ພວກເຈົ້າໜ້າທີ່ຢູ່ໃນ Puerto Rico ໄດ້ພາກັນວິ່ງເຕັ້ນໃນວັນເສົາມື້ນີ້ ເພື່ອຍົກ ຍ້າຍ
ຫລາຍສິບພັນຄົນອອກຈາກແມ່ນໍ້າຢູ່ໃນເຂດຮ່ອມພູລຸ່ມເຂື່ອນ ຢູ່ໃນພາກຕາເວັນຕົກ
ສຽງເໜືອຂອງເກາະດັ່ງກ່າວ ທີ່ກຳລັງຈະແຕກແລະພັງລົງມາ ຍ້ອນນໍ້າ ໜັກຂອງໄພ
ນໍ້າຖ້ວມ ຫລັງຈາກພາຍຸເຮີຣິເຄນມາເຣຍພັດເຂົ້າຖະຫຼົ່ມ.
ພວກປະຕິບັດງານຢູ່ທີ່ເຂື່ອນ Guajataca ຊຶ່ງມີອາຍຸເກືອບ 90 ປິ ທາງພາກຕາເວັນ
ຕົກສຽງເໜືອຂອງ Puerto Rico ໄດ້ລາຍງານວ່າ ເຂື່ອນໄດ້ເລີ້ມມີບັນຫາ ໃນຕອນ
ບ່າຍວັນສຸກວານນີ້ ແລະກ່າວວ່າ ໄດ້ພາໃຫ້ເກີດນໍ້າຖ້ວມຢ່າງວ່ອງໄວຢູ່ທາງຫຼັງເຂື່ອນ.
ຫ້ອງການພະຍາກອນອາກາດແຫ່ງຊາດ ໃນນະຄອນ San Juan ໄດ້ຂຽນລົງທາງ
Twitter ວ່າ “ນີ້ເປັນສະພາບການທີ່ເປັນອັນຕະລາຍຮ້າຍແຮງສຸດ.” ແລະກ່າວຕື່ມວ່າ
“ບໍລິເວນທັງໝົດ ທີ່ຢູ່ອອ້ມແອ້ມແມ່ນໍ້າ Guajataca ຕ້ອງພາກັນຍົກຍ້າຍໜ ໃນທັນທີ.
ຊີວິດຂອງເຂົາເຈົ້າຕົກຢູ່ໃນອັນຕະລາຍ.”
ພວກເຈົ້າໜ້າທີ່ກ່າວວ່າ 50,000 ຫາ 70,000 ຄົນ ອາດຈຳເປັນຈະຕ້ອງໄດ້ຖືກ
ຍົກຍ້າຍ.
ຜູ້ປົກຄອງເກາະ Puerto Rico ທ່ານ Ricado Rosello ກ່າວໃນຕອນເຊົ້າວັນສຸກ
ວານນີ້ວ່າ ຢ່າງໜ້ອຍ 13 ຄົນໄດ້ເສຍຊີວິດໃນຂະນະທີ່ເກາະດັ່ງກ່າວ ກຳລັງຮັບມືກັບ
ອັນຕະລາຍຈາກໄພນໍ້າຖ້ວມ ຫລັງຈາກໄດ້ຮັບຄວາມເສຍຫາຍຢ່າງໜັກຈາກພາຍຸ
ເຮີຣິເຄນມາເຣຍແລ້ວ.
ລົດໂຮງໝໍຄັນນຶ່ງກຳລັງຂັບຜ່ານນໍ້າຖ້ວມ ຫລັງຈາກພາຍຸເຮີຣິເຄນມາເຣຍ ທີ່ນະຄອນ San Juan, Puerto Rico.
ໃນການຖະແຫລງ ຕໍ່ໂທລະພາບ CNN ໃນຕອນເຊົ້າ ວັນສຸກວານນີ້ ທ່ານ Rossello
ກ່າວວ່າ ພວກເຈົ້າໜ້າທີ່ໄດ້ຊ່ວຍເຫລືອເກືອບ 700 ຄົນຈາກໄພນໍ້າຖ້ວມ. ທ່ານຮ້ອງ
ເຮີຣິເຄນມາເຣຍວ່າເປັນພະຍຸທີ່ສ້າງຄວາມເສຍຫາຍຮ້າຍແຮງທີ່ສຸດຢູ່ໃນສັດຕະວັດ.
ເຮືອນຫລັງນຶ້ງເພພັງທັງໝົດຢູ່ໃນ ປະຊາຄົມ El Negro ຫລັງຈາກພາຍຸເຮີຣິເຄນ ມາເຣຍ ຖະຫລົ່ມ.
ທ່ານກ່າວວ່າ “ສ່ວນນຶ່ງຂອງເກາະແມ່ນບໍ່ມີການສື່ສານເລີຍ ເພາະສະນັ້ນສິ່ງທີ່ເຮົາໄດ້
ເຮັດກໍຄື ການຊັ່ງຊາໃນຂັ້ນຕົ້ນຈຳນວນນຶ່ງຊຶ່ງມີຜູ້ເສຍຊີວິດປະມານ 13 ຄົນໃນເວລານີ້.
ທ່ານກ່າວວ່າ “ພວກເຮົາຢູ່ຊ່ວງຫຼັງຈາກ 24 ຊົ່ວໂມງຂອງການ ເຕືອນກ່ຽວກັບພາຍຸເຮີຣິ
ເຄນ ແລະປັດຈຸບັນນີ້ ຄວາມພະຍາຍາມຂອງພວກເຮົາ ກໍຄືໃຫ້ເປັນທີ່ແນ່ນອນວ່າ ເຮັດ
ໃຫ້ທຸກຄົນປອດໄພ ທີ່ພວກເຮົາສາມາດ ຊ່ວຍກູ້ໄພຜູ້ຄົນໄວ້ໄດ້.”
ກົກເສົາໄຟຟ້າລົ້ມຫລັງຈາກພາຍຸເຮີຣິເຄນ ມາເຣຍ ພັດທຳລາຍທີ່ ເມືອງ Guayama, Puerto Rico.
ນອກຈາກເກາະ Puerto Rico ແລ້ວ ພາຍຸຫົວນີ້ຍັງໄດ້ຖະຫຼົ່ມບັນດາໝູ່ເກາະໃນທະເລCarribean. ສິບສີ່ຄົນ ມີລາຍງານວ່າໄດ້ເສຍຊີວິດຢູ່ທີ່ປະເທດເກາະ Dominica
ຊຶ່ງມີປະຊາຊົນປະມານ 71,000 ຄົນ. ສາມຄົນມີລາຍງານວ່າເສຍຊີວິດຢູ່ທີ່ Haiti
ສອງຄົນເສຍຊີວິດຢູ່ທີ່ເກາະ Quadeloupe ຊຶ່ງເປັນດິນແດນຂອງຝຣັ່ງ ແລະອີກນຶ່ງ
ຄົນຢູ່ສາທາລະນະລັດ Dominican.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Hurricane Maria