ສູນກາງພາຍຸເຮີຮິເຄນແຫ່ງຊາດຂອງສະຫະລັດກ່າວວ່າ ລົມພາຍຸ Irma “ກຳ ລັງພັດ
ຜ່ານ ພາກຕາເວັນອອກສຽງໃຕ້ ຂອງໝູ່ເກາະ Bahamas ໃນຖານະທີ່ເປັນເຮີຣິເຄນ
ທີ່ມີຄວາມແຮງລະດັບ 4.”
ລົມພາຍຸ Irma ໄດ້ອ່ອນກຳລັງລົງຈາກເຮີຣິເຄນລະດັບ 5 ໃນຕອນເຊົ້າວັນສຸກມື້ນີ້.
ພວກພະຍາກອນອາກາດກ່າວວ່າ ລະດັບຄວາມແຮງ ທີ່ຂຶ້ນໆລົງໆ ມີທ່າທາງວ່າ ຈະ
ປ່ຽນໄປມາ ໃນໄລຍະນຶ່ງຫຼືສອງມື້ຂ້າງໜ້ານີ້ ແຕ່ແນວໃດກໍຕາມຍັງມີການຄາດຄະເນ
ວ່າ ລົມພາຍຸຫົວນີ້ ຈະສືບຕໍ່ມີຄວາມແຮງເປັນເຮີຣິເຄນລະດັບ 4 ຢູ່ ໃນສອງມື້ຂ້າງ
ໜ້ານີ້.”
ພາຍຸ Irma ມີລົມແຮງເຖິງ 250 ກິໂລແມັດຕໍ່ຊົ່ວໂມງ.
ສູນກາງເຮຣິເຄນແຫ່ງຊາດກ່າວວ່າ ເຮີຣິເຄນຫົວນີ້ຄາດວ່າ ຈະຢູ່ທາງພາກຕາເວັນຕົກ
ສຽງເໜືອຂອງໝູ່ເກາະ Bahamas ໃນຕອນແລງວັນສຸກມື້ນີ້ ແລະວັນເສົາມື້ອື່ນ ແລະ
ຈະກວມເອົາບາງສ່ວນ ຂອງພາກໃຕ້ລັດ Florida ແລະເຂດ Florida Keys ໃນຕອນ
ແລງວັນເສົາ ຫລືຕອນເຊົ້າວັນອາທິດ.
Your browser doesn’t support HTML5
Officials Urge Evacuations Before Hurricane Hits Southeastern US States
ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ໄດ້ອອກຄຳເຕືອນໃຫ້ລະວັງໄພລົມ ພາຍຸເຮີ
ຣິເຄນ ໃນເຂດພາກໃຕ້ລັດ Florida ແລະເຂດ Florida Key.
ໃນວັນພະຫັດວານນີ້ ຫລາຍກວ່າເຄິ່ງລ້ານຄົນ ຖືກສັ່ງໃຫ້ອອກໄປຈາກພາກໃຕ້ຂອງລັດ Florida ໃນຂະນະທີ່ພາຍຸເອີມາກຳລັງຈະມາເຖິງ.
ຮູບພາບຖ່າຍຈາກດາວທຽມ ໃນວັນທີ 7 ກັນຍາ ຂອງພາຍຸເຮີຣິເຄນເອີມາ.
ຜູ້ປົກຄອງລັດ Florida ທ່ານ Rick Scott ກ່າວວ່າ ຄວາມເປັນຫ່ວງທີ່ໃຫຍ່ສຸດໃນປັດ
ຈຸບບັນນີ້ກໍຄືການຂາດແຄນນໍ້າມັນ. ຕຳຫລວດຈະອາລັກຂາລົດບັນ ທຸກນໍ້າມັນ ຢູ່ໃນ
ລັດ Florida ໃນຂະນະທີ່ເຂົາເຈົ້າໄປສົ່ງນ້ຳມັນຕາມປໍ້າຕ່າງໆທີ່ໝົດໄປນັ້ນ.
ທ່ານ Scott ກ່າວວ່າ ກອງກຳລັງຮັກສາດິນແດນລັດ Florida 7,000 ຄົນ ພວມຖືກສົ່ງໄປປະຈຳການໃນວັນສຸກມື້ນີ້ ແລະພວກນາຍຊ່າງໄຟຟ້າຫລາຍພັນຄົນຈະພາກັນລໍຖ້າ
ຟັງຄຳສັ່ງ ແລະພ້ອມແລ້ວຈະໄປເຮັດວຽກ.
ຜູ້ຊາຍຄົນນຶ່ງກຳລັງກວດເບິ່ງຄວາມເສຍຫາຍຂອງບ້ານເຮືອນ ທີ່ຜ່ານເກາະ St. John's, Antigua ແລະ Barbuda.
ທ່ານ Scott ກ່າວວ່າ ພາຍຸເອີມາ “ມີຄວາມກວ້າງກວ່າລັດຂອງພວກເຮົາທັງໝົດ ແລະ
ອາດເປັນໄພຂົ່ມຂູ່ຕໍ່ຊີວິດຢ່າງຮ້າຍແຮງ ຈາກຝັ່ງທະເລນຶ່ງໄປຫາຝັ່ງອີກຝັ່ງນຶ່ງ ບໍ່ວ່າຝັ່ງ
ໃດທີ່ທ່ານອາໄສຢູ່ ຈົ່ງຕຽມຍົກຍ້າຍອອກໄດ້.”
ຄວາມເສຍຫາຍທີ່ເກີດຈາກພາຍຸເຮີຣິເຄນເອີີມາ ທີ່ເກາະ St. Martin.
ນາຍທະຫານກອງໜຸນຮັບຜິດຊອບເລື່ອງດິນຟ້າອາກາດຂອງສະຫະລັດ ພັນຕີ Jeremy DeHart ໄດ້ບິນຜ່ານຈຸດໃຈກາງຂອງພາຍຸ Irma ໃນຕົ້ນອາທິດນີ້. ທ່ານກ່າວວ່າ ຄວາມ
ແຮງຂອງພາຍຸຫົວນີ້ ແມ່ນຕ່າງຈາກພາຍຸອື່ນໆ. ພັນຕີ DeHart ກ່າວວ່າ “ພວກຮູບພາບ
ບໍ່ເປັນທີ່ຕັດສິນໄດ້. ຮູບພາບຈາກດາວທຽມ ບໍ່ສາມາດຕັດສິນໄດ້.”
Hurricane Irma Lashes Haiti with Fierce Winds, Heavy Rain
ລົມພາຍຸ Irma ເປັນພາຍຸທີ່ຖືກບັນທຶກໄວ້ຢູ່ໃນປື້ມປະຫວັດສາດແລ້ວ. ບັນດາຜູ່້ຊ່ຽວ
ຊານພາກັນຮ້ອງວ່າ ເປັນພາຍຸມະຫາສະໝຸດ Atlantic ທີ່ຮ້າຍແຮງສຸດເທົ່າທີ່ເຄີຍມີມາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Hurricane Irma