ສານອາຍາສາກົນ ສັ່ງໃຫ້ ທ້າວ Al Mahdi ຈ່າຍຄ່າເສຍຫາຍ 3 ລ້ານ​ 2 ແສນໂດລາ

ທ້າວ Ahmad Al Faqi Al Mahdi ພວມຍ່າງເຂົ້າໄປໃນສານອາຍາສາກົນ ໃນປະເທດເນເທີແລນ.

ສານອາຍາສາກົນ ໄດ້ອອກຄຳສັ່ງ ໃຫ້ສະມາຊິກກຸ່ມຫົວຮຸນແຮງຈັດອິສລາມ ຈ່າຍເງິນ
3 ລ້ານ 2 ແສນ ໂດລາ ​ເພື່ອຊົດໃຊ້ຄ່າເສຍຫາຍ ​ໃນການທຳລາຍ ສາສະໜາສະຖານ​
ທີ່ເກົ່າແກ່ຫຼາຍສັດຕະວັດ ຂອງ​ອິສລາມ ຢູ່ໃນປະເທດມາລີ.

ເສດປະຕູທີ່ປະຖິ້ມໄວ້ ຢູ່ສາສະໜາສະຖານ ບູຮານ ທີ່ຖືກທຳລາວ ໄດ້ຖືກທຳລາຍໂດຍ ພວກຫົວຮຸນແຮງອິສລາມ, ແມ່ນເຫັນໄດ້ໃນ Timbuktu, ປະເທດມາລີ, ວັນທີ 25 ກໍລະກົດ 2013.

ທ້າວ Ahmad al-Faqi al-Mahdi ໄດ້ຖືກພົບເຫັນວ່າມີຄວາມຜິດ ໂດຍສານດັ່ງກ່າວ
ເມື່ອປີກາຍນີ້ ຍ້ອນ​ເປັນ​ຜູ້ກັບກັບນຳ ການທຳລາຍສາສະ​ໜາ​ສະຖານ 9 ແຫ່ງ ແລະ
ປະຕູຂອງວັດອິສລາມ ດ້ວຍຂວານ ແລະ ລົດດຸດຫຼາຍຄັນ ຢູ່ໃນເມືອງບູຮານ
Timbuktu ເວລາ ພວກຫົວຮຸນແຮງຈັດ ໄດ້ເຂົ້າຍຶດເອົາເມືອງດັ່ງກ່າວເປັນເວລາສັ້ນໆ
ຢູ່ທາງພາກເໜືອຂອງປະເທດມາລີ ໃນປີ 2012.

ໃນການຕັດສິນທີ່ສຳຄັນ​ນັ້ນ ສານດັ່ງກ່າວ ໄດ້ຖືເອົາການທຳລາຍສະສະ​ໜາສະຖານ
ຕ່າງໆ ເປັນອາຊະຍາກຳສົງຄາມ ໃນເວລາສານ ໄດ້ຕັດສິນລົງໂທດ ທ້າວ Al-Mahdi
ໃຫ້ຈຳຄຸກເປັນເວລາ 9 ປີ. ລາວ​ໄດ້ປະເຊີນກັບ ໂທດຈຳຄຸກດົນເຖິງ 30 ປີ ແຕ່ສານ
ໄດ້ພິຈາລະນາ ການຍອມຮັບສາລະພາບຜິດ ແລະ ການ ສະແດງອອກເຖິງຄວາມ
ໂສກເສົ້າເສຍໃຈຂອງ​ລາວ.

ຮູບນີ້ຖ່າຍເມື່ອວັນທີ 18 ກໍລະກົດ 2015, ພວກຄົນທີ່ເຂົ້າຮ່ວມ ໃນພິທີ ຢືນຢູ່ໃກ້ໆ ສາສະໜາສະຖ່ານ ທີ່ໄດ້ຖືກຟື້ນຟູຂຶ້ນໃໝ່ ຢູ່ໃນເມືອງ Timbuktu ຂອງ Mali.

ສາສະໜາ​ສະຖານ​ເຫຼົ່ານີ້ ​ແມ່ນ​ມີ​ອາຍຸ​ຢ້ອນ​ຄືນ​ໄປ​ເຖິງ​ສັດຕະວັດ​ທີ 14 ​ແລະ​ຖືກ​ຈັດ
​ຢູ່​ໃນ​ບັນຊີ​ລາຍ​ຊື່ ສະຖານ​ທີ່​ມໍລະດົກ​ໂລກ​ຂອງ​ອົງການ​ຢູ​ແນັສ​ໂກ ຊຶ່ງເປັນ​ອົງການ​
ວັດທະນະທຳ​ ຂອງ​ສະຫະ​ປະຊາ​ຊາດ.​ ອົງການ​ດັ່ງກ່າວ ຕັ້ງ​ແຕ່​ນັ້ນມາ​ກໍ​ໄດ້​ເລີ້ມ ປະຕິ
ສັງຂອນ​ສາສະໜາ​ສະຖານ​ເຫຼົ່ານີ້ແລ້ວ.

Your browser doesn’t support HTML5

Mali Timbuktoo War Crimes

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ