ພວກນັກພະຍາກອນອາກາດຄາດວ່າ ເຮີຣິເຄນ Matthew ຈະມີຄວາມແຮງເພີ້ມຂຶ້ນໃນຂະນະທີ່ເຄື່ອນຕົວ ຜ່ານພາກເໜືອຂອງໝູ່ເກາະບາຮາມັສ ແລະມຸ່ງໜ້າສູ່ລັດຟລໍຣິດາໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ.
ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ເຮີຣິເຄນ Matthew ມີລົມແຮງ 205 ກິໂລແມັດຕໍ່ຊົ່ວໂມງ ໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້ ໃນຂະນະທີ່ສູນກາງຂອງລົມດັ່ງ ກ່າວພວມເຄື່ອນເຂົ້າໄປ ໃກ້ເກາະ Andros ແລະ ເມືອງ Nassau ແລະທາງສູນກາງໄດ້ເຕືອນກ່ຽວກັບຟອງທະເລ ຈາກລົມພາຍຸ ແລະຄວາມເປັນໄປໄດ້ ທີ່ຈະມີຝົນຕົກໜັກບໍ່ຕ່ຳກວ່າ 20 ຊັງຕີແມັດ.
ລູກຄ້າຄົນນຶ່ງ ຍ່າງຜ່ານບ່ອນວາງແກ້ວນ້ຳປລາສຕິກ ທີ່ຫວ່າງເປົ່າ ຢູ່ເມືອງ Hollywood ລັດຟລໍຣິດາ (5 ຕຸລາ 2016)
ເສັ້ນທາງຂອງເຮີຣິເຄນ Matthew ແມ່ນພັດໂດຍກົງຂຶ້ນໄປຕາມເຂດແຄມຝັ່ງທະເລກ້ຳຕາເວັນອອກຂອງລັດຟລໍຣິກາໃນວັນສຸກມື້ອື່ນຫລັງຈາກໄດ້ຮັບຄວາມແຮງເພີ້ມຂຶ້ນຈາກລົມພາຍຸປະເພດ 3 ຂຶ້ນເປັນປະເພດ 4.
ຜູ້ປົກຄອງລັດຟລໍຣິດາ ທ່ານ Rick Scott ເຕືອນປະຊາຊົນທີ່ອາໄສຢູ່ເລາະຕາມແຄມຝັ່ງທະເລຂອງລັດ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນວັນພຸດວານນີ້ວ່າ “ຈົ່ງພາກັນອອກຈາກບໍລິເວນດັ່ງກ່າວດຽວນີ້ ມັນອາດຈະເປັນການຕັດສິນໃຈກ່ຽວກັບຕາຍຫຼືຍັງ.”
ພວກເດັກນ້ອຍຕົກຄ້າງ ຫຼັງຈາກເຮີຮິເຄນ Matthew ຜ່ານໄປ ທີ່ເມືອງ Cite-Soleil ໃນເມືອງ Port-au-Prince ປະເທດເຮຕີ. (5 ຕຸລາ 2016)
ມີປະຊາຊົນເກືອບ 2 ລ້ານຄົນອາໄສຢູ່ໃນເຂດຕ່າງໆຂອງລັດຟລໍຣິດາທີ່ຕ້ອງໄດ້ຍົກຍ້າຍອອກດ້ວຍຄວາມສະໝັກໃຈແລະຖືກຍົກຍ້າຍດ້ວຍຄຳສັ່ງບັງຄັບ.
ທ່ານ Scott ເຕືອນວ່າ ປະຊາຊົນທີ່ວາງແຜນທີ່ຈະຍົກຍ້າຍ ກໍຄວນຈະຍົກຍ້າຍໃນທັນທີໂລດ ໃນຂະນະທີ່ຄາດກັນວ່າ ທາງຫຼວງສາຍຕ່າງໆຈະແອອັດໄປດ້ວຍການສັນຈອນໃນຂະນະທີ່ລົມພາຍຸເຄື່ອນເຂົ້າມາໃກ້ໆ.
ມີລາຍງານວ່າ ເຮີຣິເຄນ Matthew ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ບໍ່ຕ່ຳກວ່າ 26 ຄົນທີ່ປະເທດເຮຕີແລະສາທາລະນະລັດໂອມີນິກັນຫລັງຈາກໄດ້ພັດເຂົ້າຖະຫຼົ່ມປະເທດເກາະດັ່ງກ່າວ ດ້ວຍລົມພາຍຸ ທີ່ມີຄວາມແຮງປະເພດ 4 ໃນວັນອັງຄານຜ່ານມາ ແລະເປັນລົມ ພາຍຸທີ່ແຮງທີ່ສຸດທີ່ໄດ້ພັດຂຶ້ນຝັ່ງຢູ່ປະເທດເຮຕີ ໃນຮອບ 52 ປີ.
ພວກຜູ້ຊາຍພວມຊ່ອຍກັນ ຍູ້ລົດຈັກຄັນນຶ່ງ ທີ່ທາງຖືກນ້ຳຖ້ວມ ຍ້ອນຝົນຕົກໜັກ ທີ່ເມືອງ Leogane ປະເທດເຮຕີ
ພົນເຮືອເອກ Kurt Tidd ຜູ້ບັນຊາການກອງທັບເຮືອສະຫະລັດໃນເຂດທະເລຄາຣິບບຽນ ກ່າວຕໍ່ພວກນັກຂ່າວ ໃນວັນພຸດວານນີ້ວ່າ ສະຫະລັດ ໄດ້ສົ່ງເຮຣີຄອບເຕີ້ທະຫານ 9 ລຳ ໄປຊ່ອຍຕາມການຮ້ອງຂໍຂອງລັດຖະບານເຮຕີ.
Your browser doesn’t support HTML5
Obama FEMA On The Ground in Fla, Ga, SC and NC
Your browser doesn’t support HTML5
In Photos: Hurricane Matthew Eyes Florida After Devastating Haiti, Cuba