ເຈົ້າໜ້າທີ່ ​ກວດ​ຄົນ​ເຂົ້າ​ເມືອງ ສຫລ ​ຜັກ​ດັນໃຫ້ ດໍາເນີນຄະດີ​ ຕໍ່ຄົນທີ່ພາ​ລູກ ເຂົ້າມາ​ ສຫລ​ ຢ່າງ​ຜິດ​ກົດໝາຍ

ພາບຖ່າຍໃນວັນທີ 10 ເມສາ, 2018 ສະແດງໃຫ້ເຫັນວ່າ ມີທະຫານຍາມຊາຍແດນຄົນນຶ່ງ ສ່ອງກ້ອງເບິ່ງ ຄົນຢູ່ຟາກນໍ້າ ອີກກໍ້ານຶ່ງ ຂອງແມ່ນໍ້າຣີໂອ ແກຣນ (Rio Grande) ຢູ່ຊາຍແດນໃນເມືອງໂຣມາ ຂອງລັດເທັກຊັສ ກັບເມັກຊິໂກ.

ພວກເຈົ້າໜ້າທີ່​ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ສະຫະລັດ ​ກໍາລັງ​ຜັກ​ດັນ​ໃຫ້​ມີ​ການ​ປ່ຽນ​ແປງນະ
ໂຍບາຍທີ່​ອະນຸຍາດ​ໃຫ້ດໍາ​ເນີນ​ຄະດີ​ພໍ່​ແມ່​ທີ່ພາ​ລູກ​ຂອງ​ຕົນ​ເຂົ້າມາ​ໃນ​ສະຫະລັດ​ໂດຍ​
ຜິດ​ກົດໝາຍ ອີງ​ຕາມລາຍ​ງານ​ ຂອງໜັງສື​ພິມວໍຊິງ​ຕັນໂພສທ໌ (Washington Post).

ຢູ່​ໃນ​ບົດ​ສະ​ເໜີ​ທີ່ໜັງສື​ພິມ​ດັ່ງກ່າວ​ໄດ້​ມາພວກເຈົ້າໜ້າທີ່​ດັ່ງກ່າວ​ເວົ້າວ່າ​ໄດ້​ນາບ​ຂູ່
ວ່າ ​ຈະ​ກ່າວຫາຜູ້​ໃຫຍ່​ເຫລົ່ານັ້ນວ່າ​ໄດ້​ທໍາ​ຜິດ​ທາງ​ອາຍາ ​ແລະໃຫ້ຈໍາ​ຄຸກພວກເຂົາ
ເຈົ້າ ຈະ​ເປັນ​ວິທີ​ການ​ທີ່ "ມີ​ປະສິດທິ​ຜົນ ​ສູງ​ທີ່​ສຸດ" ​ເພື່ອ​ເຮັດ​ໃຫ້ການ​ເຂົ້າ​ເມືອງ​ຜິດ​
ກົດໝາຍຍຸ​ຕິ​ລົງ.

ແຕ່​ຖ້ານະໂຍບາຍ​ດັ່ງກ່າວ​ຫາ​ກ​ໄດ້​ຖືກ​ຈັດຕັ້ງປະຕິບັດ ມັນ​ກໍ​ຈະ​ເຮັດ​ໃຫ້ຫຼາຍ​ພັນຄອບ
ຄົວພັດ​ພາກ​ຈາກ​ກັນ. ບົດ​ບັນ​ທຶກບໍ່​ໄດ້​ເວົ້າວ່າ ພໍ່​ແມ່​ຂອງ​ເດັກ ທີ່​ຍອມ​ມາ​ມອບ​ຕົວດ້ວຍ
​ຕົວ​ເອງ​ຈະ​ບໍ່ຖືກ​ດໍາ​ເນີນ​ຄະດີ.

ນະ​ໂຍບາຍ​ໃນປັດຈຸບັນ ​ແມ່ນ​ອະນຸຍາດ​ໃຫ້​ປ່ອຍ​ພໍ່​ແມ່​ຂອງ​ເດັກ ​ແລະ​ໄປ​ຢູ່​ນໍາ​ລູກ​ຂອງ
​ພວກ​ເຂົາ​ເຈົ້າ​ໃນ​ຂະນະ​ທີ່​ລໍຖ້າ​ການຖືກເນລະ​ເທດ​ຢູ່​ນັ້ນ.

ບົດສະ​ເໜີ​ດັ່ງກ່າວ​ ໄດ້​ຖືກ​ສົ່ງ​ໄປ​ໃຫ້​ລັດຖະມົນຕີ​ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ,
ທ່ານນາງ ​ເຄີ​ສທ໌​ເຈັນ ​ນີລ​ເຊ​ນ (Kirstjen Nielsen) ​ໃນ​ວັນ​ຈັນທີ່ ຜ່ານ​ມາແລະ​ໄດ້​ຖືກ
​ເຊັນ​ໂດຍທ່ານ ​ທໍ​ມັສ ​ໂຮ​ແມນ (Thomas Homan) ຮັກສາການ​ຫົວໜ້າອົງການຄວບ
ຄຸມ​ຄົນ​ເຂົ້າ​ເມືອງ ​ແລະ​ພາສີ, ທ່ານ​ແອ​ລ. ​ແຟຣນຊິສ ຊິ​ສສນາ (L. Francis Cissna), ຜູ້ອຳນວຍການ ອົງການ​ບໍລິການ​ດ້ານ​ການ​ໃຫ້​ສັນຊາດ​ແລະກວດ​ຄົນເຂົ້າ​ເມືອງ ​ແລະ
ທ່ານ​ເຄວິນ ​ເຄ. ​ແມັກ​ອາ​ລິີແນນ (Kevin K. McAleenan), ຄະນະ​ກໍາມະການວ່າ​ດ້ວຍ
​ພາສີ​ແລະການ​ປົກປ້ອງ​ຊາຍ​ແດນ ອີງ​ຕາມລາຍ​ງານ​ຂອງໜັງສື​ພິມວໍຊິງ​ຕັນໂພສທ໌ (Washington Post).

ບົດສ​ະ​ເໜີສະບັບ​ນັ້ນຍັງ​ໄດ້​ເຕືອນ​ວ່າ ຈໍານວນ​ພໍ່​ແມ່​ທີ່​ພະຍາຍາມພາ​ລູກ​ຂ້າມ​ຊາຍ
​ແດນ​ມາ ຈະ​ສືບຕໍ່ເພີ້ມຂຶ້ນຖ້າ​ຫາກ​ທ່ານນາງນີລ​ເຊ​ນ ບໍ່​ໃຊ້ມາດ​ຕະການ​ຫຍັງ. ບົດສະ
​ເໜີ​ສະບັບນັ້ນຍັງ​ໄດ້​ເວົ້າວ່າ ມີ​ຄົນ​ພະຍາຍາມ​ຂ້າມ​ຊາຍ​ແດນ​ມາ​ເກືອບ​ຮອດ 700 ຄັ້ງ
ຕໍ່ມື້​ໃນ​ອາທິດ​ຜ່ານ​ມາ ຊຶ່ງ​ເປັນ​ຈໍານວນ​ສູງ​ທີ່​ສຸດ​ນັບ​ແຕ່​ປີ 2016 ​ເປັນຕົ້ນມາ.

ບົດສ​ະ​ເໜີຍັງ​ເວົ້າອີກ​ວ່າ ລັດຖະບານ​ທ່ານ​ທຣໍາທົດ​ລອງໃຊ້​ວິທີ​ການ​ນີ້ຢູ່​ໃນພາກ ສ່ວນ
​ແອ​ລ ​ພາ​ໂຊ (El Paso) ຂອງ​ການ​ລາດຕະ​ເວນ​ຊາຍ​ແດນ ທີ່​ກວາ​ມ​ເອົາ​ພາກ​ຕາ​ເວັນ​
ຕົກ​ຂອງ​ລັດ​ເທັກ​ຊັສ ​ແລະ​ລັດ​ນີວ​ເມັກ​ຊິ​ໂກ ​ໃນເດືອນ​ກໍ​ລະ​ກົດ ປີ 2017 ຫາ​ເດືອນ​ພະ
ຈິກ 2017 ທີ່​ຜ່ານ​ມາ. ​ບົດ​ສະ​ເໜີນັ້ນ ​ເວົ້າວ່າ ເນື່ອງ​ຈາກ​ມີ​ການ​ທົດ​ລອງ​ເຮັດ​ເຊັ່ນ​ນັ້ນ
ຈໍານວນຄອບຄົວ​ທີ່​ພະຍາຍາມຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍຈຶ່ງໄດ້​ຫລຸດ​ລົງ 64 ​ເປີ​
ເຊັນ.

ໜັງສື​ພິມວໍຊິງ​ຕັນໂພສທ໌ ​ໄດ້​ຂຽນຕາມຖ້ອຍ​ຄໍາ ​ທີ່ເວົ້າຢູ່​ໃນບົດ​ສະ​ເໜີນັ້ນວ່າ "ການ​ຫຼຸດ
​ລົງ​ ຂອງຈໍານວນຄອບຄົວ​ທີ່​ພະຍາຍາມຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍນີ້ ກໍ​ແມ່ນ​ເປັນ​
ຍ້ອນການ​ນໍາ​ເອົາ​ຜູ້​ໃຫຍ່ ​ມາ​ດໍາ​ເນີນ​ຄະດີ​ຕາມ​ກົດໝາຍ ... ອີງ​ຕາມ​ບັນທຶກຂອງຈໍາ
ນວນຄອບຄົວ​ ທີ່​ພະຍາຍາມຂ້າມ​ຊາຍ​ແດນກັບ​ເລີ້ມຕົ້ນ​ເພີ້ມຂຶ້ນອີກ​ພາຍຫລັງ​ທີ່​ໂຄງ
ການ​ລິ​ເລີ້ມດັ່ງກ່າວ​ສິ້ນສຸດ​ລົງ."

ອ່ານນີ້ເພີ້ມເປັນພາສາອັງກິດ