ລະບົບລົມພາຍຸທີ່ໄດ້ພັດເຂົ້າປະທະຫຼາຍໆລັດທາງພາກຕາເວັນຕົກສຽງໃຕ້ແລະຕາມ
ແຄມຝັ່ງພາກຕາເວັນອອກຂອງສະຫະລັດຊຶ່ງແມ່ນພາຍຸຟລໍເຣັນສ໌ ທີ່ໃນຂະນະນີ້
ແມ່ນຂົງເຂດທີ່ປຽກຊຸ່ມໃນພາກຕາເວັນອອກສຽງເໜືອ ດ້ວຍຝົນຕົກໜັກ ໃນຂະນະທີ່
ພວກພະຍາກອນອາກາດ ໄດ້ເຕືອນເຖິງ ການຂົ່ມຂູ່ທີ່ອາດມີນ້ຳຖ້ວມ.
ການເຕືອນໃຫ້ສິ້ງຊອມເບິ່ງນ້ຳຖ້ວມ ທີ່ໄດ້ອອກເຕືອນໃນລັດເວີຈີເນຍ ໄປຈົນເຖິງລັດ
ເວີມັນ ແລະລັດນິວແຮມເຊີ ຈົນຮອດວັນອັງຄານມື້ນີ້.
ພວກທີ່ກຳກັບໄພນ້ຳຖ້ວມໃນລັດ ຄາໂຣໄລນາເໜືອ ບ່ອນທີ່ພາຍຸຟລໍເຣັນສ໌ ໄດ້ພັດເຂົ້າ
ປະທະ ທີ່ຖືວ່າເປັນພາຍຸປະເພດ 1 ໃນສັບປະດາແລ້ວນີ້ ໄດ້ມີຝົນຕົກເຖິງ 90 ຊັງຕີແມັດ
ແລະຍັງໄດ້ສືບຕໍ່ຕົກລົງມາໃນອີກຫຼາຍໆມື້.
Your browser doesn’t support HTML5
ເຈົ້າຄອງລັດ ຄາໂຣໄລນາເໜືອ ທ່ານຣອຍ ຄູບເປີ ໄດ້ກ່າວໃນວັນຈັນ ວານນີ້ ມີຖະນົນ
ຫົນທາງຫຼາຍເສັ້ນ ທີີ່ຍັງຂັບຜ່ານບໍ່ໄດ້ ໃນຂົງເຂດທີ່ຖືກກະທົບຢ່າງແຮງ ໃນພາກຕາເວັນ
ອອກຂອງລັດ ແລະທ່ານໄດ້ຮຽກຮ້ອງໃຫ້ພວກຜູ້ຄົນຫຼີກເວັ້ນ ບໍ່ໃຫ້ເຂົ້າອອກໄປຂ້າງນອກ
ຖ້າຫາກບໍ່ມີເຫດຈຳເປັນແທ້ໆ ໃນຂະນະທີ່ພວກກູ້ໄພສຸກເສີນ ປະຕິບັດໜ້າທີ່ຂອງພວກ
ເຂົາເຈົ້າ.
“ພວກເຮົາແມ່ນໄດ້ຕຽມພ້ອມສຳຫຼັບພະຍຸນີ້ ແລະໃຫ້ດຳລົງຊີວິດສືບຕໍ່ພາຍຸຟລໍເຣັນສ໌
ມາໄດ້ຫຼາຍກວ່າ ນຶ່ງສັບປະດາແລ້ວ, ແຕ່ວ່າ ມັນຍັງຖືກວ່າເປັນເຂດໄພພິບັດທີ່ຮ້າຍ
ແຮງຢູ່ ທີ່ກະທົບຕໍ່ຢ່າງຫຼວງຫຼາຍໃນລັດຂອງພວກເຮົາ. ອີກ 2-3 ມື້ ຕໍ່ໜ້ານີ້ ຈະເປັນ
ມື້ທີ່ຍາວນານ ໃນຂະນະທີ່ຝົນຍັງສືບຕໍ່ຕົກລົງມາອີກ,” ຊຶ່ງທ່ານຄູເປີຣ໌ ໄດ້ກ່າວໄວ້.
ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ