ຫຼາຍຮ້ອຍຄົນ ພາກັນຫລົບໜີເຂົ້າສູ່ປະເທດໄທ ຂະນະທີ່ທະຫານມຽນນມາ ປະທະກັບກຸ່ມກະບົດ

ຮູບພາບນີ້ຖ່າຍໃນວັນທີ 16 ທັນວາ 2021 ໂດຍອົງການກຸສົນ ເມດຕາ (Metta Charity) ສະແດງໃຫ້ເຫັນຜູ້ຄົນຈາກມຽນມາ ທີ່ຫລົບໜີຈາກຄວາມຮຸນແຮງທີ່​ເພີ້ມ​ທະ​ວີ​ຂຶ້ນ.

ພວກຊາວບ້ານມຽນມາຫຼາຍ​ຮ້ອຍ​ຄົນ ພາ​ກັນຫລົບໜີໄປສູ່ປະເທດໄທ ຫຼັງຈາກກອງທະ
ຫານລັດຖະບານ ປະທະກັບພວກກະບົດຊົນເຜົ່າ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່
ທີ່ກ່າວຕໍ່ອົງການຂ່າວຝຣັ່ງ (AFP) ໃນວັນພະຫັດວານນີ້່.

ການສູ້ລົບລະຫວ່າງ ສະຫະພັນກະຫລ່ຽງແຫ່ງຊາດ (KNU) ແລະທະຫານໄດ້ ລະ​ເບີດ
ຂຶ້ນ ໃນວັນພຸດທີ່ຜ່ານມາຢູ່ໃນເມືອງເລ ເກ ກໍ (Lay Kay Kaw) ໃກ້ກັບຊາຍແດນໄທ
ຊຶ່ງເປັນການປະທະກັນເທື່ອທຳອິດໃນຮອບຫຼາຍເດືອນ.

ໃນວັນພະຫັດວານນີ້ ຮູບພາບ​ຂອງສື່ມວນ​ຊົນ​ໃນທ້ອງຖິ່ນ ສະແດງໃຫ້ເ​ຫັນ ມີຫຼາຍສິບ​
ຄົນພາກັນລຽນແຖວເພື່ອຂ້າມແມ່ນໍ້າທີ່ເປັນສ່ວນນຶ່ງຂອງຊາຍແດນນັ້ນ.

ເຈົ້າໜ້າທີ່ລັດຖະບານໄທຄົນນຶ່ງ ໃນຈັງ​ຫວັດຕາກ ທີ່ໄດ້ກ່າວ​ໂດຍບໍ່ປະສົງບອກຊື່ ຕໍ່
ອົງການຂ່າວ AFP ວ່າ ມີ 700 ຄົນ ໄດ້ຂ້າມຊາຍແດນໄປແລ້ວ ແລະຈະໄດ້ຮັບອາຫານ
ແລະບ່ອນພັກພາອາໄສ.

ທ່່ານນາງນໍ ກຢໍ ປໍ (Naw K’nyaw Paw) ເລຂາທິການຂອງອົງການແມ່ຍິງ ກະຫລ່ຽງ
ກ່າວຕໍ່ອົງການຂ່າວຝຣັ່ງວ່າ ຫຼາຍກວ່າ 1,000 ຄົນ ໄດ້ຮັບອະນຸຍາດໃຫ້ຂ້າມ ຫຼັງຈາກ
ບັນດາຜູ້ນຳປະຊາຄົມ ໄດ້ເຈລະຈາກັບພວກເຈົ້າໜ້າທີ່ໄທ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ