ເກືອບຮອດ 300 ຄົນ ໄດ້ເສຍຊີວິດຢູ່ໃນແຂວງ Sindh ທາງ
ພາກໃຕ້ ຂອງປາກິສຖານ ໃນໄລຍະເວລາ 3 ມື້ຜ່ານມາ ຍ້ອນ
ຄື້ນຟອງອາກາດ ທີ່ຮ້ອນຈັດ.
ອຸນຫະພູມໃນວັນເສົາທີ່ຜ່ານມາ ໄດ້ພຸ່ງສູງຂຶ້ນ ເຖິງ 44 ອົງສາ
Celsius. ສ່ວນໃນວັນອາທິດ ອຸນຫະພູມ ຫລຸດລົງພຽງໜ້ອຍ
ດຽວ ຢູ່ທີ່ 43 ອົງສາ Celsius.
ປາກິສຖານ ພວມສະຫລອງ ເດືອນສັກສິດ Ramadan ເຊິ່ງ
ເປັນເວລາ ທີ່ຊາວມຸສລິມໃນທົ່ວໂລກ ອົດອາຫານ ຕັ້ງແຕ່
ຕາເວັນຂຶ້ນ ຈົນເຖິງຕາເວັນຕົກ.
ອັນນີ້ໝາຍຄວາມວ່າ ໃນຂະນະທີ່ອົດທົນ ຕໍ່ສູ້ກັບອຸນຫະພູມ ທີ່ຮ້ອນຈັດ ແລ້ວ
ຊາວປາກິສຖານ ຍັງຕ້ອງໄດ້ງົດກິນອາຫານ ແລະນ້ຳ ນຳດ້ວຍ.
ພີ່ນ້ອງຄົນນຶ່ງ (ຂວາ) ລໍຖ້າຂະນະທີ ບັນດາອາສາສະໝັກ ຊອກຫາສົບ ໃນກອງສົບ ຂອງຜູ້ທີ່ເສຍຊີວິດ ຍ້ອນຄື້້ນຟອງອາກາດຮ້ອນແຮງຈັດ ຢູ່ທີ່ ມູນນິທິ Edhi ຊຶ່ງເປັນໂຮງເກັບສົບ ໃນນະຄອນ Karachi ປະເທດປາກິສຖານ, ວັນທີ 21 ມິຖຸນາ 2015.
ບັນດາເຈົ້າໜ້າທີ່ໃນຂົງເຂດດັ່ງກ່າວ ໄດ້ຖືກກົດດັນໃຫ້ປະກາດພາວະສຸກເສີນ ຫຼັງຈາກ
ຕາໜ່າງການສົ່ງໄຟຟ້າໄດ້ເປ່ເພ ເຮັດໃຫ້ບໍ່ມີໄຟຟ້າໃຊ້ ໃນຂອບເຂດ ທີ່ກວ້າງຂວາງ
ຢູ່ໃນໃຈກາງຄຸ້ມການເງິນ ຂອງນະຄອນ Karachi ແລະເຮືອຊານຂອງປະຊາຊົນ 20
ລ້ານຄົນ.
ບັນດາເຈົ້າໜ້າທີ່ ຍັງໄດ້ຍົກເລີກ ການຢຸດພັກຂອງນາຍແພດ ແລະ ພະນັກງານແພດ
ທັງໝົດ ໃນຂະນະທີ່ ຫຼາຍຮ້ອຍຄົນ ໄດ້ຖືກສົ່ງໄປຮັກສາຢູ່ທີ່ໂຮງໝໍ ຍ້ອນການເຈັບປ່ວຍ
ທີ່ກ່ຽວພັນກັບຄວາມຮ້ອນເອົ້າ ນັ້ນ.
ປະຊາຊົນຮັບເອົານ້ຳດື່ມ ຈາກອາສາສະໝັກ ຢູ່ທີ່ຈຸດແຈກນ້ຳ ນອກສູນການແພດສຶກສາປະລິນຍາໂທ Jinnah (JPMC) ໃນລະຫວ່າງ ອາກາດທີ່ຮ້ອນເອົ້າ ໃນນະຄອນ Karachi ປະເທດ ປາກິສຖານ, ວັນທີ 23 2015.
Your browser doesn’t support HTML5
Pakistan Heat