ໄອຊະແລນດ໌ ຍົກລະດັບ ການເຕືອນ ຂຶ້ນເປັນຂີດແດງ ກ່ຽວກັບ ພູໄຟ Bardarbunga (ສະ​ໄລ​ດ໌/ວີດີໂອ)

ປ້າຍເຕືອນ ທີ່ຕັນຂວາງໄປສູ່ພູໄຟ Bardarbunga ປະມານ 20 ກິໂລແມັດ ຫ່າງຈາກເຂດແຜ່ນນ້ຳກ້ອນ Vatnajokull ໃນພາກຕາເວັນຕົກສຽງເໜືອຂອງໄອຊະແລນດ໌ (19 ສິງຫາ 2014)

ສະຖາບັນອຸຕຸນິຍົມຂອງໄອຊະແລນດ໌ ໄດ້ຍົກລະດັບການເຕືອນ
ກ່ຽວກັບພູໄຟ ທີ່ໃຫຍ່ທີ່ສຸດຂອງປະເທດ.

ສະຖາບັນດັ່ງກ່າວ ໄດ້ຍົກລະດັບການເຕືອນຂຶ້ນສູ່ຂີດແດງ ໃນ
ວັນສຸກມື້ນີ້ ຊຶ່ງເປັນລະດັບສູງສຸດ ຫລັງຈາກພູໄຟ Bardarbun-
ga ເລີ້ມລະເບີດ ແຕ່ຍັງບໍ່ແຮງ ໃນຄືນແລ້ວນີ້.

ເຈົ້າໜ້າທີ່ການບິນ ຂອງໄອຊະແລນດ໌ ຍັງໄດ້ສັ່ງໃຫ້ປິດ ເຂດອາ
ກາດ ຢູ່ອ້ອມແອ້ມພູໄຟດັ່ງກ່າວ.

ແຕ່ແນວໃດກໍຕາມ ຫ້ອງການປ້ອງກັນໄພພົນລະເຮືອນ ກ່າວຢູ່
ໃນຖະແຫຼງຂ່າວສະບັບນຶ່ງວ່າ ຍັງບໍ່ທັນມີການພົບເຫັນ ຂີ້ເຖົ່າພູໄຟເທື່ອ.

ພູ​ໄຟ Bardarbunga ລະ​ເບີດ

ຂີ້ເຖົ່າຈາກການລະເບີດຂອງພູໄຟ Eyjafjallajokull ຢູ່ໄອຊະແລນໃນປີ 2010 ໄດ້ເຮັດ
ໃຫ້ ມີການປິດ ສ່ວນໃຫຍ່ຂອງເຂດອາກາດຢູໂຣບ ເປັນເວລາ 6 ມື້. ການລະເບີດຂອງ
ພູໄຟດັ່ງກ່າວ ຊຶ່ງຕັ້ງຫ່າງຈາກນະຄອນຫຼວງ Raykjavik ປະມານ 100 ກວ່າກິໂລແມັດ
ໜ້ອຍນຶ່ງນັ້ນ ໄດ້ເປັນຜົນກະທົບຕໍ່ພວກຜູ້ໂດຍສານທາງອາກາດ ຫຼາຍກວ່າ 10 ລ້ານຄົນ
ແລະສ້າງ ຄວາມເສຍຫາຍ ເປັນມູນຄ່າ 1 ພັນ 700 ລ້ານໂດລາ.

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ໄອຊະແລນດ໌ ໄດ້ເພີ້ມລະດັບການເຕືອນ ຕໍ່ອຸດສາຫະກຳການ ບິນ ກ່ຽວກັບການລະເບີດຂອງພູໄຟໜ່ວຍນີ້ ຂຶ້ນເປັນສີໝາກກ້ຽງ ຊຶ່ງເປັນລະດັບທີ 4 ຂອງ ທັງໝົດ 5 ລະດັບດ້ວຍກັນ. ແຕ່ການເຕືອນດັ່ງກ່າວ ໄດ້ຖືກຍົກເລີກໃນມື້ຕໍ່ມາ.

Your browser doesn’t support HTML5

ICELAND VOLCANO VO