ບັນດາເຈົ້າໜ້າທີ່ເຢເມນ ກ່າວວ່າ ພວກກະບົດ Houthi ຂອງ
ຊາວ Shi’ite ແລະພັນທະມິດເຂົາເຈົ້າ ໄດ້ບຸກເຂົ້າໄປສູ່ເຂດ
ໃຈກາງເມືອງ Aden ແລະໄດ້ຍຶດເອົາທຳນຽບປະທານາທິບໍດີ
ຢູ່ໃນເມືອງທ່າທີ່ສຳຄັນ ທາງພາກໃຕ້ຂອງປະເທດເຢເມນນັ້ນ.
ພວກກະບົດໄດ້ບຸກເລິກເຂົ້າໄປໃນເມືອງ Aden ໃນໄລຍະ
ສອງສາມມື້ທີ່ຜ່ານມານີ້ ໃນຂະນະທີ່ທຳການສູ້ລົບ ກັບກຳລັງ
ທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ Abd-Rabbu Mansour
Hadi ທີ່ນາໆຊາດຮັບຮູ້ ຊຶ່ງໄດ້ຫລົບໜີໄປຈາກເມືອງ Aden
ໃນອາທິດແລ້ວນີ້.
ການເຂົ້າຄວບຄຸມເມືອງ Aden ຊຶ່ງເປັນທີ່ໝັ້ນອັນແຂງແຮງຍັງເຫລືອຢູ່ບ່ອນສຸດທ້າຍ
ຂອງພວກທີ່ໜູນຫລັງທ່ານ Hadi ນັ້ນ ຈະເປັນຂີດໝາຍ ໃນການຖອຍ ຫລັງສຳຫລັບ
ກຳລັງປະສົມ ທີ່ນຳພາໂດຍ ຊາອຸດີ ຊຶ່ງໄດ້ທຳການໂຈມຕີທາງອາ ກາດມາໄດ້ດົນກວ່າ
ນຶ່ງອາທິດແລ້ວ ຢູ່ໃນທົ່ວເຢເມນ.
ເມືອງ Al-Mukalla, Yemen.
ຢູ່ທີ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫລວງ Riyadh
ປະເທດ ຊາອຸດີ ນັ້ນ ເຈົ້າໜ້າທີ່ປ້ອງກັນປະເທດຂອງຊາອຸດີ
ກ່າວວ່າ ທ່ານເຊື່ອວ່າ ສະຖານະການຢູ່ໃນເມືອງດັ່ງກ່າວ
“ຂ້ອນຂ້າງມິີຄວາມທຸ່ນທ່ຽງ ແລະສະຫງົບ.”
ໃນຕອນເຊົ້າວັນພະຫັດວານນີ້ ພວກຫົວຮຸນແຮງ al-Qaida
ໄດ້ບຸກເຂົ້າໄປໃນ ຄຸກແຫ່ງນຶ່ງ ຢູ່ພາກໃຕ້ຂອງເຢເມນ ແລະ
ໄດ້ປ່ອຍນັກໂທດ 300 ຄົນ.
ບັນດາ ເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ທ້າວ Khalid Batarfi ສະມາ ຊິກຄົນ
ສຳຄັນຂອງກຸ່ມ al-Qaida ໃນແຫຼມອາຣາເບຍ ແມ່ນຮວມຢູ່ໃນຈຳນວນ ຂອງຜູ້ທີ່ຖືກ
ປ່ອຍໂຕ ອອກຈາກຄຸກຢູ່ທີ່ເມືອງ al-Mukalla.
Your browser doesn’t support HTML5
Yemen