ເຂດຝັ່ງຕາເວັນອອກ ຂອງສະຫະລັດ ເຕືອນ ປະຊາຊົນ ໃຫ້ກຽມຮັບມື ກັບພາຍຸ Sandy (ສະໄລດ໌)

ພາບຈາກດາວທຽມຂອງພາຍຸ Hurricane Sandy ໂຊຢູ່ໜ້າຈໍ ໂທລະພາບ ຢູ້ສູນກາງເຮຣີເຄນຂອງສະຫະລັດ ທີ່ນະຄອນ Miami, ລັດຟລໍຣີດາ, ວັນທີ 26 ຕຸລາ 2012.

ສູນ​ກາງ​ພາຍຸ Hurricane ​ແຫ່ງ​ຊາດຂອງສະຫະລັດ ​ໄດ້​ລົດ​ຄວາມ​
ແຮງ​ຂອງ Hurricane Sandy ລົງ​ມາ​ເປັນພາຍຸເຂດ​ຮ້ອນ.


​ແຕ່​ກໍຍັງ​ຄາດກັນ​ວ່າ​ ພາຍຸ​ລູກນີ້ຈະ​ສົ່ງ​ຜົນ​ກະທົບ ຕໍ່ຫລາຍ​ສິບ​ລ້ານ​ຄົນ ທີ່ຢູ່​ເລາະ​ຕາມ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອງສະຫະລັດ ຈາກລັດ Florida​ ຂຶ້ນ​ໄປ​ຫາເຂດ New England ຫລື​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ. ​ເຮີຣີ​ເຄນ Sandy ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 43 ຄົນ ​ເສຍ​ຊີວິດ ​ໃນ​ຂະນະ​ທີ່​ມັນ​ພັດ​ຜ່ານທະ​ເລ Caribbean.

ຄວາມ​ແຮງ​ຂອງ​ລົມພາຍຸ Sandy ​ໄດ້​ລົດ​ລົງ​ມາຢູ່ໃກ້ 110 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແຕ່​ກໍອາດ​ຈະທະວີ​ຄວາມ​ແຮງ​ຂື້ນ​ອີກໄດ້ ໃນ​ຕອນ​ກາງຄືນ ວັນ​ອາທິດ.

ບັນ​ດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ຄໍາເຕືອນທີ່​ເຂົາ​ເຈົ້າ​ໄດ້​ອອກ​ໄປ ທີ່ວ່າ​ໃຫ້​ລະວັງ ລົມ​ແຮງທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ ຝົນທີ່​ຈະ​ທັ່ງ​ເທ​ລົງ​ມາ​ຢ່າງໜັກ ​ອາດ​ຈະ​ເກີດນໍ້າ​ຖ້ວມ​ຢູ່​ເລາະ​ຝັ່ງ​ທະ​ເລ ​ແລະ​ມີ​ຫິມະ​ຕົກ​ໜັກ​ຢູ່​ເທິງພູນັ້ນ ​ແມ່ນ​ຈະ​ຕ້ອງຖື​ເປັນ​ເລື້ອງ​ຈິງ​ຈັງ ເພາະ​ຍັງ​ເປັນ​ທີ່​ຄາ​ດ ກັນ​ອີກ​ຢູ່​ວ່າ ພາຍຸ Sandy ຈະ​ໄປ​ຮວມ​ໂຕກັບ​ລະບົບ​ພາຍຸ​ອື່ນໆ ທີ່ພັດມາ
ສູ່​ເຂດ​ນີ້ ຈາກພາ​ກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ.

​ນະ​ຄອນ​ຫລວງ Washington ລັດ New York ​ລັດ Maryland ​ລັດ Virginia ​ແລະ​ລັດ Carolina ​ໄດ້​ພາກັນ​ປະກາດ​ພາວະ​ສຸກ​ເສີນ. ບໍລິສັດ​ໄຟຟ້າ​ຕ່າງໆ ​ໄດ້ພາກັນ​ບອກໃຫ້ຜູ້ຊົມ​ໃຊ້ ​ພາກັນ​ກຽ​ມຕົວ​ຮັບ​ມື​ກັບ​ໄຟຟ້າ​ມອດ​ເປັນ​ເວລາ​ຫລາຍໆ​ມື້. ​ບັນດາເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກໍ​ໄດ້ ຮຽກຮ້ອງ​ໃຫ້​ປ​ະຊາຊົນ ຫ້າງ​ຫາ​ນໍ້າ​ດື່ມ ​ເຄື່ອງກິນ​ກະ​ປອງ ​ແລະຖ່ານ​ໄຟ​ແບ​ດ​ເຕີຣີ ​ໄວ້.

ບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ພາຍຸ Sandy ມີ​ໂອກາດ​ສູງ​ທີ່​ສຸດ ທີ່​ຈະພັດ​ກະ​ໜໍ່າເຂົ້າ​ໃສ່ ລັດ Delaware ຫລື​ພາກ​ໃຕ້​ຂອງລັດ New Jersey ​ໂດຍ​ທີ່​ຊ່ວງ​ທີ່​ຮ້າຍ​ແຮງ​ທີ່ສຸດ​ນັ້ນ ​ແມ່ນ​ຈະ​ມາ​ເຖິງ​ໃນ​ຄືນ​ວັນຈັນ ​ເຂົ້າ​ສູ່​ວັນ​ອັງຄານ.

ລົມພາຍຸ Sandy ​ກໍາລັງ​ເຄື່ອນ​ຍ້າຍ​ຂຶ້ນ​ເໜືອ ຫລັງ​ຈາກ​ໄດ້​ຖະຫລົ່ມ ​ເກາະ Bahamas Cuba Haiti ​ແລະ Jamaica ​ໃນ​ເຂດ​ທະ​ເລ​ແຄຣີບຽນ.

Hurricane Sandy Strengthens