ການສືບທອດຕໍາແໜ່ງຂອງກໍາປູເຈຍ ຈະບໍ່ເກີດຂຶ້ນແບບຮີບດ່ວນ, ເມື່ອການຄາດການໄດ້ເກີດຂຶ້ນເກືອບສອງປີມາແລ້ວວ່າ ລູກຊາຍກົກຂອງນາຍົກລັດຖະ ມົນຕີ ຈະເຂົ້າມາກໍາອໍານາດຕໍ່ໃນການເລືອກຕັ້ງລະດູຮ້ອນນີ້, ພໍ່ຂອງລາວ ທ່ານຮຸນ ເຊນ ເປັນນາຍົກລັດຖະມົນຕີມາເກືອບ 40 ປີແລ້ວ, ຍົກເລີກມັນ.
“ຂ້າພະເຈົ້າຍັງຄົງຢືນຢູ່ທີ່ນີ້, ສະນັ້ນ ແມ່ນຫຍັງຄືເຫດຜົນສໍາຄັນ ໃນການເປັນນາຍົກຂອງລູກຊາຍຂ້າພະເຈົ້າ,” ທ່ານຮຸນ ເຊນ ໄດ້ກ່າວໄປເມື່ອທ້າຍປີ 2021. “ດັ່ງນັ້ນ, ຄວາມເປັນໄປໄດ້ຂອງລາວ ບໍ່ແມ່ນກ່ອນປີ 2028. ມີຄວາມເປັນໄປໄດ້ຫຼາຍວ່າ ອາດຈະເຂົ້າມາດໍາລົງຕໍາແໜ່ງ ລະຫວ່າງປີ 2028 ແລະອາດຈະແມ່ນປີ 2030. ລາວຕ້ອງລໍຖ້າ.”
ພົນໂທ ຮຸນ ມາເນດ, ກາງ, ຈາກກອງທັບອາກາດລາດຊະອານາຈັກກໍາປູເຈຍ (RCAF) ແລະເປັນລູກຊາຍຄົນທໍາອິດຂອງນາຍົກລັດຖະມົນຕີ ຮຸນ ເຊັນ, ສະແດງຄວາມຍິ້ມແຍ້ມ ກ່ອນເລີ້ມຕົ້ນການແລ່ນ half-marathon ນານາຊາດ ຢູ່ຕໍ່ໜ້າພະລາດຊະວັງໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 12 ມິຖຸນາ 2016.
ໃນຂະນະດຽວກັນ, ລູກຊາຍທີ່ມີອາຍຸ 46 ປີ, ພົນໂທ ຮຸນ ມາເນດ ກໍາລັງກ້າວເຂົ້າສູ່ເວທີການເມືອງ ໃນຖານະຜູ້ລົງຮັບສະໝັກເປັນສະມາຊິກສະພາ ໃນພັກປະຊາຊົນກໍາປູເຈຍ ຫຼື CPP ໂດຍມີຊື່ລົງສະໝັກຮັບເລືອກຕັ້ງແຫ່ງຊາດໃນເດືອນໜ້ານີ້. ມີການຄາດການຢ່າງກວ້າງຂວາງວ່າ ພັກ CPP ຈະໄດ້ຮັບໄຊຊະນະຢ່າງລົ້ນເຫຼືອ.
“ພວກເຮົາສາມາດເວົ້າໄດ້ວ່າ ພວກເຮົາປະທັບໃຈຕໍ່ພື້ນຖານການສຶກສາ ແລະລະດັບຄວາມສາມາດອື່ນໆຂອງ ຮຸນ ມາເນດ ຫຼາຍ,” ທ່ານຊັນ ຊາຍ (Son Chhay) ເຊິ່ງດໍາລົງຕໍາແໜ່ງພັກຝ່າຍຄ້ານມາຍາວນານ, ແລະປັດຈຸບັນ ເປັນຮອງປະທານພັກແສງທຽນ, ໄດ້ກ່າວຕໍ່ VOA ພາກພາສາກໍາປູເຈຍ ໃນຊ່ວງຕົ້ນເດືອນກຸມພາທີ່ຜ່ານມາ. “ແຕ່ ພວກເຮົາຕ້ອງໄດ້ລໍຖ້າ ແລະຕິດຕາມເບິ່ງວ່າ ລາວຈະຫາທາງແກ້ໄຂບັນຫາຕ່າງໆຂອງປະເທດແບບຮີບດ່ວນແນວໃດ ເຊິ່ງລວມມີການສໍ້ລາດບັງຫຼວງ, ຄວາມເປັນອິດສະຫຼະຂອງຄະນະຕຸລາການທີ່ສາມາດລະບຸຊື່ໄດ້ພຽງບໍ່ເທົ່າໃດຄົນ.”
ນາຍົກລັດຖະມົນຕີ ຮຸນ ເຊັນ ຂອງກໍາປູເຈຍ, ຊ້າຍ, ຢູ່ຢູ່ໃກ້ກັບລູກຊາຍຂອງທ່ານ ທ່ານຮຸນ ມາເນດ ລຸນຫຼັງພິທີຈົບການສຶກສາ ຢູ່ທີ່ສະຖານບັນການສຶກສາທາງທະຫານຂອງສະຫະລັດ ໃນເມືອງ West Point, ວັນທີ 29 ພຶດສະພາ 1998.
ຮຸນ ມາເນດ, ເປັນນຶ່ງໃນບັນດາຜູ້ນໍາຂອງພັກ CPP ທີ່ຫາກໍ່ເຂົ້າມາໃໝ່, ເຊິ່ງສ່ວຍຫຼາຍແລ້ວ ແມ່ນລູກໆ ຂອງພວກຜູ້ນຳອະວຸໂສ, ຜູ້ທີ່ໄດ້ໂນ້ມນ້າວຈິດໃຈຂອງປະຊາຊົນວ່າ ພວກເຂົາຄືວິໄສທັດໃໝ່ ສໍາລັບກໍາປູເຈຍ, ໂດຍບໍ່ມີການປ່ຽນແປງໃນການບ່ອນທໍາລາຍເຄືອຂ່າຍການສະໜັບສະໜຸນພັກລັດຖະບານ.