ອົງການ HRW ກ່າວວ່າ ເດັກນ້ອຍ ທີ່ເຮັດວຽກ ຢູ່ສວນຢາ ອິນໂດເນເຊຍ ຕົກຢູ່ໃນອັນຕະລາຍ

ພວກພະນັກງານພາກັນເຮັດວຽກຕັດໃບຢາ ທີ່ຈະສົ່ງໄປ ເມືອງ Bremen ປະເທດ Germany ທີ່ໂຮງງານໃນບ້ານ Klumpang ທາງພາກເໜືອ ເກາະ Sumatra ປະເທດ Indonesia.

ເກີດວິນຫົວ ​ເຈັບຫົວ ປວດຮາກ ​ແລະຮາກ​ອອກມາ ສິ່ງ​ເຫລົ່ານີ້ ​ແມ່ນ​ອາການ​ຂອງ​ພວກ ເດັກນ້ອຍ​ອິນ​ໂດ​ເນ​ເຊຍ​ຫລາຍ​ພັນ​ຄົນ ທີ່​ໄດ້​ຮັບ​ຄວາມທຸກ​ທໍລະມານ ຫລັງ​ຈາກ​ໄດ້​ເຮັດ​ວຽກເປັນ​ເວລາຫລາຍ​ຊົ່ວ​ໂມງ ຢູ່​ໃນ​ທົ່ວປະ​ເທດທີ່​ມີ​ການປູກຕົ້ນ​ຢາສູບ​ຢ່າງ​ກວ້າງ​ຂວາງ ນັ້ນ.

ຢູ່​ໃນ​ລາຍ​ງານ​ໃໝ່​ສະບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ພຸດ​ມື້​ນີ້ ທີ່​ມີ​ຊື່​ວ່າ ການ​ເກັບ​ກ່ຽວ​ ທີ່ຢູ່​ໃນ​ເລືອດ​ຂ້ອຍ ອັນຕະລາຍ​ຂອງ​ການ​ໃຊ້ແຮງ​ງານ​ເດັກນ້ອຍ ຢູ່ໃນ​ການປູກ​ຢາສູບ ​ໃນ​ອິນ​ໂດ​ເນ​ເຊຍ ຊຶ່ງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ສຳພາດ​ ພວກ​ເດັກນ້ອຍ​ທີ່ອອກແ​ຮງງານ​ຫລາຍ​ຮ້ອຍ​ຄົນ ທີ່​ມີອາຍຸ​ລະຫວ່າງ 8 ຫາ 17 ປີ ທີ່​ກຳ ລັງເຮັດ​ວຽກ​ຢູ່​ໃນ​ສວນ​ຢາ ​ແຈກ​ຢາຍກັນ​ຢູ່ 500,000 ​ແຫ່ງ ​ເຖິງ​ແມ່ນ​ວ່າ ອິນ​ໂດ​ເນ​ເຊຍ ມີກົດໝາຍ​ຫ້າມ​ບໍ່ໃຫ້​ໃຊ້​ແຮງ​ງານເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 18 ປີໃນ​ການ​ເຮັດ​ວຽກ​ທີ່​ເປັນ ​ອັນ​ຕະລາຍ ຮວມທັງ​ເຮັດ​ວຽກ​ຢູ່​ໃນ​ສິ່ງ​ແວດລ້ອມ ​ທີ່​ເປັນ​ອັນຕະລາຍ​ຂອງສານເຄ​ມີ.

ລາຍ​ງານ​ໄດ້​ເປີດ​ເຜີຍ​ວ່າ ພວກ​ເດັກນ້ອຍ​ພາກັນເຮັດ​ວຽກ​ກັບ​ໃບ​ຢາສູບ​ດ້ວຍ​ມື​ເປົ່າ​ ​ເຮັດ ​ໃຫ້​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ອັນ​ຕະລາຍ​ຂອງ​ການ​ຕິດ​ສານ​ພິດ nicotine ທີ່​ຮູ້​ກັນ​ດີ​ວ່າ “ພະ​ຍາດ​ ຢາສູບ​ຂຽວ” ທີ່​ເກີດ​ຂຶ້ນ​ຈາກ​ການ​ນຳ​ເອົາ nicotine ​ຜ່ານເຂົ້າສູ່ຜິວ​ໜັງ​. ພວກ​ເດັກນ້ອຍ​ ຍັງ​ມີ​ຄວາມ​ສ່ຽງ​ຕື່ມ​ຂຶ້ນ ​ໃນ​ການ​ຖືກເຜີຍ​ແຜ່​ໃສ່ ​ກັບ​ຢາຂ້າ​ແມງ​ໄມ້ ຊຶ່ງ​ກຸ່ມ​ປົກ​ປ້ອງສິດທິ ​ມະນຸດ Human Rights Watch ກ່າວ​ວ່າ​ ມີ​ຜົນ​ສະທອນ​ໃນລະຍະ​ຍາວ ບັນຫາ​ສັບສົນ ​ດ້ານ​ສຸຂະພາບ​ເຊັນ​ວ່າ ບັນ​ຫາ​ການ​ຫາຍ​ໃຈ ມະ​ເຮັງ ຊຶມ​ເສົ້າ ​ແລະທຳລາຍ​ເສັ້ນປະສາດ.

ຢາສູບສ່ວນ​ໃຫຍ່​ຂອງ​ອິນ​ໂດ​ເນ​ເຊຍແມ່ນ​ໄດ້ຊີື້ຂາຍ​ກັນ​ຢູ່​ເດີ່ນຕະຫລາດທີ່​ເປີດ ກວ້າງ ​ໂດຍ​ບໍ່​ລິສັດ​ຜະລິດ​ຢາສູບໃຫຍ່​ໆຈາກ​ຫລາຍ​ປະ​ເທດ ຮວມທັງ​ບໍລິສັດ Philip Morris International ຂອງ​ສະຫະລັດ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸ​ດ Human Rights Watch ກ່າວ​ວ່າ ຍັງ​ບໍ່ພົບ​ເຫັນ​ຫລັກ​ຖາ​ນໃດໆທີ່​ວ່່າ​ບັນດາ​ບໍລິສັດ​ເຫລົ່າ​ນີ້ ພາກັນ​ເອົາ​ບາດກ້າວ​ ເພື່ອ​ປ້ອງ​ກັນບໍ່​ໃຫ້​ໃຊ້​ແຮງ​ງານ​ເດັກນ້ອຍໃນອຸດສາຫະກຳ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Indonesia Child Labor