ສານອາຍານາໆຊາດ ຍົກເລີກ ການຟ້ອງຮ້ອງ ປ. ເຄນຢາ

ໄອຍະການ Fatou Bensouda ກຳລັງເບິ່ງ ໃນລະຫວ່າງການດຳເນີນຄະດີ ຕໍ່ຜູ້ນຳທະຫານບ້ານຄອງໂກ ທ່ານ Brosco Ntaqanda ທີ່ສານອາຍານາໆຊາດ

ຫົວໜ້າ​ໄອ​ຍະ​ການ ​ສານ​ອາຍາ​ນາໆ​ຊາດ ກ່າວ​ວ່າ ທ່ານ​ນາງ​
ຈະ​ສືບຕໍ່​ເກັບ​ກຳ​ຫລັກ​ຖານ​ ກ່ຽວກັບ ປະທານາທິບໍດີ​ເຄນ​ຢາ
ທ່ານ Uhuru Kenyetta ​ເຖິງ​ແມ່ນ​ວ່າ ການ​ກ່າວ​ຫາ​ທ່ານ​ໄດ້
​ຖືກ​ຍົກເລີກໄປແລ້ວກໍຕາມ.

​ໃນ​ວັນ​ສຸກ​ວານ​ນີ້ ​ໄອ​ຍະ​ການ Fatou Bensouda ​ໄດ້​ຖອນ​
ການ​ຟ້ອງ​ຮ້ອງ ຢ່າງ​ເປັນ​ທາງ​ການ ໃນຂໍ້ຫາກໍ່ໂທດກຳ​ຕ້ານ​
ມະນຸດຊາດ​ຕໍ່​ທ່ານ Kenyetta ​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ບົງ​
ການ ​ໃນການກໍ່​ຄວາມ​ຮຸນ​ແຮງ ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ຢູ່​
ເຄນ​ຢາ ​ໃນ​ປີ 2007 ​ແລະ 2008.

​ໄອ​ຍະ​ການ Bensouda ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ອັງກິດ ໄປຍັງອາ​ຟຣິ ກາວ່າ
ຄວາມພະຍາຍາມໃນການ​ຂົ່ມຂູ່​ບັນດາ​ພິຍານແລະ​ການບໍ່ໃຫ້ຄວາມຮ່ວມ ມື​ຈາກລັດຖະ
ບານ​ເຄນ​ຢາ ​ໄດ້ບ່່ອນ​ທຳລາຍ​ຕໍ່ການດຳເນີນຄະດີ​ການ​ຂອງໄອຍະ ການ ​ແຕ່​ທ່ານ​ນາງ
​ໄດ້​ກ່າວ​ເພີ້​ມອີກ​ວ່າ ຫ້ອງການ​ຂອງ​ທ່ານ​ນາງຍັງບໍ່ຍອມແພ້ ​ໃນ​ເລື້ອງ​ນີ້ເທື່ອ.

​ທ່ານນາງ Bensouda ກ່່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ລືມ​ບັນດາ​ຜູ້​ເຄາະ​ຮ້າຍ. ພວກ ​ເຮົາ​ຈະ
​ດຳ​ເນີນຄວາມ​ພະຍາຍາມຕໍ່ໄປ. ດັງ​ທີ່ ຂ້າພະ​ເຈົ້າ​ໄດ້​ສະແດງໃຫ້ເຫັນ ຂ້າພະ​ເຈົ້າ ຈະຮັບ
​ເອົາຂໍ້ມູນ ພວກ​ເຮົາ​ຈະ​ຊັ່ງ​ຊາ​ເບິ່ງຂໍ້ມູນເຫຼົ່ານັ້ນ ​ແລະ​ພວກ​ເຮົາ​ຈະ​ຮູ້​ວ່າ ​ເອົາບາດ​ກ້າວ​ໃນ
ຂັ້ນຕໍ່ໄປ ທີ່​ພວກ​ເຮົາ​ຈະ​ພະຍາຍາມ ແມ່ນ​ອີງ​ຕາມ​ຂໍ້ ມູນ ທີ່​ພວກ​ເຮົາ​ຈະ​ໄດ້​ຮັບ.”

ປະທານາທິບໍດີ Kenyetta ໄດ້ສະແດງປະຕິກິລິຍາຕອບ​ໂຕ້​ຢ່າງໄວ​ຕໍ່​ຄຳ​ປະກາດໃນ​ວັນ​
ສຸກ​ວານ​ນີ້​ ໂດຍ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການວ່າ ທ່ານ​ມີທັງ​ຄວາມຮູ້ສຶກ​ “ຕຶຶ່ນ​ເຕັ້ນ” ​ແລະ “​
ໂລ່ງໃຈ" ກ່ຽວກັບ​ຂ່າວດັ່ງກ່າວ. ທ່ານ​ຍັງ​ໄດ້​ປະກາດກ່ຽວກັບ ​ຄວາມບໍລິສຸດຂອງ​ທ່ານ​ໃນ​
ຄະດີ​ນີ້ ​ແລະ​ກ່າວ​ວ່າ “ຄວາມຮູ້​ສຶຶກສຳນຶກ​ໂຕໄດ້​ນັ້ນ​ແມ່ນເປັນ​ທີ່​ແຈ້ງ​ຂາ​ວ.”

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ໃນ ສະຫະລັດ​ໄດ້
​ຕິຕຽນ​ການ​ຕັດສິນໃຈດັ່ງກາວ​ ​ໂດຍ​ກ່າວ​ວ່າ “ມັນ​ເປັນ​ການຖອຍຫຼັງ ​ໃນການດຳເນີນ
ຄວາມ​ພະຍາຍາມ​ ​ເພື່ອ​ຍຸດຕິ​ປະ​ເພນີຂອງ​ປະ​ເທດໃນການປົກ ປ້ອງບໍ່ໃຫ້ຖືກລົງໂທດ.​”
ລາຍ​ງານ​ກ່າວ​ວ່າ ອຸບປະສັກໃນການ​ດຳ​ເນີນ​ຄະດີ ທ່ານ Kenyetta ​ເຮັດ​ໃຫ້​ມີ​ຄວາມ​ສຳ
ຄັນ​ຕື່ມຂຶ້ນ ສຳລັບສານ​ອາຍາ​ນາ​ໆຊາດ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ວ່າ ຈະ​ດຳເນີນການແບບ
ໃດ ກັບຄະດີໃຫຍ່ຕໍ່ບຸກຄົນທີ່ມີ​ຊື່​ສຽງນັ້ນ.

Your browser doesn’t support HTML5

ICC KENYA CNPK