ສູນກາງຂອງພາຍຸເຮີຣິເຄນ Irma ກຳລັງພັດຜ່ານ ກາຍເກາະສາທາລະນະລັດ
Dominican ດັ່ງທີ່ບັນດານັກພະຍາກອນອາກາດ ເອີ້ນວ່າເປັນພາຍຸລະດັບຫ້າ
“ທີ່ອາດເປັນໄພຫາຍະນະໄດ້” ນັ້ນ.
ສູນກາງເຮີຣິເຄນແຫ່ງຊາດ ຂອງສະຫະລັດ ຫຼື NHC ກ່າວວ່າ ເຖິງແມ່ນວ່າ ຈຸດໃຈ
ກາງຂອງພາຍຸຈະຢູ່ນອກຝັ່ງຂອງປະເທດດັ່ງກ່າວກໍຕາມ ແຕ່ຄວາມແຮງລົມພາຍຸເອີມາ
ຈະເຮັດໃຫ້ນ້ຳທະເລສູງຂຶ້ນ ແລະ ຝົນຕົກໜັກ ເຊິ່ງຍັງຄົງເປັນໄພອັນຕະລາຍຕໍ່ຊີວິດ
ສຳລັບປະຊາຊົນ ໃນ ສາທາລະນະລັດ Dominican. ສະພາບການແບບດຽວກັນນີ້ ແມ່ນຄາດກັນວ່າ ຈະມີຢູ່ໃນໝູ່ເກາະ Turks ແລະ Caicos ພ້ອມກັບ ເກາະ
Bahamas ໃນຕອນເດິກຂອງວັນພະຫັດມື້ນີ້.
ພາຍຸ ເອີມາ ໄດ້ເອົາຊີວິດ ຢ່າງໜ້ອຍນຶ່ງຄົນ ຢູ່ໃນເກາະ Barbuda ແລະ 8 ຄົນ ຢູ່ໃນ
ເກາະ St. Martin ຫຼັງຈາກທີ່ໄດ້ພັດເຂົ້າຖະຫຼົ່ມ ພວກເກາະເຫຼົ່ານັ້ນ ດ້ວຍຄວາມແຮງ
ລະດັບ 5 ໂດຍມີລົມພັດແຮງເຖິງ 285 ກິໂລແມັດຕໍ່ຊົ່ວໂມງ. ສູນກາງ NHC ກ່າວວ່າ
ພາຍຸ ເອີມາ ຈະຍັງຄົງເປັນພາຍຸຢູ່ໃນລະດັບ 4 ຫຼື ລະດັບ 5 ພາຍໃນໄລຍະສອງສາມມື້
ຂ້າງໜ້ານີ້.
ພວກພະນັກງານກູ້ໄພ ຈາກ ອົງການຄຸ້ມຄອງເຫດການສຸກເສີນຂອງເທດສະບານ ໄດ້ນຳຫຼວດເບິ່ງຖະໜົນສາຍຕ່າງໆ ຂອງ Matelnillo ເພື່ອຊອກຄົ້ນຫາ ຜູ້ໃດກໍຕາມທີ່ປະສົບໄພ ໃນລະຫວ່າງ ການພັດຜ່ານ ຂອງພາຍຸເຮີຣິເຄນ Irma ໃນພາກຕາເວັນອອກສຽງເໜືອຂອງເກາະ Fajardo, Puerto Rico, ວັນທີ 6 ກັນຍາ 2017.
ລັດຖະມົນຕີພາຍໃນຂອງຝຣັ່ງ ທ່ານ Gerard Collomb ໄດ້ກ່າວວ່າ ການ ເສຍຊີວິດ
ຢູ່ເກາະ St. Martin ແມ່ນເປັນໄປໄດ້ສູງທີ່ຈະເພີ່ມຂຶ້ນ. ເກາະນີ້ ໄດ້ແບ່ງອອກເປັນ
ສອງຝ່າຍ ລະຫວ່າງ ຝຣັ່ງ ແລະ ເນເທີແລນ. ບັນດາເຈົ້າໜ້າທີ່ຂອງເນເທີແລນ ກ່າວ
ວ່າ ພວກເພິ່ນຍັງບໍ່ໄດ້ຮັບຂໍ້ມູນ ກ່ຽວກັບການລົ້ມຕາຍ ແຕ່ວ່າ ມີ “ຄວາມເສຍຫາຍ
ຂະໜາດໃຫຍ່” ລວມມີ ສະໜາມບິນ ແລະ ທ່າເຮືອ.
ພາບສະໄລດ໌: ເຮີຣິເຄນ Irma ພັດຖະຫລົ່ມ ເກາະ Caribbean
Hurricane Irma Slams Caribbean
ພາຍຸເອີມາ ໄດ້ພັດຜ່ານເກາະ Puerto Rico ໄປເມື່ອຄືນແລ້ວນີ້ ໂດຍໄດ້ເຮັດໃຫ້ໄຟ
ຟ້າດັບ ສຳລັບ ປະຊາຊົນນຶ່ງລ້ານຄົນ. ຫົວໜ້າຂອງບໍລິສັດໄຟຟ້າ ຢູ່ທີ່ດິນ ແດນຂອງ
ສະຫະລັດແຫ່ງນີ້ ໄດ້ກ່າວວ່າ ຕົນຈະຕ້ອງໃຊ້ເວລາ ເຖິງ 4 ຫາ 6 ເດືອນ ກ່ອນທີ່ຈະ
ຟື້ນຟູ ການບໍລິການຄືນຄືເກົ່າໄດ້.
ຊາວ Florida ກຳລັງມຸ້ງໜ້າ ໄປທາງທິດເໜື້ອ ໃນຖະໜົນຫຼວງ ສະຫະລັດ ເລກ 1, ວັນທີ 6 ກັນຍາ 2017, ໃນເມືອງ Key Largo, ລັດ Florida, ໃນຂະນະທີ່ຄາດໝາາຍວ່າ ເຮີຣິເຄນ Irma ຈະຂຶ້ນຝັ່ງ.
ປະທານາທິບໍດີສະຫະລັດໄດ້ປະກາດພາວະສຸກເສີນທີ່ Puerto Rico ຊຶ່ງພວມດີ້ນຮົນ
ໃນການບຳລຸງຮັກສາ ພື້ນຖານໂຄງລ່າງ ທ່າມກາງວິກິດການທາງດ້ານການເງິນ. ການ
ປະກາດດັ່ງກ່າວອະນຸຍາດໃຫ້ອົງການຄຸ້ມຄອງເຫດການສຸກເສີນຂອງລັດຖະບານກາງ
ຫຼື FEMA ປະສານງານບັນເທົາທຸກໄພພິບັດຢູ່ທີ່ເກາະດັ່ງກ່າວໄດ້.
Your browser doesn’t support HTML5
Hurricane Irma UPD