ອົງການ ICRC ກ່າວວ່າ 1 ສ່ວນ 4 ຂອງປະຊາຊົນຊາວອາຟຣິກາ ກໍາລັງປະເຊີນກັບ 'ວິກິດການຄວາມໝັ້ນຄົງທາງດ້ານອາຫານ'

ແຟ້ມຮູບ-ນາງເອັມທັອງກາ ອິລຽມຈີ, ຜູ້ຍົກຍ້າຍຖິ່ນຖານພາຍໃນປະເທດ ຢູ່ທີ່ສູນ Duma IDPs, ກໍາລັງແຕ່ງອາຫານດ້ວຍແປ້ງ ທີ່ເປັນຄາບທໍາອິດສໍາລັບຄອບຄົວຂອງລາວ ຢູ່ທີ່ສູນໃນລັດ ເບນູ, ຢູ່ທາງທິດເໜືອພາກກາງຂອງປະເທດ ໄນຈີເຣຍ, ວັນທີ 6 ມັງກອນ 2022.

ຄະນະກໍາມະການອົງການກາແດງສາກົນຫຼື ICRC ກ່າວວ່າ 1 ສ່ວນ 4 ຂອງປະຊາຊົນຊາວອາຟຣີກາ 346 ລ້ານຄົນ ກໍາລັງປະເຊີນກັບ “ວິກິດການຄວາມໝັ້ນຄົງທາງດ້ານອາຫານ.”

ອົງການ ICRC ກ່າວວ່າ ບັນຫາດັ່ງກ່າວນັ້ນ ແມ່ນກວມເອົາທົ່ວທັງໝົດຂອງທະວີບ ໂດຍ​ມີ “ຫຼາຍລ້ານຄອບຄົວຕ້ອງໄດ້ອົດກິນເຂົ້າໃນແຕ່ລະມື້” ແລະ “ສະ ຖານະການຄວາມຫິວໂຫຍທີ່​ໜ້າ​ຕື່ນ​ຕົກ​ໃຈນັ້ນ ມີຄວາມສ່ຽງວ່າກໍາລັງເພີ້ມທະວີຄວາມຮຸນແຮງຂຶ້ນ ໃນອີກບໍ່ເທົ່າໃດເດືອນທີ່ຈະມາເຖິງນີ້.”

ອີງຕາມລາຍງານຂອງອົງການ ICRC, ສາເຫດຕ່າງໆແມ່ນມາຈາກບັນ​ຫາຂັດແຍ້ງ, ຄວາມແຫ້ງແລ້ງ, ລາຄາຂອງອາຫານການກິນທີ່ເພີ້ມສູງຂຶ້ນ, ລາຄານໍ້າມັນທີ່​ແພງຂຶ້ນ ແລະສະຖານະການຂອງການລະບາດພະຍາດໂຄວິດ-19 ທີ່ຍືດເຍື້ອມາຍາວນານ.

ທ່ານໂດມີນິກ ສຕີລຮາຣ໌ທ (Dominik Stillhart), ຫົວໜ້າຝ່າຍດໍາເນີນງານຂອງອົງການ ICRC ກ່າວວ່າ “ນີ້ແມ່ນໄພພິບັດທີ່ກໍາລັງກວ້າງອອກໂດຍທີ່ບໍ່ມີໃຜສັງເກດ. ຫຼາຍລ້ານຄອບຄົວກໍາລັງອຶດຢາກ ແລະເດັກນ້ອຍຈໍານວນຫຼາຍກໍາລັງຈະຕາຍຍ້ອນຂາດສານອາຫານ.”

“ພວກເຮົາກໍາລັງປັບປຸງການດໍາເນີນງານຢູ່ໃນຫຼາຍໆປະເທດເຊັ່ນ ໂຊມາເລຍ, ເຄັນຢາ, ​ໄນຈີເຣຍ, ເບີກີນາຟາໂຊ ແລະປະເທດອື່ນໆ, ໂດຍພະຍາຍາມທີ່ຈະຊ່ວຍຫຼາຍໆຄົນເທົ່າທີ່ເຮົາຈະສາມາດຊ່ວຍໄດ້, ແຕ່ຈໍານວນຜູ້ຄົນທີ່ກໍາລັງຂາດອາຫານ ແລະນໍ້າດື່ມນັ້ນ ແມ່ນກໍາລັງເພີ້ມຂຶ້ນຢ່າງຫຼວງຫຼາຍ.”

ເມື່ອເດືອນແລ້ວນີ້, ອົງການ ICRC ກ່າວວ່າ ປະເທດໂຊມາເລຍ ແມ່ນໄດ້ຮັບຜົນກະທົບທີ່ຮຸນແຮງສຸດໃນຂົງເຂດແຫຼມອາຟຣິກາ ທີ່ກໍາລັງປະເຊີນກັບບັນຫາໄພແຫ້ງແລ້ງຢ່າງຕໍ່ເນື່ອງ. ອົງການ ICRC ລະບຸວ່າ ພືດຜົນຕ່າງໆເສຍຫາຍ, ລະດັບຂອງນໍ້າຫຼຸດລົງ ແລະການລ້ຽງສັດ ກໍປະ​ສົບກັບຄວາມສູນເສຍ.

ອ່ານຂ່າວນີ້ເປັນພາສາອັງກິດ