ເຮີຣິເຄນ Matthew ກຳລັງຖືກຮ້ອງຊື່ວ່າ “ສັດປະຫລາດ” ໃນຂະນະທີລົມພາຍຸ ດັ່ງກ່າວ ພັດເຂົ້າຖະຫລົ່ມຊາຍຝັ່ງກ້ຳຕາເວັນອອກຂອງລັດ Florida.
ເຮີຣິເຄນ Matthew ໄດ້ເຮັດໃຫ້ຫລາຍຮ້ອຍຄົນເສຍຊີວິດ ໃນເຂດທະເລ Caribbean ຮວມທັງຢ່າງໜ້ອຍ 300 ຄົນໃນ Haiti ເຖິງແມ່ນວ່າລົມພາຍຸຫົວນີ້ໄດ້ຫລຸດຄວາມແຮງລົງມາເປັນລະດັບສາມ ຊຶ່ງມີລົມແຮງ 100 ກິໂລແມັດຕໍ່ຊົ່ວໂມງ ແລະບາງຄັ້ງມີແຮງສູງກວ່ານັ້ນ ຫລັງຈາກໄດ້ມາຮອດບໍລິເວນນອກຝັ່ງທະເລລັດ Florida ໃນຕອນເຊົ້າວັນສຸກມື້ນີ້.
Your browser doesn’t support HTML5
Hurricane Matthew Causing 'Catastrophic' Damage
ເລາະລຽບຝັ່ງທະເລທາງພາກຕາເວັນອອກຂອງສະຫະລັດ ຫຼາຍກວ່າສອງລ້ານຄົນໄດ້ຖືກສັ່ງໃຫ້ຍົກຍ້າຍອອກຈາກບ້ານເຮືອນ ແລະເຂົ້າໄປຢູ່ໃນເຂດທີ່ປອດໄພກວ່່າ. ຫລາຍກວ່າ 240,000 ຄົນບໍ່ມີໄຟຟ້າໃຊ້ໃນຂະນະທີ່ລົມພາຍຸຫົວນີ້ພັດເຂົ້າໄປໃກ້ຝັ່ງລັດ Florida ແລະຈຳນວນດັ່ງກ່າວຄາດວ່າຈະເພີ້ມຂຶ້ນໃນແຕ່ລະຊົວໂມງ ຂະນະທີ່ພາຍຸມຸ້ງໜ້າສູ່ພາກເໜືອ.
ເຮີຣິເຄນ Matthew ພັດຖະຫຼົ່ມ
ບັນດາເຈົ້າໜ້າທີ່ລັດ Florida ກຳລັງຮ້ອງຜູ້ໃດກໍຕາມທີ່ໄດ້ຕັດສິນໃຈບໍ່ຍົກຍ້າຍ ອອກໄປນັ້ນວ່າ “ບ້າ” ແລະ “ໂງ່ງ່າວ” ແລະບໍ່ສາມາດ ທີ່ຈະເນັ້ນໜັກໄດ້ຢ່າງພຽງພໍທີ່ວ່າ ລົມພາຍຸຫົວນີ້ເປັນອັນຕະລາຍສຸດ ທີ່ຈະສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ລັດ.
ບັນດານັກພະຍາກອນອາກາດທຳນາຍວ່າ ພາຍຸດັ່ງກ່າວຈະມຸ້ງໜ້າໄປທາງທິດເໜືອເລາະລຽບຝັ່ງທະເລທາງພາກຕາເວັນອອກ ຂອງລັດ Georgia ແລະ South Carolina ກ່ອນມຸ້ງໜ້າອອກສູ່ທະເລ ຫລືອາດຈະກ້ຽວກັບຄືນມາຖະຫລົ່ມລັດ Florida ອີກ.
ຮູບພາບທາງອາກາດ ທີຫລຽວເຫັນ ເຮີຣິເຄນ Matthew ຜັດຜ່ານເມືອງ Petit Goave ເກາະ Haiti.
ສູນກາງເຮີຣິເຄນແຫ່ງຊາດຮ້ອງລົມພາຍຸ Matthew ວ່າເປັນເຮີຣິເຄນແຮງສຸດ ຢູ່ໃນຂົງເຂດໃນຮອບຫລາຍທົດສະວັດຜ່ານມາ. ອີງຕາມສູນກາງເຮີຣິເຄນແລ້ວ ລົມພາຍຸຫົວນີ້ ອາດເຮັດໃຫ້ມີຄື້ນຟອງທະເລສູງເຖິງເກືອບ 5 ແມັດ.
ຄົນພາກັນຢືນຢູ່ບ້ານເຮືອນທີ່ຖືກເພພັງຈາກເຮີຣິເຄນ Matthew ທີ່ຜ່ານ ເມືອງ Jeremie ເກາະ Haiti.
ປະທານາທິບໍດີບາຣັກ ໂອບາມາ ໄດ້ປະກາດພາວະສຸກເສີນ ຢູ່ໃນລັດຟລໍຣິດາ Georgia ແລະ South Corolina.
ຜູ້ປົກຄອງລັດ Florida ທ່ານ Rick Scott ໄດ້ລະດົມກຳລັງຮັກສາດິນແດນ ຈຳນວນ 3,500 ຄົນ. ບັນດາຜູ້ຊ່ຽວຊານກ່າວວ່າ ບາງສ່ວນຂອງລັດ ອາດຈະຢູ່ອາໄສບໍ່ໄດ້ ເປັນເວລາຫລາຍອາທິດ ຫລັງຈາກພາຍຸຫົວນີ້.
ສິ່ງຂອງບັນເທົາທຸກ ບໍລິຈາກແກ່ຜູ້ເຄາະຮ້າຍຈາກພາຍຸ ຢູ່ເດີ່ນບິນ Port-au-Prince, Haiti.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Hurricane Matthew