ໃນການຕໍ່ສູ້ທາງດ້ານເສດຖະກິດຂອງສະຫະລັດ ກັບຈີນນັ້ນ ລັດຖະບານຈີນ ມັກຈະ
ຖືກວາດພາບວ່າ ເປັນຜູ້ມີອິດທິພົນ ທາງການເມືອງ ໂດຍທຳການລົງທຶນຂະໜາດໃຫຍ່
ໃນການຄົ້ນຄວ້າ ແລະແຜ້ວທາງໃຫ້ບໍລິສັດຈີນຈະເລີນເຕີບໂຕ.
ຈີນ ແມ່ນເປັນຕົວຢ່າງທີ່ດີ ສຳລັບອຸດສາຫະກຳຂອງສະຫະລັດ ໃນຂະນະທີ່ເຂົາເຈົ້າ
ຮ້ອງຂໍໃຫ້ລັດຖະບານສະຫະລັດດຳເນີນການເພີ້ມຕື່ມເພື່ອຊ່ວຍເຂົາເຈົ້າ ໃນການແຂ່ງ
ຂັນຢູ່ໃນທົ່ວໂລກ.
ພາຍຂະຫຍາຍ ຂອງ ຊຸດເຄື່ອງ ໄມໂຄຣຄອນໂທເລີ ອິນຟີນີອອນ XMC 4700 (Infineon microcontroller) ທີ່ໄດ້ຖືກຖ່າຍ ໃນລະຫວ່າງ ການວາງສະແດງ ຢູ່ທີ່ກອງປະຊຸມປະຈຳປີ ຂອງພວກຖືຮຸ້ນ ໃນບໍລິສັດຜະລິດ ເຊມີຄອນດັກເຕີ ເຢຍຣະມັນໃນນະຄອນ ມິວນິກ, ວັນທີ 21 ກຸມພາ 2019.
ລາຍງານໃໝ່ 2 ສະບັບ ທີ່ອອກໃນອາທິດນີ້ ຄືສະບັບນຶ່ງແມ່ນຈາກອຸດສາຫະກຳ ບໍ່ໃຊ້
ສາຍຂອງສະຫະລັດ ແລະອີກສະບັບນຶ່ງ ແມ່ນຈາກອຸດສາຫະກຳ ເຊມີຄອນດັກເຕີ້
(semiconductor) ສະແດງໃຫ້ເຫັນວ່າ ບັນດາບໍລິສັດຂອງສະຫະລັດກຳລັງຊອກ
ສະແຫວງຫາການຊ່ວຍເຫຼືອ ຈາກວໍຊິງຕັນເພີ້ມຂຶ້ນ ໃນການແຂ່ງຂັນກັບລິສັດຈີນ ທີ່
ເປັນຄູ່ແຂ່ງ.
ອົງການ CTIA ທີ່ຕາງໜ້າໃຫ້ອຸດສາຫະກຳບໍ່ໃຊ້ສາຍຂອງສະຫະລັດ ພົບເຫັນຢູ່ໃນ
ລາຍງານຂອງຕົນວ່າ ສະຫະລັດແມ່ນພວມສະເໝີກັນກັບຈີນ ເມື່ອເວົ້າເຖິງ “ຄວາມ
ພ້ອມ ຂອງລະບົບ 5G.” ລະບົບ 5G ແມ່ນລະບົບຕາໜ່າງທີ່ບໍ່ໃຊ້ສາຍຄວາມໄວສູງ
ທີ່ກຳລັງສ້າງກັນຢູ່ໃນທົ່ວໂລກ.
ໃນປີກາຍນີ້ ສະຫະລັດແມ່ນຕິດອັນດັບ 3 ນຳຫຼັງຈີນ ແລະເກົາຫຼີໃຕ້ ຕາມລຳດັບ
ອີງຕາມອົງການ CTIA.