ບາດແຜ ໂສກນາດຕະກຳ ຢູ່ເມືອງ Bhopal ຍັງຫລົງເຫຼືອຢູ່ ຫຼັງຈາກ 30 ປີ ຜ່ານໄປ

Your browser doesn’t support HTML5

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ຫຼາຍຮ້ອຍ​ຄົນ ​ໄດ້​ເດີນ​ຂະ​ບວນ ຜ່ານ​ໃຈກາງເມືອງ​ BHOPAL
ໃນປະ​ເທດອິນເດຍ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ໂບກ​ກະບອງ​ໄຟ
​ເພື່ອ​ເປັນ​ການ​ລຳລຶກ​ເຖິງຫຼາຍພັນ​ຄົນ ຜູ້​ທີ່​ສູນ​ເສຍ​ຊີວິດ​ໄປ ​ໃນ​
ໂສກ​ນາດຕະກຳ​ອຸດສາຫະກຳ ທີ່​ຮ້າຍ​ແຮງ​ທີ່​ສຸດເຖິງແກ່ຊີວິດ
​ຂອງ​ໂລກ ​ເມື່ອ 30 ປີ​ກ່ອນ​ນັ້ນ.

​ໃນ​ຕອນ​ເວລາ​ຕອນ​ເຊົ້າຂອງວັນ​ທີ 3 ​ເດືອນ​ທັນ​ວາ ປີ 1984
ປະມານ 40 ​ໂຕນ ຂອງແກັສຊາຍ​ນາຍ ຮົ່ວ​ໄຫ​ລອອກ​ມາ​ໂດຍ
​ອຸບັ​ດ​ເຫດ ຈາກ​ໂຮງງານ​ຜະລິດ​ຢາ​ຂ້າ​ແມງ​ໄມ້​ ຂອງ ບໍລິສັດ
ຂ້າມ​ຊາດ Union Carbide Corp. ຊຶ່ງ​ສະຫະ​ບັດ​ເປັນ​ເຈົ້າຂອງ​.

​ແກັສທີ່​ມີ​ພິດ​ນັ້ນ ຖືກ​ລົມພັດ​ເຂົ້າ​ໄປ​ໃນ​ບໍລິ​ເວນ ອອມ​ແອ​ມຊຸມ​ຊົນ​ທີ່​ທຸກ​ຍາກ.

ລັດຖະບານ​ໄດ້​ບັນ​ທຶກ​ໄວ້​ວ່າ ມີ 5,295 ຄົນ​ເສຍຊີວິດ. ບັນ​ດາ​ນັກ​ເຄື່ອນ​ໄຫວ ປະ​ເມີນ​ວ່າ ມີ 25,000 ຄົນ ຕາຍຈາກ​ການ​ເຈັບ​ປ່ວຍ​ ໃນຫຼາຍໆ​ປີຕໍ່​ມາ ນັບຕັ້ງ​ແຕ່​ການ​ເກີດ​ເຫດ.

30 Years After Bhopal Disaster

ຫຼາຍໆຄົນຢູ່​ທີ່​ການ​ເດີນ​ຂະ​ບວນ ຮຽກຮ້ອງ​ໃຫ້​ມີ​ການ​ມ້ຽນ​ມັດ ສານພິດ​ທີ່​ເສດ​ເ​ຫຼືອ ຈຳນວນ ຫຼາຍພັນ​ໂຕນ ທີ່​ຖືກ​ຝັງ​ລົງດິນ ພາຍ​ໃນບໍລິສັດ ​ແລະ ຢູ່​ພາຍ​ນອກ​ດິນ ທີ່ເຄີຍເປັນຂອງ​ບໍລິສັດນັ້ນ.

ບັນດາ​ນັກ​ ເຄື່ອນ​ໄຫວ ກ່າວ​ວ່າ ສານພິດ​ທີ່​ເສດ​ເ​ຫຼືອນັ້ນ ​ໄດ້​ຊຶມເຂົ້າ​ໄປ​ໃນ​ດິນ ​ແລະ ​ເຮັດ​ໃຫ້​ນ້ຳດືມ​ ຂອງ​ປະຊາ​ຊົນ​ຈຳນວນ 50,000 ຄົນ​ທີ່​ອາ​ໄສ​ຢູ່​ໃກ້​ຄຽງ​ບໍລິ​ເວນ​ດັ່ງກ່າວ ເປັນ​ພິດ.

ບໍລິສັດ​ ດັ່ງກ່າວ ​ເປັນ​ຂອງ ບໍລິສັດສະຫະລັດຂ້າມ​ຊາດ Dow Chemical ທີ່​ມີ​ສຳນັກງານຕັ້ງຢູ່​ສະຫະ​ລັດ ກ່າວ​ວ່າ ຕົນ​ໄດ້​ຕົກລົງ​ກັບລັດຖະບານ​ອິນ​ເດຍແລ້ວ ສຳ​ຫລັບ ການ​ຊົດ​ເຊີຍ ​ໃນ​ຈຳນວນ 500 ພັນລ້ານດອນ​ລາ​ ​ແລະ ບໍ່​ມີ​ຄວາມ​ຮັບຜິດຊອບ​ໃດໆ​ອີກ.

Your browser doesn’t support HTML5

INDIA BHOPAL VOSOT