ຫ້ອງເກັບສົບ ແລະໂຮງໝໍ ໃນ ເບລາຣຸສ, ​ແມ່ນ​ຮ່ອງ​ຮອຍ ໃນການສູນເສຍ​ທາງທະຫານ ຂອງ ຣັດເຊຍ ຢູ່ໃນຢູເຄຣນ

ເບລາຣຸສ- ໂຮງໝໍສະໜາມຂອງທະຫານ ຣັດເຊຍ ຢູ່ໃນເມືອງ ນາຣູລຢາ, ພູມິພາກ ໂຮໂມລ, ເມື່ອວັນທີ 1 ມີນາ 2022. (svaboda.org / RFE/RL)

ມັນບໍ່ມີບ່ອນຫວ່າງສໍາລັບເກັບມ້ຽນສົບເລີຍຢູ່ໃນເມືອງມາສເຊຍ (Mazyr), ມັນ ຖືກບັນຈຸເຕັມໄປດ້ວຍສົບຂອງທະຫານຣັດເຊຍ.

ຢູ່ໂຮງໝໍໃນເມືອງແຫ່ງນຶ່ງຂອງເບລາຣຸສ ເຊິ່ງຫ່າງຈາກຊາຍແດນຢູເຄຣນ ປະ ມານ 60 ກິໂລແມັດ, ຢູ່ທາງຍ່າງ ແລະຫ້ອງຄົນເຈັບ ເຕັມໄປດ້ວຍພວກທະ ຫານບາດເຈັບທີ່ກໍາລັງຮ້ອງຄວນຄາງດ້ວຍຄວາມເຈັບປວດ ຈາກບາດຂອງພວກເຂົາທີ່ເກີດຈາກການຕໍ່ສູ້ໃນສະໜາມລົບ.
ຢູ່ທີ່ສະຖານີລົດໄຟໃຫຍ່, ທະຫານ ຣັດເຊຍ ໄດ້ບັນທຶກພາບວີດີໂອກ່ຽວກັບການຂົນສົ່ງດ້ວຍເປຫາມຜູ້ບາດເຈັບ, ໂດຍປາກົດໃຫ້ເຫັນ ການຂົນສົ່ງທະຫານຜູ້ທີ່ໄດ້ຮັບບາດເຈັບຈາກລົດຂອງໂຮງໝໍທະຫານ ໄປຫາລົດໄຟທີ່ກໍາລັງລໍຖ້າຢູ່ທີ່ນັ້ນ ເຊິ່ງດໍາເນີນການໂດຍບໍລິສັດລົດໄຟຂອງລັດຖະບານ ຣັດເຊຍ.

ຢູ່ທີ່ເມືອງ ນາຣູລຢາ (Naroulya), ເຊິ່ງເປັນເມືອງທີ່ຢູ່ໃກ້ກັບຊາຍແດນຂອງ ຢູເຄຣນ ທີ່ສຸດ, ປະຊາຊົນລາຍງານວ່າ ໂຮງໝໍສະໜາມຂອງ ຣັດເຊຍ ໄດ້ມີການຫ້າງຫາກະກຽມຂຶ້ນຢູ່ໂຮງລົດເກົ່າ ແລະພວກທະຫານ ຣັດເຊຍ ທີ່ໄດ້ຮັບບາດເຈັບຕ່າງກໍໄດ້ຂົນສົ່ງເຂົ້າມາຈາກ ຢູເຄຣນ ເປັນຈໍານວນຫຼາຍ ໂດຍໄດ້ຮັບການປິ່ນປົວແບບສັ້ນໆ, ຈາກນັ້ນ ກໍຂົນສົ່ງໄປເມືອງມາສເຊຍ ແລະເມືອງ ໂຮແມລ (Homel) ເຊິ່ງເປັນເມືອງຫຼວງປະຈໍາພູມິພາກແຫ່ງນັ້ນ.

ນີ້ເປັນອາທິດທີ 4 ແລ້ວ, ສົງຄາມຢູ່ໃນ ຢູເຄຣນ ຂອງ ຣັດເຊຍ ຍັງຄົງເຮັດໃຫ້ໂຕເລກຜູ້ເສຍຊີວິດຂອງພົນລະເຮືອນ ແລະທະຫານຢູເຄຣນ ເພີ້ມຂຶ້ນແບບເປັນ ຕາຢ້ານຢູ່ທັງສອງຝ່າຍ. ການໂຈມຕີແລະການສູ້ລົບທີ່ອັນຕະລາຍທີ່ສຸດ ທີ່ເກີດ ຂຶ້ນຢູ່ໃກ້ກັບຊາຍແດນຂອງເບລາຣຸສ ໃກ້ກັບເມືອງໂຮແມລ, ທີ່ໃກ້ກັນກັບເມືອງ ຄາກີບ ແລະ ຊູມີ ທາງທິດຕາເວັນອອກ ເຊິ່ງໃກ້ກັບຊາຍແດນຂອງ ຣັດເຊຍ; ແລະບໍລິເວນຮອບເມືອງທ່າຕ່າງໆເຊັ່ນ ເມືອງມາຣີອູໂປລ ແລະເມືອງເຄີສັນ.

ການນັບຈໍານວນຜູ້ທີ່ໄດ້ຮັບບາດເຈັບແບບຖືກຕ້ອງ ແລະເຊື່ອຖືໄດ້ນັ້ນແມ່ນຍາກຫຼາຍ. ສະເພາະພົນລະເຮືອນ, ອົງການສະຫະປະຊາຊາດ ໄດ້ມີການບັນທຶກຜູ້ເສຍຊີວິດຢູ່ 780 ຄົນ ແລະຫຼາຍກວ່າ 1,250 ຄົນແມ່ນຜູ້ທີ່ໄດ້ຮັບບາດເຈັບ, ແຕ່ຄາດການວ່າ ຈໍານວນທີ່ແນ່ນອນນັ້ນອາດຈະສູງກວ່ານີ້, ເຊິ່ງເຈົ້າໜ້າທີ່ຂອງ ຢູເຄຣນ ກ່າວວ່າ ມີພົນລະເຮືອນຫຼາຍພັນຄົນ ທີ່ໄດ້ຖືກສັງຫານ.

ຈໍານວນຜູ້ເສຍຊີວິດຂອງຜູ້ຕໍ່ສູ້ນັ້ນ ແມ່ນພິສູດໄດ້ຍາກ, ເຊິ່ງນັກຊ່ຽວຊານກ່າວວ່າ ແຕ່ລະຝ່າຍຕ່າງກໍເວົ້າເກີນຄວາມເປັນຈິງໃນການເຮັດໃຫ້ສັດຕູສູນເສຍເປັນ ຈໍານວນຫຼາຍ ແລະການສູນເສຍຂອງຕົນເອງແມ່ນໜ້ອຍລົງ.

ຢູ່ໃນ ຣັດເຊຍ, ການນັບຈໍານວນທີ່ຖືກຕ້ອງທີ່ສຸດນັ້ນ ແມ່ນຍາກຂຶ້ນ ເນື່ອງຈາກການຈັດລະບຽບທີ່ເຂັ້ມງວດຂອງລັດຖະບານ ກ່ຽວກັບຂໍ້ຈໍາກັດກ່ຽວ​ກັບ​ການ​ລາຍ
ງານທີ່ເປັນອິດສະຫຼະ ​ແມ່ນ​ແຕ່​ການ​ໃຊ້​ຄຳວ່າ “ສົງຄາມ” ແລະ “ການຮຸກຮານ” ແມ່ນຖືເປັນຄວາມຜິດທາງອາຍາ.

ອ່ານຂ່າວນີ້ເປັນພາສາອັງກິດ