ຝຣັ່ງໄດ້ຮຽກຮ້ອງໃຫ້ເປີດກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດໃນທັນທີທັນທີກ່ຽວກັບເມືອງ Aleppo.
ຢູ່ໃນຖະແຫລງການສະບັບນຶ່ງ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault ກ່າວວ່າ “ຫຼາຍກວ່າທີ່ເຄີຍມີມາ ແມ່ນມີຄວາມຈຳເປັນອັນຮີບດ່ວນທີ່ຈະຕ້ອງໄດ້ມີການຢຸດຍິງ ແລະການເຂົ້າເຖິງການຊ່ວຍເຫລືອມະນຸດສະທຳແບບບໍ່ມີການຂັດຂວາງໃດໆ” ສຳລັບປະຊາຊົນຢູ່ໃນເມືອງທີ່ຖືກປິດລ້ອມດັ່ງ ກ່າວ.
ອົງການສະຫະປະຊາຊາດກ່າວວ່່າ ມີພົນລະເຮືອນຫລາຍເຖິງ 16,000 ຄົນ ໄດ້ພາກັນຫລົບໜີໄປຈາກກ້ຳຕາເວັນອອກຂອງເມືອງ Aleppo ແລ້ວ ໃນໄລ ຍະສອງສາມມື້ຜ່ານມາ ຫລັງຈາກກຳລັງຂອງລັດຖະບານຊີເຣຍໄດ້ບຸກຄືບໜ້າ ເຂົ້າໄປໃນເມືອງດັ່ງກ່າວ.
ໃນວັນອັງຄານມື້ນີ້ ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດ ອັງກິດ ກ່າວວ່າ ມີພົນລະເຮືອນຢ່າງໜ້ອຍ 10 ຄົນໄດ້ເສຍຊີວິດໃນການໂຈມຕີ ທາງອາກາດທີ່ຄຸ້ມ Bab al-Nairab ຊຶ່ງເປັນຄຸ້ມທີ່ພວກຕໍ່ຕ້ານລັດຖະບານຍັງ ຍຶດຄອງຢູ່ໃນພາກຕາເວັນອອກຂອງເມືອງ Aleppo.
ບັນດານັກເຄື່ອນໄຫວ ແລະສື່ມວນຊົນຂອງທາງການຊີເຣຍກ່າວໃນວັນຈັນວານນີ້ວ່າ ກຳລັງລັດຖະບານໄດ້ຮັບໄຊຊະນະຈຳນວນນຶ່ງຕໍ່ພວກນັກລົບຝ່າຍຕໍ່ຕ້ານຢູ່ໃນພາກຕາເວັນອອກຂອງເມືອງ Aleppo ອັນເປັນພາກສ່ວນນຶ່ງຂອງຍຸດທະສາດທີ່ຈະແບ່ງເຂດຍຶດຄອງຂອງພວກຕໍ່ຕ້ານລັດຖະບານໃນເມືອງດັ່ງກ່າວອອກເປັນສອງເຂດ.
ເມືອງ Aleppo ໄດ້ເປັນເປົ້າໝາຍທີ່ສຳຄັນໃນຄວາມພະຍາຍາມຂອງກອງທັບຊີເຣຍ ໂດຍໄດ້ຮັບການສະໜັບສະໜູນຈາກໂຈມຕີທາງອາກາດຂອງຣັດເຊຍ. ສະ ຖານະການຢູ່ທີ່ນັ້ນໄດ້ເຮັດໃຫ້ນາໆຊາດມີຄວາມເປັນຫ່ວງ ໂດຍທີ່ຄາດຄະເນກັນວ່າ ຍັງມີພົນລະເຮືອນ 250,000 ຄົນຕົກຄ້າງຢູຸ່ບ່ອນທີ່ລັດຖະບານໄດ້ປິດລ້ອມ ແລະມີຄວາມຕ້ອງການອາຫານ ແລະການຊ່ວຍເຫລືອດ້ານການແພດ.
ຢູ່ທີ່ວໍຊິງຕັນ ກະຊວງຕ່າງປະເທດສະຫະລັດ ໄດ້ສະແດງຄວາມ “ບໍ່ພໍໃຈຢ່າງໜັກ” ຕໍ່ການຖີ້ມລະເບີດເທື່ອຫລ້າສຸດໃສ່ເມືອງ Aleppo ໂດຍຖືວ່າມົສກູເປັນ ຜູ້ຮັບຜິດຊອບ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ John Kirby ກ່າວໃນວັນຈັນວານນີ້ວ່າ “ສິ່ງທີ່ພວກເຮົາຍັງສືບຕໍ່ຢືນຢັດກໍຄື ຣັດເຊຍເປັນຜູ້ຮັບຜິດຊອບໃນທີ່ ສຸດຢູ່ທີ່ນີ້ ຕໍ່ອັນທີ່ລະ ບອບການປົກຄອງຊີເຣຍກຳລັງປະຕິບັດ ແລະອະນຸຍາດໃຫ້ເຮັດ ໃນກໍລະນີເຮັດໃຫ້ພົນລະເຮືອນບາດເຈັບລົ້ມຕາຍແລະທຳລາຍພື້ນຖານ ໂຄງລ່າງດ້ານພົນລະເຮືອນ ຮວມ ທັງໂຮງໝໍ ທັງຢູ່ໃນ ແລະອ້ອມແອ້ມ ເມືອງ Aleppo.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5