ຄະນະກຳມະການຕຸລາການຂອງສະພາຕ່ຳສະຫະລັດ ກຳລັງມີແຜນທີ່ຈະລົງຄະແນນສຽງ ເພື່ອກຳນົດຂອບເຂດການປະຕິບັດການສືບສວນ ເພື່ອທຳການຟ້ອງຮ້ອງປະທານາທິບໍດີດໍໂນລ ທຣຳ.
ອົງການຂ່າວການເມືອງໂປລິຕິໂກ (Politico) ທຳອິດໄດ້ລາຍງານການເຄື່ອນໄຫວດັ່ງກ່າວວ່າ ລາຍງານຂອງຕົນໄດ້ອີງໃສ່ “ລາຍງານຈາກຫຼາຍແຫຼ່ງທີ່ໄດ້ຮູ້ກ່ຽວກັບການສົນທະນາເລື້ອງນີ້ແບບສັ້ນໆ.”
ຄະນະກຳມະການດັ່ງກ່າວຄາດວ່າຈະລົງຄະແນນສຽງກ່ຽວກັບລາຍລະອຽດເລື້ອງນີ້ໃນອາທິດໜ້ານີ້.
ຮ່າງມັດຕິທີ່ວ່ານີ້ ຄາດວ່າຈະເຜີຍແຜ່ອອກໃນຕອນເຊົ້າວັນຈັນຈະມາເຖິງນີ້ ອີງຕາມໜັງສືພິມ Politico.
ລາຍງານນັ້ນກ່າວວ່າ ບັນດາສະມາຊິກພັກເດໂມແຄຣັດ “ຫວັງວ່າການກຳນົດຄວາມໝາຍຂອງການຮ້ອງຂໍໃຫ້ມີການຟ້ອງຮ້ອງຂອງເຂົາເຈົ້າຢ່າງຈະແຈ້ງນັ້ນ ຈະເຮັດໃຫ້ແຮງງັດຂອງເຂົາເຈົ້າທີ່ຜັກດັນໃຫ້ບັນດາພິຍານຫັງຫຼາຍໃຫ້ມາໃຫ້ຄຳໃຫ້ການນັ້ນ ເພີ້ມສູງຂຶ້ນ.”
ເຖິງຢ່າງໃດກໍຕາມ ກໍຍັງບໍ່ເປັນທີ່ແນ່ໃຈເທື່ອວ່າ ການສືບສວນດັ່ງກ່າວຈະນຳໄປສູ່ການກ່າວຫາໃດໆຕໍ່ທ່ານປະທານາທິບໍດີໄດ້ຫລືບໍ່.
ໜັງສືຟ້ອງຮ້ອງດັ່ງກ່າວນີ້ ຈະຕ້ອງໄດ້ນຳໄປລົງຄະແນນສຽງໂດຍສະພາຕ່ຳໂດຍທັງໝົດ ແລະຍັງບໍ່ແນ່ນອນເທື່ອວ່າ ສະພາສູງທີ່ຄວບຄຸມໂດຍພັກຣີພັບບລິກັນນັ້ນ ຈະລົງຄະແນນສຽງເອົາປະທານາທິບໍດີອອກຈາກຕຳແໜ່ງຫລືບໍ່.
ຄະນະກຳມະການນິຕິບັນຍັດຫລາຍຄະນະ ກຳລັງກວດເບິ່ງເລື້ອງຕ່າງໆ ທີ່ກ່ຽວຂ້ອງກັບປະທານາທິບໍດີ ຮວມທັງການທີ່ທ່ານບໍ່ໄດ້ເປີດເຜີຍເອກະສານເສຍພາສີຂອງທ່ານ, ການຈ່າຍເງິນຄ່າປິດປາກເພື່ອຍຸຕິເລື້ອງອັບອາຍບໍ່ໃຫ້ຖືກເປີດເຜີຍໃຫ້ຄົນທົ່ວໄປຮູ້ ແລະການໃຊ້ຈ່າຍເງິນຂອງຜູ້ເສຍພາສີໃຫ້ໂຮງແຮມ ແລະສະຖານທີ່ຕ່າງໆ ທີ່ເປັນຊັບສິນຂອງປະທານາທິບໍດີນັ້ນອີກດ້ວຍ.