Your browser doesn’t support HTML5
ຜົນກະທົບຂອງໄໝນໍາເຂົ້າຈາກປະເທດເພື່ອນບ້ານ ຕໍ່ສິ້ນໄໝລາວ
ແມ່ຍິງລາວທ່ານນຶ່ງ ເຊິ່ງເປັນເຈົ້າຂອງທຸລະກິດເຄື່ອງໄໝສໍາລັບສະຕີ ຢູ່ວຽງຈັນ ໄດ້ກ່າວໃຫ້ທາງ VOA ຟັງວ່າ “ສິ້ນໄໝແລະຜ້າບ່ຽງໄໝ ແມ່ນມີຢູ່ຫຼາຍລະດັບ ໃຫ້ລູກຄ້າເລືອກຊື້ ແລ້ວແຕ່ຄຸນນະພາບ ຂອງລວດລາຍຜ້າໄໝ, ແຕ່ໄໝທີ່ເປັນໄໝແທ້ໆ ຈະມີຄວາມແພງກວ່າເພາະມີຄວາມທົນທານກວ່າ ແລະກໍໃສ່ສະບາຍກວ່າ, ບໍ່ຍ້ວຍງ່າຍຄືໄໝຮຽນແບບ ເຊິ່ງໝາຍເຖິງໄໝທີ່ນໍາເຂົ້າມາຈາກຈີນ ໂດຍມັນຈະມີລັກສະນະແຂງ ແລະກໍ່ຍ້ວຍໄວເວລາທີ່ສວມໃສ່ ເອົາໄປຊັກເທື່ອທີ່ນຶ່ງຈະຮູ້ໃນທັນທີ ເຖິງຄວາມແຕກຕ່າງລະຫວ່າງໄໝລາວແທ້ໆ ແລະໄໝທຽມທີ່ນໍາເຂົ້າມາຈາກຈີນ.”
ສ່ວນແມ່ຍິງຄົນນຶ່ງ ທີ່ເປັນພະນັກງານເຮັດວຽກໂຄງການ ໄດ້ເລົ່າເຖິງເຫດຜົນທີ່ນາງເລືອກຊື້ ແລະຊົມໃຊ້ຜະລິດຕະພັນສິ້ນໄໝແທ້ໆຂອງລາວດັ່ງນີ້:
“ເຮົາຂ້ອນຄ່າງວ່າ ເຮົາມີກໍາລັງແດ່ໜ້ອຍນຶ່ງ ຈັງໃດເຖິງວ່າຊິແພງເຮົາກະຍັງບືນໃສ່ໂຕທີ່ເປັນໄໝຢູ່ເນາະ, ແຕ່ໄໝທີ່ມັນປົນ ເຂົາເຈົ້າເອີ້ນວ່າໄໝຫຼາບປົນ ໝາຍຄວາມວ່າ ເຄືອຫຼາບ ແຕ່ຕໍ່າໄໝກ່ອມໄໝຈີນ ຈັ່ງຊີ້ຫັ້ນໜາ ຕົ້ນທຶນມັນຈະຖືກລົງ ລາຄາເຂົາເຈົ້າກໍຈະຂາຍກັນຢູ່ປະມານ 4-5 ແສນ. ເວລາແນມເບິ່ງໄກໆມັນກໍຈະເປັນຄືໃໝຫຼາບຫັ້ນລະ ແຕ່ເວລາຈັບເບິ່ງເນື້ອມັນຈະເປັນແຂງໆ ເນື້ອມັນຈະບໍ່ເປັນລື່ນໆ ມື່ນໆຄືໄໝຫຼາບທີ່ເຮົານຸ່ງ.”
ໂດຍປົກກະຕິ ແມ່ຍິງລາວກັບຜືນສິ້ນ ເປັນຂອງຄູ່ກັນມາແຕ່ດົນນານແລ້ວ, ແລະພວກເຂົາເຈົ້າກໍຈະຮູ້ວ່າ ສິ້ນແຕ່ລະຜືນມີລາຄາທີ່ແຕກຕ່າງກັນ ຂຶ້ນຢູ່ກັບຄວາມຍາກຂອງລວດລາຍໃນການຕໍ່າ ແລະເນື້ອຂອງເສັ້ນໄໝ. ແຕ່ກ່ອນ ການຕໍ່າສິ້ນໄໝ ແມ່ນຈະໃຊ້ແຕ່ເສັ້ນໃໝທີ່ມາຈາກການລ້ຽງມ້ອນ ເຊິ່ງຂັ້ນຕອນນີ້ ຄົນທີ່ເພິ່ນລ້ຽງມ້ອນຈະເຂົ້າໃຈຂັ້ນຕອນລະອຽດ ແລະຊັບຊ້ອນກ່ອນຊິໄດ້ໄໝມາໃນແຕ່ລະຄັ້ງ, ດັ່ງນັ້ນ ລາຄາຂອງສິ້ນໄໝທີ່ຕໍ່າຈາກໄໝທໍາມະຊາດ ຈຶ່ງມີຄວາມແພງກວ່າໄໝທົ່ວໄປທີ່ມາແຕ່ຕ່າງປະເທດ.
ທີ່ຜ່ານມາ ເລື້ອງສິນຄ້າທີ່ເຂົ້າມາຈາກປະເທດເພື່ອນບ້ານທີ່ເປັນສິນຄ້າຮຽນແບບ ແມ່ນມີຫຼາຍ, ແຕ່ທີ່ສ້າງຄວາມເປັນຫ່ວງ ໃຫ້ແກ່ປະຊາຊົນລາວ ໂດຍສະເພາະແມ່ນບັນດາແມ່ຍິງລາວ ແມ່ນເລື້ອງສິນຄ້າຮຽນແບບປະເພດສິ້ນ, ເຊິ່ງແຕ່ກ່ອນ ແມ່ນມີສິ້ນຮຽນແບບ ຫຼືທີ່ປະຊາຊົນຮ້ອງກັນວ່າ “ສິ້ນກັອບປີ້” ເຂົ້າມາຈໍາໜ່າຍຫຼາຍ, ຕໍ່ມາກໍປ່ຽນມາເປັນເສັ້ນໄໝຮຽນແບບ ໂດຍຈະນໍາເອົາເສັ້ນໄໝດັ່ງກ່າວໄປຕໍ່າໃນເຄືອຫູກ ຄືກັນກັບໄໝລາວທົ່ວໄປ.