ທີ່ໄຕ້ຫວັນ ມີຫຼາຍກວ່າ 500 ຄົນ ໄດ້ຮັບບາດເຈັບ ແລະ ເກືອບ
200 ຄົນ ບາດເຈັບສາຫັດ ເວລາເກີດໄຟໄໝ້ຢູ່ສວນຫລິ້ນນ້ຳ
Formosa Water Park ນອກນະຄະຫຼວງໄທເປ.
ໄດ້ເກີດໄຟໄໝ້ຂຶ້ນ ໂດຍອຸບັດເຫດ ເວລາພວກສະແດງຄອນເສີຕ
ຢູ່ເທິງເວທີ ໂຍນຜົງສີທີ່ໃຊ້ໃນການສະແດງ ເຂົ້າໃສ່ກຸ່ມຊາວຫນຸ່ມ
ປະມານ 1,000 ຄົນ ທີ່ກຳລັງເຕັ້ນລຳ ແລະ ມ່ວນຊື່ນກັບສຽງເພງ
ຢູ່ນັ້ນ ແລະຜົງສີດັ່ງກ່າວໄດ້ຕິດໄຟ ລຸກໄໝ້ຂຶ້ນ.
ບັນດາຜູ້ເຄາະຮ້າຍມີອາການມຶນງົງ ໄດ້ຖືກຫາມອອກໄປ ຈາກ
ສວນຫລິ້ນນ້ຳ ດ້ວຍບ້ວງຢາງຫລິ້ນນ້ຳ. ສ່ວນຄົນອື່ນໆ ນອນຢູ່
ເທິງພວກຂອງຫລິ້ນລອຍນ້ຳ ທີ່ຖືກສູບລົມໃສ່ ຂະນະທີ່ພວກຜູ້ຄົນຢືນເບິ່ງ ຢູ່ໃນເຫດການ
ພາກັນເທນ້ຳໃສ່ພວກເຂົາເຈົ້າ.
ຮູບຈາກໂທລະພາບ ສະແດງໃຫ້ເຫັນເຖິງ ບັນດາຜູ້ເຂົ້າຊົມຄອນເສີຕ ທີ່ໄດ້ຮັບບາດເຈັບ ກຳລັງຖືກຫາມ ອອກໄປຈາກ ບ່ອນເກີດໄຟໄໝ້ ຢູ່ສວນຫລິ້ນນ້ຳ Formosa Water Park ໃນ New Taipei City ປະເທດໄຕ້ຫວັນ, ວັນທີ 27 ມິຖຸນາ 2015.
Your browser doesn’t support HTML5
Taiwan Fire