດ້ານໜ້າຂອງລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.

ໃນການເຄື່ອນໄຫວທີ່ບໍ່ທຳມະດາແທ້ໆເລີຍ ບັນດານັກການທູດຂອງອາເມຣິກາ ໄດ້ຮ່າງໜັງສືສອງສະບັບ ຜ່ານສາຍເຄໂບລ ໂດຍເປັນການປະນາມ ການປຸກລະດົມ ໃຫ້ເກີດການໂຈມຕີທີ່ຮ້າຍແຮງ ຕໍ່ລັດຖະສະພາຂອງປະທານາທິບໍດີ ດໍໂນລ ທຣຳ ແລະຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ໃນຄະນະລັດຖະບານຈົ່ງສະໜັບສະໜຸນ ການບັງຄັບໃຊ້ບົດເພີ້ມເຕີມລັດຖະທຳມະນູນສະຫະລັດ ຂໍ້ທີ 25 ເພື່ອປົດທ່ານອອກຈາກຕຳແໜ່ງ ອີງຕາມລາຍງານຂອງອົງການຂ່າວເອພີ.

ໂດຍນຳໃຊ້ສິ່ງທີ່ຮູ້ຈັກກັນດີຄື “ຊ່ອງທາງການບໍ່ເຫັນພ້ອມ” ຂອງກະຊວງການຕ່າງປະເທດ ອີງຕາມບັນດາເຈົ້າໜ້າທີ່ມືອາຊີບຂອງກະຊວງການຕ່າງປະເທດ ແລະໄດ້ກ່າວວ່າ ພວກເຂົາເຈົ້າ ຢ້ານວ່າ ການປິດລ້ອມ ເມື່ອວັນພຸດທີ່ຜ່ານມານັ້ນ ອາດເປັນການບ່ອນທຳລາຍຢ່າງໜັກ ຕໍ່ຄວາມເຊື່ອຖືຂອງສະຫະລັດ ໃນການສົ່ງເສີມແລະປົກປ້ອງຄຸ່ນຄ່າປະຊາທິປະໄຕຢູ່ຕ່າງປະເທດ.

ອີງຕາມສາຍເຄໂບລອັນທີສອງ ທີ່ໄດ້ກ່າວວ່າ “ການບໍ່ອອກມາປະກາດໃຫ້ປະທານາທິບໍດີ ຮັບຜິດຊອບຢ່າງເປີດເຜີຍ ກໍຈະເຮັດໃຫ້ເກີດຄວາມເສຍຫາຍຕື່ມອີກຕໍ່ປະຊາທິປະໄຕຂອງພວກເຮົາ ແລະຄວາມສາມາດຂອງພວກເຮົາທີ່ຈະປະຕິບັດເປົ້າໝາຍນະໂຍບາຍການຕ່າງປະເທດຂອງພວກເຮົາ ຢູ່ຕ່າງປະເທດ ໄດ້ຢ່າງມີປະສິດທິຜົນ”, ຊຶ່ງມັນໄດ້ຖືກໝຸນວຽນຢູ່ພາຍໃນບັນດານັກການທູດທັງຫຼາຍເມື່ອ ອາທິດແລ້ວນີ້ ແລະຕໍ່ຈາກນັ້ນ ໄດ້ຖືກສົ່ງໄປໃຫ້ຜູ້ນຳຂອງກະຊວງການຕ່າງປະເທດ.

ສາຍເຄໂບລດັ່ງກ່າວ ເປັນການປະທ້ວງຕໍ່ຕ້ານທີ່ບໍ່ທຳມະດາເລີຍ ຕໍ່ປະທານາທິບໍດີ ສະຫະລັດທີ່ດຳລົງຕຳແໜ່ງຢູ່ນັ້ນ ໂດຍບັນດານັກການທູດອາເມຣິກັນ ຜູ້ທີ່ໄດ້ຈົ່ມທຸກມາດົນນານແລ້ວວ່າ ລັດຖະບານທ່ານທຣຳ ບໍ່ຫົວຊາແລະເຮັດໃຫ້ບົດບາດແລະຄວາມຊ່ຽວຊານຂອງພວກເຂົາເຈົ້າ ຕົກຕ່ຳລົງ. ຊ່ອງທາງການບໍ່ເຫັນພ້ອມນັ້ນ ຕາມທຳມະດາແລ້ວ ຈະຖືກນຳໃຊ້ເພື່ອຄັດຄ້ານໂດຍສະເພາະເຈາະຈົງ ຕໍ່ການຕັດສິນໃຈໃດໆໃນດ້ານນະໂຍບາຍການຕ່າງປະເທດ. ສາຍເຄໂບລສອງສະບັບຫລ້າສຸດນີ້ ປາກົດວ່າ ບໍ່ເຄີຍມີມາກ່ອນເລີຍ ໃນຂອບເຂດແລະຄຸນລັກສະນະການສະແດງຄວານເຫັນຂອງພວກເຂົາເຈົ້າ ຕໍ່ປະທານາທິບໍດີ ທີ່ວ່າ ເປັນອັນຕະລາຍ ຕໍ່ປະເທດຊາດ.

ສາຍເຄໂບລນີ້ ຍັງໄດ້ສະທ້ອນໃຫ້ເຫັນເຖິງຄວາມບໍ່ພໍໃຈນຳການຮັບມືກັບການກໍ່ຈະລາຈົນ ໂດຍທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ່ເປັນພັນທະມິດ ທີ່ຈົງຮັກພັກດີຂອງທ່ານທຣຳ.

ທ່ານພອມພຽວ ໄດ້ກ່າວປະນາມຕໍ່ຄວາມຮຸນແຮງຢູ່ທີ່ລັດຖະສະພາ ແຕ່ເຫັນໄດ້ ແຈ້ງວ່າ ທ່ານບໍ່ໄດ້ກ່າວເຖິງບົດບາດທີ່ທ່ານທຣຳມີໃນການຊຸກຍູ້ໃຫ້ພວກສະໜັບສະໜຸນຂອງທ່ານ ຜູ້ທີ່ໄດ້ບຸກເຂົ້າໄປໃນຕຶກລັດຖະສະພາ ຫຼືທ່ານພອມພຽວ ກໍບໍ່ໄດ້ ກ່າວເຖິງຜົນທີ່ຕິດຕາມມາ ຫຼື ບໍ່ຍອມຮັບຮູ້ວ່າ ບັນດານັກການທູດຂອງອາເມຣິກາຢູ່່ຕ່າງປະເທດທັງຫຼາຍ ບັດນີ້ ອາດປະເຊີດໜ້າກັບຄວາມຫຍຸ້ງຍາກໃໝ່ ໃນການສົ່ງເສີມປະຊາທິປະໄຕ.

ໃນພາກສ່ວນຂອງທ່ານນັ້ນ ທ່ານທຣຳ ໄດ້ດ່າກ່ຽວກັບສິ່ງທີ່ທ່ານເຫັນວ່າ ເປັນການບໍ່ຈົງຮັກພັກດີຢູ່ທີ່ກະຊວງການຕ່າງປະເທດ. ໃນຄັ້ງນຶ່ງ ທ່ານໄດ້ກ່າວອ້າງເຖິງກະຊວງນີ້ຢ່າງເປີດເຜີຍ ແລະຢູ່ຕໍ່ໜ້າທ່ານພອມພຽວ ແລະບັນດານັກຂ່າວວ່າ ເປັນ “ກະຊວງການຕ່າງປະເທດທີ່ລຶກລັບ” ອັນເປັນການອ້າງເຖິງສິ່ງທີ່ທ່ານທຣຳ ແລະພວກສະໜັບສະໜຸນຂອງທ່ານ ເຊື່ອວ່າເປັນກຸ່ມຂ້າລັດຖະການທີ່ຍຶດໝັ້ນຕັ້ງໃຈ ທີ່ຈະລົ້ມລ້າງນະໂຍບາຍຂອງທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ