ເຮີຣີເຄນເລນ ອ່ອນກຳລັງ ລົງແລ້ວ ແຕ່ກໍຍັງ ນໍາເອົາຝົນ ແລະລົມແຮງ ມາສູ່ເກາະຮາວາຍ

ປະຊາຊົນພາກັນຫລຽວເບິ່ງນໍ້າຖ້ວມຢ່າງໜັກ ໃນເມືອງ ຮີໂລ ຂອງເກາະຮາວາຍ ຢູ່ໃນພາບຖ່າຍໃນວັນພະຫັດ ທີ 23 ສິງຫາ 2018

ພາຍຸເຮີຣີເຄນເລນ ໄດ້ອ່ອນກຳລັງລົງສູ່ລະດັບ 3 ໃນຕອນແລງວັນພະຫັດວານນີ້
ແຕ່ກໍຍັງນໍາເອົາຝົນຕົກໜັກ ແລະລົມແຮງ ມາສູ່ເກາະຮາວາຍຢູ່.

ອົງການບໍລິການດ້ານພະຍາກອນອາກາດແຫ່ງຊາດ ເວົ້າວ່າ ໂດຍທີ່ມີລົມໃນຄວາມ
ໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງແລະຝົນລັ່ງລົງມາຢ່າງໜັກ ເຮີຣິເຄນເລນ ບໍ່ຄາດວ່າ
ຈະພັດເຂົ້າປະທະໂດຍກົງຕໍ່ເກາະດັ່ງກ່າວ ແຕ່ກໍຄາດວ່າ ຈະພັດຜ່ານໄປໃກ້ໆ ຫລືພັດ
ເຂົ້າໄປໃນບາງພາກສ່ວນຂອງເກາະຮາວາຍທີ່ເປັນເກາະໃຫຍ່ນັ້ນ ໃນວັນສຸກມື້ນີ້.

ທ່ານເດວິດ ສະຕວາດ ໄດ້ອັດປ່ອງຢ້ຽມຮ້ານຂອງລາວໝົດກ່ອນພາຍຸເຮີຣີເຄນ ເລນມາເຖິງ

​ເຮີຣິເຄນເລນ ໄດ້ພາໃຫ້ເກີດໄພນໍ້າຖ້ວມຢ່າງກະທັນຫັນ, ດິນເຈື່ອນ ແລະ ມີ
ຄື້ນຟັດຝັ່ງຢ່າງແຮງແລ້ວ ໃນຂະນະທີ່ພວກອາໄສຢູ່ໃນເກາະແຫ່ງນັ້ນ ພາກັນ
ນັ່ງພາວະນາ ລໍຖ້າໃຫ້ພາຍຸນັ້ນໝົດໄປ.

ຜູ້ປົກຄອງລັດຮາວາຍ ເດວິດ ອີກ (David Ige) ກ່າວຢູ່ໃນທວີດເຕີວ່າ "ນໍ້າ
ຖ້ວມຢ່າງກະທັນຫັນ ທີ່ເປັນອັນຕະລາຍເຖິງຊີວິດ. ອັນນີ້ ເປັນສະພາບທີ່ອັນ
ຕະລາຍຫລາຍ. ຈົ່ງພະຍາຍາມພາກັນຫລີກລ່ຽງການເດີນທາງ ຖ້າຫາກບໍ່
ຈໍາເປັນ.”

​ທ່ານ ອີກ (Ige) ໄດ້ເຊັນອະນຸມັດ ໃຫ້ປະກາດສະພາບສຸກເສີນ "ເພື່ອສະໜອງ
ການບັນເທົາທຸກແກ່ການເສຍຫາຍຍ້ອນໄພພິບັດ, ການສູນເສຍ ແລະຄວາມ
ທຸກຍາກລໍາບາກ” ທີ່ເກີດມາຈາກເຮີຣີເຄນດັ່ງກ່າວ. ຫ້ອງການຂອງທ່ານເວົ້າ
ວ່າ ແຈ້ງການດັ່ງກ່າວ ໄດ້ປະກາດໃຫ້ ເຂດຄາວຕີ "ຮາວາຍ, ມູຍ, ຄາລາວາວ,
ຄວາຍ, ພ້ອມທັງເຂດນະຄອນແລະຄາວຕີໂຮໂນລູລູ ໃຫ້ເປັນເຂດທີ່ປະສົບ
ໄພພິບັດ ເພື່ອຈຸດປະສົງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພສຸກເສີນ."


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ