ຂະບວນລົດບັນທຸກການຊ່ອຍເຫຼືອດ້ານມະນຸດສະທຳ ເຂົ້າໄປໃນເຂດກາຊາ ໄດ້ ແຕ່ຈະຊັກຊ້າ

  • ວີໂອເອ

ເດັກນ້ອຍຊາວປາແລັສໄຕນ໌ ທີ່ໄດ້ຖືກຍົກຍ້າຍເນື້ອງຈາກການຖິ້ມລະເບີດໃສ່ເຂດກາຊາ ຢູ່ໃນສູນເຕັ້ນ ທີ່ UNDP ຈັດຫາໃຫ້ ໃນເມືອງ Khan Younis ໃນວັນທີ 19 ຕຸລາ 2023.

ຂະ​ບວນ​ລົດ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຕ້ອງການເປັນ​ຢ່າງຍິ່ງ ຊຶ່ງໄດ້ຄາດຫວັງກັນນັ້ນ ຈະ​ເຂົ້າສູ່​ເຂດ​ກາຊາ​ຈາກ​ປະ​ເທດ​ອີ​ຈິບ ​ຜ່ານ​ດ່ານຂ້າມຊາຍແດນ ຣາຟາ ໃນ​ວັນ​ສຸກ​ມື້ນີ້ ບັດນີ້ຄາດກັນ​ວ່າ​ ຈະຊັກ​ຊ້າໄປ​ຢ່າງນ້ອຍ​ນຶ່ງ​ມື້.

ເຈົ້າ​ໜ້າ​ທີ່​ສະຫະລັດໄດ້ອ້າງເຖິງການ​ສ້ອມ​ແປງ​ຖະໜົນ​ຫົນທາງ​ເປັນ​ສາເຫດ​ນຶ່ງ​ທີ່​ພາ​ໃຫ້​ຂະບວນ​ລົດນີ້​ຊັກ​ຊ້າ, ໂດຍມີກຳນົດ​ຈະ​ນຳ​ເອົາ​ເຄື່ອງ​ໃຊ້​ການ​ແພດທີ່ສຳຄັນໆ, ອາຫານ, ນ້ຳ ​ແລະ​ສິ່ງ​ຈຳ​ເປັນ​ອື່ນໆ ​ໄປທີ່​ເຂດ​ກາຊາ, ​ເຊິ່ງຕ້ອງຮັບ​ມື​ກັບ​ການ​ຖິ້ມລະ​ເບີດ​ເກືອບ 2 ອາທິດແລ້ວ​ ຈາກ​ກອງ​ກຳລັງ​ອິສຣາ​ແອ​ລ ​ໃນ​ການ​ຕອບ​ໂຕ້​ການ​ໂຈມ​ຕີ​ທີ່​ບໍ່ຄາດຄິດ ​ໂດຍກຸ່ມຫົວ​ຮຸນ​ແຮງ ຮາມາສ ​ໃນ​ວັນ​ທີ 7 ຕຸລາ.

ເຫດ​ລະ​ເບີດ​ໄດ້​ເຮັດ​ໃຫ້​ຊາວ​ກາຊາ​ຫຼາຍແສນ​ຄົນບໍ່ມີ​ທີ່ຢູ່​ອາ​ໄສ ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ​ໄດ້ບັນລຸ​ຂໍ້​ຕົກລົງ​ລະຫວ່າງ ອິສຣາ​ແອລ ​ແລະ ອີ​ຈິບ ​ເພື່ອ​ອະນຸຍາດ​ໃຫ້​ການ​ຊ່ວຍ​ເຫລືອ​ບາງ​ສ່ວນ​ເຂົ້າໄປໃນ​ເຂດ​ກາຊາ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ອິສຣາ​ແອ​ລ ​ໃນ​ອາທິດ​ນີ້ຂອງທ່ານ.

ໃນ​ຂະ​ນະ​ດຽວກັນ, ອິສ​ຣາ​ແອລ ກຳລັງວາງ​ແຜນ​ທີ່​ຈະ​ຍົກ​ຍ້າຍ​ປະຊາຊົນອອກຈາກເມືອງກີຣີອຽດ ຊໂມນາ (Kiryat Shmona) ທາງພາກເໜືອຂອງກາຊາ. ເຈົ້າ​ໜ້າ​ທີ່​ກ່າວ ​ໃນ​ວັນ​ສຸກວ່າ ຊາວ​ເມືອງ​ຈະ​ຖືກ​ຈັດ​ໃຫ້​ຢູ່​ໃນ​ບ້ານພັກຕ້ອນຮັບແຂກ ທີ່​ໄດ້​ຮັບ​ທຶນສະໜັບສະໜູນ​ຈາກ​ລັດ. ເມືອງ​ທາງ​ພາກ​ເໜືອດັ່ງກ່າວ ​ຕັ້ງ​ຢູ່​ໃກ້​ຊາຍ​ແດນ​ອິດສ​ຣາ​ແອລ ກັບ​ເລ​ບາ​ນອນ ແລະໄດ້​ຖືກ​ໂຈມ​ຕີ​ດ້ວຍຈະຫຼວດ ແລະ ລູກ​ສອນ​ໄຟ ​ຈໍານວນຫຼາຍ ຈາກ​ກຸ່ມ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຕ່າງໆ.

ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ ທ່ານ ໂຢອາຟ ກາ​ລ​ລັນ (Yoav Gallant) ໃນວັນພະຫັດນີ້ ໄດ້ບອກກັບກອງທັບບົກຂອງປະເທດ ຫຼາຍແສນຄົນ ໃຫ້ກຽມພ້ອມບຸກໂຈມຕີເຂດກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ