ໃນຫລາຍໆປີຜ່ານມາ ເວລາພວກເຈົ້າໜ້າທີ່ການເງິນຂອງໂລກມາປະຊຸມປະຈໍາປີກັນ ຢູ່
ທະນາຄານໂລກແລະອົງການກອງທຶນສາກົນ ທີ່ນະຄອນຫລວງວໍຊິງຕັນນັ້ນ ແມ່ນໄດ້ມີ
ພວກປະທ້ວງລຸຫລັ່ງມາ ທໍາການປະທ້ວງຢ່າງຫລວງຫລາຍ ຕໍ່ຕ້ານແລະຕໍາໜິຕິຕຽນ
ລະບອບນາຍທຶນແລະປະນາມຄວາມໂລບມາກ.
ແຕ່ໃນກອງປະຊຸມປີນີ້ ເມື່ອທ້າຍອາທິດຜ່ານມານີ້ ປາກົດວ່າຖະໜົນຫົນທາງງຽບສະງັດ.
ມີການຄຸ້ມກັນຄວາມປອດໄພຢູ່ເປັນບາງແຫ່ງ ແຕ່ສ່ວນຫລາຍແລ້ວ ຈະເຫັນແຕ່ພວກທີ່
ມາຮ່ວມກອງປະຊຸມ ຍ່າງເຂົ້າຢ່າງອອກສຸພາບ.
ທຸກໆຄົນຈະຍິ້ມຫົວເວລາຖ່າຍພາບລວມ ແຕ່ໃນສ່ວນເລິກແລ້ວ ແມ່ນມີຄວາມເຄ່ງຂຶມທໍ້ໃຈ.
ທ່ານ Tharman Shanmugaratnam ປະທານຄະນະກໍາມະການການເງິນຂອງອົງການກອງທຶນສາກົນ ກ່າວວ່າ:
“ເວລານີ້ ພວກເຮົາແມ່ນຕົກຢູ່ໃນສະຖານນະການທີ່ບໍ່ໝັ້ນຄົງ ພວກເຮົາປະເຊີນກັບ ບັນຫາໜີ້ສິນທີ່ຮ້າຍແຮງທີ່ສຸດແລະອັນຕະລາຍທາງດ້ານການທະນາຄານທີ່
ມາສຸມໃສ່ກັນ ຊຶ່ງມີຈຸດໃຈກາງຢູ່ໃນເຂດຢູໂຣ.”
ທ່ານ Shanmugaratnam ກ່າວຕໍ່ໄປວ່າ ບັນຫາຂອງຢູໂຣບແມ່ນມີພື້ນຖານມາຈາກເສດຖະກິດໂລກທີ່ອ່ອນແອລົງ ໂດຍສະເພາະຢູ່ໃນສະຫະລັດ ພອກພູນໃສ່ກັບບັນຫາການຂາດຄວາມໝັ້ນໃຈໃນແຜນປະຕິບັດການນະໂຍບາຍງົບປະມານ ໃນພວກປະເທດທີ່ຈະເຣີນແລ້ວ ທັງຫລາຍນັ້ນ.
ຄລິກບ່ອນນີເພື່ອເບິ່ງວີດີໂອ ພາສາລາວ
ກ່ອນໜ້ານັ້ນ ທ່ານ ທິມ ໄກ້ທ໌ເນີ ລັດຖະມົນຕີການເງິນສະຫະລັດ ໄດ້ກ່າວໂດຍໃຊ້
ຖ້ອຍຄໍາທີ່ແຮງທີ່ສຸດຂອງທ່ານເທົ່າທີ່ຜ່ານມາ ວ່າ ພວກຜູ້ນໍາຢູໂຣບຄວນຈະປະຕິບັດ
ງານຢ່າງໃກ້ຊິດກັນຫລາຍຂຶ້ນ ກັບທະນາຄານກາງຂອງພວກເຂົາເຈົ້າ ເພື່ອຄໍ້າປະກັນ
ໃຫ້ເງິນທຶນແລະເງິນສົດ ຍັງມີຢູ່ຢ່າງພຽງພໍເພື່ອສໍາຮອງໄວ້ໃນຍາມລໍາບາກໃນຫລາຍມື້ ຕໍ່ໜ້າ.
ທ່ານນາງ ຄຣິສຕີນ ລາກາດ ຫົວໜ້າ IMF ຫລື ອົງການກອງທືນສາກົນ.
ທ່ານນາງ Christine Lagarde ຜູ້ອໍາ
ນວຍການຝ່າຍຈັດການຂອງ IMF ກ່າວ
ວ່າ ຫົວຂໍ້ເລື່ອງນີ້ແມ່ນໄດ້ກຽມໄວ້ ພ້ອມ
ທີ່ຈະນໍາມາຫາລືກັນແລ້ວ.
“ເຖິງແມ່ນ ຊ່ວງເວລານີ້ຈະເປັນເວລາ
ທີ່ຮ້າຍແຮງຫລາຍປານໃດກໍຕາມ
ພວກເຮົາເອງ ແລະເສດຖະກິດໂລກ
ກໍແມ່ນໄດ້ເຮັດມາຮອດເຄິ່ງທາງແລ້ວ
ວຽກງານຕ່າງໆທີ່ຈໍາເປັນຕ້ອງເຮັດນັ້ນ.
ຖ້າພວກທ່ານສຶກສາເບິ່ງເລື່ອງກົດລະ
ບຽບດ້ານການເງິນ ເບິ່ງເລື່ອງການ
ຈັດການກັບວິກິດການ ເລື່ອງການປົກ
ຄອງທີ່ຖືກປັບປຸງໃຫ້ດີຂຶ້ນໃນພວກປະ
ເທດເຂດຢູໂຣ ເລື່ອງການສ້າງຄວາມເຂັ້ມແຂງແກ່ເງິນທຶນຂອງພວກທະນາຄານທັງ
ຫລາຍນັ້ນ ທ່ານກໍຈະເຫັນວ່າ ມີຫລາຍສິ່ງຫລາຍຢ່າງໄດ້ເກີດຂຶ້ນແລ້ວ.”
ໃນຂະນະດຽວກັນ ບັນດາລັດຖະມົນຕີການເງິນຂອງ ກຸ່ມ BRICS ທີ່ປະກອບດ້ວຍປະເທດບຣາຊິລ ຣັດເຊຍ ອິນເດຍ ແລະຈີນ ນັ້ນ ກໍກ່າວວ່າ ພວກເຂົາເຈົ້າຈະປະຕິບັດທຸກຢ່າງເທົ່າທີ່ສາມາດເຮັດໄດ້ ເພື່ອຊ່ວຍສ້າງຄວາມທຸ່ນທ່ຽງໃຫ້ແກ່ເສດຖະກິດໂລກ. ພວກປະເທດເຫລົ່ານີ້ ທີ່ຖືກັນວ່າເປັນຕະຫລາດທີ່ກໍາລັງໂຜ່ໂຕຂຶ້ນມານັ້ນ ໂດຍທົ່ວໄປແລ້ວ ແມ່ນໄດ້ ຜ່ານພົ້ນວິກິດການການເງິນໄປໄດ້ດີກວ່າພວກເສດຖະກິດທີ່ຈະເຣີນແລ້ວ ດ້ວຍຊໍ້າ.
ທ່ານ Nicolas Eyzaguirre ຜູ້ອໍານວຍການຫ້ອງການຊີກໂລກຕາເວັນຕົກຂອງ IMF ກ່າວວ່າ:
“ແຕ່ກ່ອນນັ້ນ ເວລາໃດທີ່ມີໄຂ້ຫວັດເກີດຂຶ້ນໃນພວກເສດຖະກິດທີ່ຈະເຣີນແລ້ວ
ທັງຫລາຍ ພວກເຮົາແມ່ນຈະພາກັນເປັນປອດບວມ. ມາຄັ້ງນີ້ ເບິ່ງຄືວ່າ ໂຣກ
ປອດບວມກໍາລັງເກີດຂຶ້ນຢູ່ໃນພວກປະເທດທີ່ເສດຖະກິດກ້າວໜ້າແລ້ວ ແລະ
ພວກເຮົາກໍຄົງຈະພາກັນເປັນຫວັດໄປໝົດ.”
ພວກປະເທດເຫລົ່ານີ້ ຍັງຈະຕ້ອງພິຈາລະນາເບິ່ງວ່າພວກເຂົາເຈົ້າຈະເອົາຊັບພະຍາກອນ
ຂອງເຂົາເຈົ້າ ໄປລົງທຶນຢູ່ບ່ອນໃດ.
ເບິ່ງວີດີໂອ ພາສາອັງກິດ: