ພາຍຸແຊນດີ ລົບກວນ ການຫາສຽງ ຜູ້ສະມັກ ປ. ສະຫະລັດ (ສະໄລດ໌ກັບວີດີໂອ)

ພາຍຸ Sandy ທີ່ຮ້າຍແຮງ ເຮັດໃຫ້ທ່ານ Obama ແລະ Romney ປັບປ່ຽນ ແຜນການໂຄສະນາຫາສຽງໃໝ່.

ຍັງ​ເຫລືອ​ເວລາ​ ພຽງອີກ​ນຶ່ງ​ອາທິດ ກໍຈະ​ເຖິງ​ມື້​ປ່ອນ​ບັດ​ແລ້ວ
ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ແລະ​ຄູ່​
ແຂ່ງຈາກພັກຣິພັບ​ບລິກັນທ່ານ Mitt Romney ກຳລັງ​ຊອກ
​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ຄວາມ​ກໍ້າ​ເກິ່ງ​ໃນ​ການ​ໂຄສະ​ນາ​ຫາ​ສຽງ
​ຂັ້ນສຸດ​ທ້າຍ​ຕໍ່​ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ໃນ​ຂະນະ​ທີ່ຊາວ​ອາ​ເມຣິ
ກັນຫຼາຍ​ສິບ​ລ້ານ​ຄົນ ທີ່ຢູ່​ເລາ​ະຕາມຝັ່ງ​ທະ​ເລ​ກໍ້າຕາ​ເວັນ​ອອກ
ຂອງ​ປະ​ເທດ ພວມ​ປະ​ເຊີນ​ໜ້າ​ ກັບລົມພາຍຸຂະໜາດແຮງ.

ຜູ້ສະມັກ​ປະທານາທິບໍດີທັງ​ສອງ​ທ່ານ​ຕ່າງ​ກໍ​ໄດ້​ຍົກ​ເລີກແຜນ
​ໄປປະກົດໂຕໂຄສະນາ​ຫາ​ສຽງ ​ໃນວັນ​ອັງຄານມື້ນີ້ ​ແລະ​ໄດ້​
ເນັ້ນ​ໜັກ​ໃ​ສ່ການ​ສົ່ງ​ສານ ໄປ​ຍັງບັນດາ​ຜູ້ໄດ້​ຮັບເຄາະຮ້າຍ
ຈາກ​ລົມພາຍຸ​ແລະ​ຮຽກຮ້ອງໃຫ້​ບໍລິຈາກ​ເງິນແກ່​ອົງການຊ່ວຍ​
ເຫລືອ​ຕ່າງໆ.

ຜົນ​ກະທົບ​ຂອງລົມ​ພາຍຸ ​ແມ່ນຮວມ​ທັງຫຼາຍໆລັດ ທີ່ຍັງ​ບໍ່ທັນ​ມີ​ຝ່າຍ​ໃດ ກຳ​ຄະ​ແນນ​ສຽງ​ໄດ້​ຢ່າງ​ເດັດຂາດ ​ຊຶ່ງ​ພວກນັກວິ​ເຄາະກ່າວ​ວ່າ ​ເປັນ​ກະ ​ແຈສໍາ​ຄັນ​ສຳລັບຜົນການປ່ອນ​ບັດເລືອກ​ຕັ້ງ ໃນ​ວັນ​ທີ 6 ເດືອນ​ພະ​ຈິກ ຮວມ​ມີລັດ Virginia, North Carolina, Pennsylvania, New Hampshire ​ແລະ Ohio.



ຢູ່ໃນບາງເຂດຂອງ​ລັດ Virginia ​ແລະ North Carolina ໜ່ວຍ​ປ່ອນ​ບັດ​ລ່ວງ​ໜ້າ ​ໄດ້​ປິດ​ລົງ​ໃນ​ຂະນະ​ທີ່ລົມພາຍຸ​ພັດ​ຜ່ານ ​ແລະ​ບັນດາ​ໜ່ວຍ​ປ່ອນບັດ​ທີ່​ Washington ຍັງ​ປິດ​ຢູ່ ​ໃນວັນອັງ​ຄານ ມື້​ນີ້.

ທ່ານ Obama ​ໄດ້​ກັບ​ຄືນ​ມາທໍານຽບຂາວ ​ໃນ​ວັນ​ຈັນວານ​ນີ້ ​ເພື່ອ​ກໍາ ກັບການ​ຮັບ​ມື​ກັບ​ລົມພາຍຸ ຂອງລັດຖະບານ​. ບັນດາ​ຜູ້​ຊ່ວຍຂອງທ່ານ Romney ກ່າວ​ວ່າ ທ່ານອາດ​ຈະໄປຢ້ຽ​ມຢາມ​ຂົງ​ເຂດທີ່ໄດ້​ຮັບ​ຜົນກະ ທົບ​ຈາກລົມພາຍຸ ​ໃນ​ທ້າຍ​ອາທິດ​ນີ້.