ພາຍຸເຮີຣິເຄນໄອດາ ເຮັດໃຫ້ 2 ຄົນ ໃນລັດຫລຸຍເຊຍນາ ແລະອີກ 2 ຄົນ ໃນລັດມິສຊິສຊິບປີ ເສຍຊີວິດ

ພາບເຮືອແພຂົນສົ່ງຕໍາໃສ່ຂົວທີ່ເຊື່ອມຕໍ່ເມືອງ Lafitte ໃສ່ກັບເມືອງ Jean Lafitte, ໃນລັດຫລຸຍເຊຍນາ ຍ້ອນພາຍຸເຮີຣິເຄນໄອດາພັດຖະຫລົ່ມເຂດດັ່ງກ່າວ (ພາບຖ່າຍວັນທີ 30 ສິງຫາ, 2021)

ຊຸມຊົນຢູ່ໃນລັດຫລຸຍເຊຍນາແລະມິສຊິສຊິບປີ, ທາງພາກໃຕ້ຂອງສະຫະລັດກໍາລັງທໍາຄວາມສະອາດ ແລະປະເມີນຄວາມເສຍຫາຍ ໃນຂະນະທີ່ສິ່ງທີ່ເປັນປີກປາຍຂອງລົມພາຍຸເຮີຣິເຄນໄອດາ ໄດ້ເຄື່ອນຍ້າຍອອກຈາກພາກພື້ນໄປ.

ພາຍຸດັ່ງກ່າວໄດ້ພັດຂຶ້ນຝັ່ງໃນວັນອາທິດແລ້ວນີ້ ໂດຍທີ່ເປັນພາຍຸເຮີຣິເຄນແຮງລະດັບ 4 ກໍຄືພາຍຸທີ່ມີຄວາມແຮງທີ່ສຸດ ທີ່ເຄີຍພັດເຂົ້າໃສ່ແຜ່ນດິນໃຫຍ່ຂອງສະຫະລັດ. ເຈົ້າໜ້າທີ່ກ່າວວ່າ ພາຍຸຫົວນີ້ ໄດ້ເຮັດໃຫ້ 4 ຄົນເສຍຊີວິດ.

ເຈົ້າໜ້າທີ່ລາດຕະເວນຕາມຖະໜົນຂອງລັດມິສຊິສຊິບປີ ກ່າວວ່າ ສອງຄົນໄດ້ເສຍຊີວິດໃນຕອນແລງຂອງວັນຈັນຜ່ານມາ ຫຼັງຈາກເຂົາເຈົ້າມີສ່ວນກ່ຽວພັນກັບອຸປະຕິເຫດລົດຕໍາກັນ 7 ຄັນ ບ່ອນທີ່ສ່ວນນຶ່ງຂອງຫົນທາງໄດ້ຫຍຸບລົງຢູ່ພາກໃຕ້ຂອງລັດດັ່ງກ່າວ ເຊິ່ງເຮັດໃຫ້ເກີດມີຂຸມໃຫຍ່ໃນທາງດ່ວນ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ເຂົາເຈົ້າເຊື່ອວ່າຝົນຕົກໜັກເປັນຫຼາຍຊົ່ວໂມງ ໄດ້ມີສ່ວນເຮັດໃຫ້ທາງຫຍຸບລົງ ແລະເຮັດໃຫ້ຄົນຂັບລົດບໍ່ເຫັນ ບ່ອນທີ່ເກີດເປັນຂຸມໃຫຍ່ຢູ່ໃນທາງດ່ວນ.

ໃນຂະນະດຽວກັນ, ພະແນກຕຳຫຼວດໃນເມືອງສລິດແດລ (Slidell) ຂອງລັດຫລຸຍເຊຍນາກ່າວວ່າຜູ້ຊາຍຄົນນຶ່ງໄດ້ຫາຍສາບສູນໄປຫຼັງຈາກພັນລະຍາຂອງລາວໄດ້ລາຍງານວ່າ ລາວຖືກແຂ້ກັດໃນວັນຈັນຜ່ານມາ. ຜູ້ຍິງຄົນນີ້ບອກເຈົ້າໜ້າທີ່ວ່າ ສາມີຂອງນາງຖືກແຂ້ກັດ ຢູ່ໃນເຂດດິນຂອງເຂົາເຈົ້າທີ່ຖືກນໍ້າຖ້ວມ. ເມື່ອນາງເຫັນລາວໄດ້ຮັບບາດເຈັບສາຫັດ, ນາງໄດ້ໄປຂໍຄວາມຊ່ວຍເຫຼືອຢູ່ໃນເຮືອນ້ອຍລໍານຶ່ງ. ລາວໄດ້ຫາຍໄປເມື່ອນາງກັບຄືນມາ.

ຜູ້ປົກຄອງລັດຫລຸຍເຊຍນາ, ທ່ານຈອນ ແບລ ແອັດເຫວີດສ໌ (John Bel Edwards) ກ່າວວ່າ ທ່ານຄາດວ່າ ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນຢ່າງຫຼວງຫຼາຍເນື່ອງຈາກການທຳລາຍຂອງພະຍຸເຮີຣິເຄນໄດ້ເຮັດໃຫ້ບາງຊຸມຊົນບໍ່ສາມາດເຂົ້າເຖິງໄດ້.

ໃນຂະນະດຽວກັນ, ຫຼາຍກວ່າ 1 ລ້ານຄົນ ຍັງບໍ່ມີໄຟຟ້າໃຊ້ຢູ່ໃນລັດຫລຸຍເຊຍນາ, ລວມທັງຢູ່ໃນນະຄອນນີວອໍລີນສ໌ ແລະໃນລັດມິສຊິສຊິບປີ. ບໍລິສັດໄຟຟ້າ Entergy ກ່າວວ່າ ສາຍສົ່ງໄຟຟ້າທັງໝົດແປດສາຍ ທີ່ໃຫ້ບໍລິການແກ່ນະຄອນນິວອໍລີນສ໌ ແມ່ນໃຊ້ການບໍ່ໄດ້ ໂດຍທີ່ມີເສົາໄຟຟ້າເສົານຶ່ງ ຫັກແລ້ວ ຕົກລົງໃສ່ແມ່ນໍ້າມິສຊິສຊິບປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ