ຈຳນວນຜູ້ເສຍຊີວິດ ຢູ່ໃນເຮືອຂ້າມຟາກຂອງກຣິສ ທີ່ຖືກໄຟໄໝ້
ໃນທະເລ Adriatic ເພີ້ມຂຶ້ນ ເປັນ 13 ຄົນ ໃນວັນອັງຄານວານນີ້
ພ້ອມກັບການຢ້ານກົວ ຂອງບັນດາເຈົ້າໜ້າທີ່ວ່າ ຍັງມີຊາກສົບ
ໃນເຮືອອີກຫຼາຍຢູ່.
ໄອຍະການອີຕາລີ ທ່ານ Giuseppe Volpe ຜູ້ທີ່ນຳພາ ການ
ສືບສວນສອບສວນທາງອາຍາ ຕໍ່ໂສກນາດຕະກຳນີ້ ກ່າວວ່າ
ຢ່າງນ້ອຍມີ 3 ຫ້ອງຫລົບລີ້ຢູ່ທາງໃນເຮືອ ທີ່ມີຜູ້ລອດຊີວິດມາໄດ້.
ທ່ານກ່າວວ່າ ອັນນັ້ນແມ່ນຫລັກຖານທີ່ “ຖຽງບໍ່ໄດ້” ເລີຍວ່າມີ
ການກະທຳຜິດ ໃນການຊຸກເຊື່ອງພວກແຮງງານ ທີ່ຜິດກົດໝາຍ
ຢູ່ໃນເຮືອ.
ແຜນທີ່ ສະແດງໃຫ້ເຫັນເຖິງຈຸດ ເຮືອຂ້າມຟາກຂອງກຣິສ ເກີດໄຟໄໝ້
ເຮືອຂ້າມຟາກ Norman Atlantic ແມ່ນໄດ້ແລ່ນອອກຈາກທ່າເຮືອ Patras ຂອງກຣິສ ໄປຍັງ Ancona ຂອງອີຕາລີ ເມື່ອວັນອາທິດຜ່ານມາ ໃນເວລາ ໄຟເລີ້ມໄໝ້ຂຶ້ນຢູ່ເທິງພື້ນເຮືອບ່ອນທີ່ ລົດທັງຫຼາຍຈອດຢູ່ນັ້ນ ໃກ້ໆກັບເກາະ Corfu. ບັນດາຜູ້ລອດຊີວິດ ກ່າວວ່າ ໄຟຮ້ອນຫຼາຍພໍທີ່ຈະເຮັດໃຫ້ພື້ນເກີບຂອງພວກເຂົາເຈົ້າເປື່ອຍອອກ ໃນຂະນະທີ່ພວກເຂົາເຈົ້າຢືນຖ້າການຊ່ວຍເຫຼືອ ຢູ່ຊັ້ນເທິງຂອງເຮືອ. ພວກເຂົາເຈົ້າ ກ່າວອີກວ່າ ພວກລູກເຮືອປາກົດວ່າ ບໍ່ຮູ້ວ່າຈະເຮັດແນວໃດເລີຍ.
Your browser doesn’t support HTML5
GREECE FERRY FIRE VOSOT