ພາຍຸເຮີຣີເຄນ ຟີໂອນາ (Fiona) ໄດ້ພັດເຂົ້າຖະຫຼົ່ມປະເທດສາທາລະນະໂດມີນິກັນ ໃນວັນຈັນວານນີ້ ລຸນຫຼັງທີ່ໄດ້ເຮັດໄຟຟ້າທົ່ວເປີໂຕຣິໂກ ເຊິ່ງເປັນດິນແດນຂອງສະຫະລັດ ມອດລົງ, ໂດຍຜູ້ປົກຄອງເກາະດັ່ງກ່າວໄດ້ລະບຸວ່າ ເປັນ “ໄພພິບັດທີ່ຮ້າຍແຮງ.”
ຍັງບໍ່ມີລາຍງານກ່ຽວກັບຜູ້ເສຍຊີວິດໃດໆ, ແຕ່ຫຼາຍຄົນໄດ້ຮັບຜົນກະທົບຈາກການບໍ່ມີນໍ້າສະອາດໃຊ້ຢູ່ໃນເປີໂຕຣິໂກ. ຂອບເຂດຂອງຄວາມເສຍຫາຍຈາກລົມທີ່ພັດເຂົ້າຖະຫຼົ່ມ ແລະຝົນຕົກໜັກທີ່ຮຸນແຮງ ຍັງບໍ່ໄດ້ຮັບການປະເມີນໃດໆເທື່ອ.
ໜ່ວຍງານບໍລິການສະພາບອາກາດແຫ່ງຊາດສະຫະລັດຂອງເກາະແຫ່ງນີ້ເປີດ ເຜີຍວ່າ ນໍ້າຖ້ວມຢ່າງໄວວາ ກໍາລັງເກີດຂຶ້ນຢູ່ທາງພາກກາງຕອນໃຕ້ ຂອງເປີໂຕຣິໂກ, ໂດຍໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ໃນຂົງເຂດດັ່ງກ່າວຈົ່ງຍ້າຍຂຶ້ນໄປຢູ່ໃນບ່ອນທີ່ສູງກວ່າທັນທີ, ເຊິ່ງຝົນທີ່ຕົກລົງມານັ້ນ ອາດຈະເຮັດໃຫ້ບາງພື້ນທີ່ມີນໍ້າສູງຂຶ້ນຮອດ 56 ຊັງຕີແມັດ, ແລະບໍລິເວນອື່ນໆມີຄວາມສູງຮອດ 38 ຊັງຕີແມັດ ໂດຍຄາດການໄວ້ວ່າ ເຖິງແມ່ນພາຍຸດັ່ງກ່າວຈະເຄື່ອນຍ້າຍອອກໄປແລ້ວກໍຕາມ.
Your browser doesn’t support HTML5
ເຈົ້າໜ້າທີ່ຍັງໄດ້ຄາດການວ່າ ປະລິມານນໍ້າຝົນທີ່ຕົກລົງມາ ຢູ່ທາງພາກເໜືອຂອງສາທາລະນະລັດໂດມີນິກັນ ຈູສູງຮອດ 38 ຊັງຕີແມັດ, ແລະເຕືອນໃຫ້ທຸກໆຄົນຈົ່ງພາກັນຢູ່ເຮືອນ ບໍ່ໃຫ້ອອກໄປເຮັດວຽກ. ທ່າກໍາປັ່ນກໍ່ຖືກປິດ ແລະຫາດຊາຍຫຼາຍແຫ່ງ ກໍບໍ່ອານຸຍາດໃຫ້ເຂົ້າໄປ.
ສູນກາງພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດຢູ່ໄມອາມີ ກ່າວວ່າ “ຝົນທີ່ຕົກຮຸນແຮງ ແລະໜັກນ່ວງຈາກພາຍຸຟີໂອນາ ຈະຍັງຄົງເປັນໄພຄຸກຄາມຕໍ່ຊີວິດ, ແລະຍັງຄົງເປັນໄພນໍ້າຖ້ວມ ພ້ອມຂີ້ຕົມເຈື່ອນ ແລະດິນຖະຫຼົ່ມໄປທົ່ວບໍລິເວນເກາະເປີໂຕຣິໂກ” ຈົນຮອດຕອນແລງຂອງວັນຈັນວານນີ້.