ຂ່າວທີ່ວ່າ ອີຣ່ານ ຈະກວດກາ ເລື້ອງນິວເຄລຍ ຂອງຕົນນັ້ນ ແມ່ນບໍ່ຖືກຕ້ອງ

ຜູ້​ອຳ​ນວຍ​ການ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາກ​ົນ ທ່ານ Yukiya Amano ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ນອກວັງ Coburg ຊຶ່ງ​ເປັນ​ບ່ອນ​ເປີດ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ຢູ່​ນະ​ຄອນ​ວຽນ​ນາ (4 ກໍ​ລະ​ກົດ 2015)

ຫົວໜ້າ ອົງການພະລັງງານປະລະມານູສາກົນ ຫລື IAEA ໃນວັນ
ພະຫັດວານນີ້ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ລາຍງານຂ່າວທີ່ວ່າອົງການ
ຄຸ້ມຄອງນິວເຄລຍຂອງສະຫະປະຊາຊາດຈະອະນຸຍາດໃຫ້ອີຣ່ານ ເປັນຜູ້ກວດກາໂຄງການນິວເຄລຍຂອງຕົນ ໃນຖານະທີ່ເປັນພາກ ສ່ວນນຶ່ງຂອງຂໍ້ຕົກລົງຫຼາຍຝ່າຍ ທີ່ໄດ້ບັນລຸກັນຢູ່ນະຄອນວຽນນາ
ໃນເດືອນແລ້ວນີ້.

ຖະແຫຼງການລຸນຫຼັງທີ່ມີການກ່າວອ້າງໂດຍອົງການຂ່າວເອພີ ໃນ
ມື້ວັນພຸດຜ່ານມານີ້ວ່າ ຮ່າງຂໍ້ຕົກລົງສະບັບນຶ່ງສະແດງໃຫ້ເຫັນວ່າ
ອີຣ່ານສາມາດໃຊ້ ຜູ້ກວດກາຂອງຕົນ ໄປສືບສວນເບິ່ງສະຖານທີ່
ນິວເຄລຍທີ່ຄ້າຍ Parchin ຊຶ່ງຕັ້ງຢູ່ທາງທິດໃຕ້ ນະຄອນຫຼວງເຕ
ຫະຣ່ານນັ້ນ.

ຜູ້ອຳນວຍການຂອງອົງການພະລັງງານປະລະມານູສາກົນ ທ່ານ Yukiya Amano ກ່າວ
ວ່າ “ເລື້ອງລາວດັ່ງກ່າວ ແມ່ນເປັນຂໍ້ມູນທີ່ຜິດພາດ ກ່ຽວກັບວິທີ ທີ່ພວກເຮົາ ໄດ້ເຮັດວຽກ
ງານພິສູດທີ່ສຳຄັນອັນນີ້.”

ໃນຂະນະທີ່ໃຫ້ຂໍ້ສັງເກດວ່າ ທ່ານມີຄວາມຈຳກັດໃນອັນທີ່ທ່ານສາມາດເປີດເຜີຍໄດ້ກ່ຽວ ກັບຂໍ້ຕົກລົງ ທີ່ເປັນຄວາມລັບດັ່ງກ່າວນີ້ ທ່ານ Amano ແມ່ນຢືນຢັດວ່າ ການຈັດແຈງຂັ້ນ ສຸດທ້າຍ ໃນທາງເທັກນິກແລ້ວ ແມ່ນສົມເຫດສົມຜົນແລະສອດຄ່ອງກັບການປະຕິບັດ ທີ່
ໄດ້ມີການຈັດຕັ້ງມາເປັນເວລາດົນນານຂອງພວກເຮົາ.”

ທ່ານກ່າວຕື່ມວ່າ ມັນບໍ່ໄດ້ມີການຜ່ອນຜັນ ຕໍ່ມາດຕະຖານການຄຸ້ມຄອງຂອງພວກເຮົາແຕ່ ຢ່າງໃດເລີຍ.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ອົງການພະລັງງານປະລະມານູສາກົນ ບໍ່ມີ ທາງທີ່ຈະປ່ອຍໃຫ້ອີຣ່ານ ເປັນຜູ້ຮັບຜິດຊອບກ່ຽວກັບການກວດກາໃນເລື້ອງນິວເຄລຍ.

ອົງການພະລັງານປະລະມານູສາກົນ ໄດ້ຊອກຫາຊ່ອງທາງເພື່ອຈະເຂົ້າໄປກວດເບິ່ງຄ້າຍ Parchin ເພື່ອໃຫ້ການຢືນຢັນ ແກ່ການສືບລັບ ທີ່ສະເໜີແນະວ່າ ອີຣ່ານ ໄດ້ທຳການທົດ ລອງເຄື່ອງບີບຫລືໄກນິວເຄລຍຢູ່ທີ່ນັ້ນ.

ອົງການຂ່າວເອພີ ລາຍງານວ່າ ຂໍ້ຕົກລົງຄຽງຄູູ່ ຫລື ຂໍ້ຕົກລົງທີ່ແຍກກັນສະບັບທີ 2 ແມ່ນ ແຕກຕ່າງໄປຈາກຂັ້ນຕອນທຳມະດາໂດຍອະນຸຍາດໃຫ້ອີຣ່ານໃຊ້ນັກຊ່ຽວຊານພ້ອມດ້ວຍ
ອຸປະກອນຂອງຕົນ ​ໄປ​ກວດສະຖານ​ທີ່​ນິວ​ເຄລຍ Parchin ເພື່ອຄົ້ນຫາຫລັກຖານຫລືກິດ ຈະກຳຕ່າງໆ ທີ່ອີຣ່ານໄດ້ປະຕິເສດຕະຫລອດມາວ່າ ຕົນບໍ່ໄດ້ພະຍາຍາມ ສ້າງອາວຸດນິວ ເຄລຍໃນຂະນະທີ່ຢູ່ພາຍໃຕ້ການສັງເກດການຂອງອົງການພະລັງງານປະລະມານູສາກົນ.