ລາວ ຈະສະແດງໃຫ້ສາກົນເຫັນໄດ້ແນວໃດວ່າຕົນມີທ່າທີເປັນກາງ ຕໍ່ບັນຫາຢູ່ທະເລຈີນໃຕ້ ເມື່ອໄດ້ເປັນປະທານອາຊຽນ ປີ 2024 ນີ້

  • ​ບົວ​ສະ​ຫວັນ ​ສິມ​ມາ​ລາ

ໃນພາບວັນທີ 31 ກໍລະກົດ 2018 ນີ້, ໜ່ວຍໂລກ, ສະແດງໃຫ້ເຫັນໝູ່ເກາະຕ່າງໆໃນທະເລຈີນໃຕ້ ພ້ອມກັບເສັ້ນ 9 ຂີດທີ່ຈີນອ້າງວ່າຢູ່ພາຍໃຕ້ເຂດແດນຂອງ ຈີນ ນຳສະແດງຢູ່ຮ້ານຂາຍປື້ມໃນນະຄອນຫຼວງ ປັກກິ່ງ.

ຂະນະທີ່ຂໍ້ພິພາດລະຫວ່າງຈີນ ແລະຟີລິບປິນ ໃນເຂດທະເລຈີນໃຕ້ ສືບຕໍ່ຮ້າຍ​ແຮງຂຶ້ນເລື້ອຍໆ ຢູ່ໃນໄລຍະນີ້ ກໍມີຄໍາຖາມກັນວ່າ ລາວທີ່ກໍາລັງຈະ ເປັນປະທານຂອງອາຊຽນ ຈະສະແດງທ່າທີເປັນກາງໄດ້ແນວໃດ ຕໍ່ບັນຫາ ທີ່ສໍາຄັນໃນຂົງເຂດດັ່ງກ່າວ. ບົວສະຫວັນຈະນໍາເອົາ ຄໍາເຫັນຕ່າງໆຂອງ ນັກຊ່ຽວຊານ ຫຼາຍທ່ານ ມາສະເໜີໃຫ້ທ່ານໄດ້ຮັບຟັງດັ່ງຕໍ່ໄປນີ້.

Your browser doesn’t support HTML5

ຟັງລາຍງານ ລາວ ຈະສະແດງໃຫ້ສາກົນເຫັນໄດ້ແນວໃດວ່າຕົນມີທ່າທີເປັນກາງ ຕໍ່ບັນຫາຢູ່ທະເລຈີນໃຕ້ ເມື່ອໄດ້ເປັນປະທານອາຊຽນປີ 2024 ນີ້

ຍັງບໍ່ພໍເທົ່າໃດອາທິດ ສປປ ລາວ ກໍຈະໄດ້ເປັນປະທານວຽນ ຂອງອາຊຽນປີ 2024 ແລ້ວ. ຂະນະທີ່ຂໍ້ພິພາດລະຫວ່າງໜ່ວຍຍາມຝັ່ງຂອງຈີນ ແລະ ກໍາປັ່ນລໍາ ລຽງເຄື່ອງຂອງຟີລິບປິນເກີດຂຶ້ນຢູ່ເລື້ອຍເມື່ອມໍ່ໆມານີ້ ຢູ່ທະເລຈີນໃຕ້ບ່ອນ ທີ່ຈີນອ້າງເອົາກໍາມະສິດຕໍ່ເນື້ອທີ່ສ່ວນໃຫຍ່ຂອງເຂດທະເລດັ່ງກ່າວ ກໍມີ ຄໍາຖາມກັນວ່າ ລາວຊຶ່ງເປັນປະເທດນຶ່ງ ທີ່ມີສາຍພົວພັນອັນໃກ້ຊິດກັບຈີນ ຈະສາ ມາດສະແດງໃຫ້ປະຊາຄົມໂລກເຫັນໄດ້ແນວໃດ ວ່າຕົນມີຄວາມເປັນກາງ ເມື່ອເວົ້າເຖິງບັນຫາສໍາຄັນທາງດ້ານຄວາມໝັ້ນຄົງຂອງຂົງເຂດ. ຕໍ່ບັນຫານີ້ ທ່ານ ດຣູ ທອມສັນ (Drew Thompson) ນັກຄົ້ນຄວ້າຊາວອາເມຣິກັນຢູ່ສູນກາງ ເອເຊຍໂລກາພິວັດ ໃນມະ ຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ຄໍາເຫັນວ່າ:

“ຂ້າ​ພະ​ເຈົ້າ​ບໍ່​ຄາດ​ຫວັງ​ວ່າ​ ​ລາວຈະ​ກາຍ​ເປັນແຊມ​ປ້ຽນ ໃນການພາບັນດາປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ ຢູ່​ທະ​ເລ​ຈີນ​ໃຕ້ເຮັດວຽກຮ່ວມ​ກັນເພື່ອ​ເອົາທ່າ​ທີ​ຂອງ​ເຂົາເຈົ້າ ກົດດັນຕໍ່​ຈີນ ເພາະວ່າລາວ ບໍ່ແມ່ນປະເທດທີ່ອ້າງເອົາກໍາມະສິດ ໃນທະເລຈີນໃຕ້, ບໍ່ມີຊາຍແດນຕິດກັບມັນ ແລະບໍ່ມີຜົນປະໂຫຍດໂດຍກົງ, ສະນັ້ນ ມັນບໍ່ແມ່ນຂົງເຂດທີ່ລາວມີຄວາມຊ່ຽວຊານ ຫຼືມີຜົນປະໂຫຍດ.”

ແຕ່ທ່ານກໍສະແດງຄວາມເປັນຫ່ວງຢູ່ວ່າ:

“ແຕ່ຂ້າພະເຈົ້າຄິດວ່າ ມີບາງສິ່ງບາງຢ່າງທີ່ສະມາຊິກອາຊຽນປະເທດອື່ນຕ້ອງ ໄດ້ຮັບມືຢ່າງລໍາບາກ ຊຶ່ງກໍຄືສາຍພົວພັນຢ່າງໃກ້ຊິດຂອງລາວກັບຈີນ. ແລະ ຄວາມສ່ຽງທີ່ອາດຈະເກີດຂຶ້ນກໍມີຢູ່ບ່ອນວ່າ ລາວອາດຈະເຮັດຫນ້າທີ່ເປັນຕົວ ແທນໃຫ້ແກ່ຜົນປະໂຫຍດຈີນ ທີ່ຂັດກັບຜົນປະໂຫຍດຂອງສະມາຊິກອາຊຽນ ປະເທດອື່ນ ແລະນັ້ນກໍ່ແມ່ນຄວາມສ່ຽງທີ່ແທ້ຈິງ ແລະມັນເປັນສິ່ງທີ່ສະມາຊິກ ຂອງກຸ່ມເອເຊຍຕາເວັນອອກສຽງໃຕ້ໄດ້ປະເຊີນມາແລ້ວໃນປີ 2012 ກັບເຫດ ການຂອງກໍາປູເຈຍເມື່ອເຂົາເຈົ້າບໍ່ສາມາດບັນລຸຖະ​ແຫຼງ​ການ​ຮ່ວມທີ່ເປັນເອກະ ສັນກັນໄດ້ ເນື່ອງ​ຈາກ​ອິດ​ທິ​ພົນ​ຂອງ​ຈີນ​ທີ່ມີຕໍ່​ກໍາ​ປູ​ເຈຍ​.”

ແຕ່ຢ່າງໃດກໍຕາມທ່ານກໍເວົ້າອີກວ່າມັນເປັນຄວາມສ່ຽງທີ່ຮູ້ຈັກກັນດີຢູ່ແລ້ວ ແລະ ເຊື່ອວ່າ ປະເທດອາຊຽນອື່ນໆ ຈະສາມາດຮັບມືກັບມັນໄດ້.

ຕໍ່ບັນຫານີ້ ນັກຊ່ຽວຊານກ່ຽວກັບລາວ, ຫວຽດນາມແລະກໍາປູເຈຍ, ດຣ. ແອນ-ດຣູ ແວລສ໌-ແດັງ (Andrew Wells-Dang) ຢູ່ສະຖາບັນສັນຕິພາບຂອງສະ ຫະລັດ ຄິດວ່າ ສປປ ລາວ ສາມາດຮຽນເອົາຕົວຢ່າງຂອງກໍາປູເຈຍໄດ້ ຊຶ່ງທ່ານກ່າວວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ໂອກາດດີສຳລັບລາວ ທີ່​ຈະ​ປັບປຸງ​ຈຸດ​ຢືນ​ຂອງ​ຕົນ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ມືອາຊີບ​ແລະຄວາມ​ເປັນ​ກາງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ລາວ​ສາມາດ​ມີ​ບົດບາດ​ໃນແງ່ບວກ​ຢູ່ໃນ​ພາກ​ພື້ນ. ​ທ່ານ​ຮູ້​ບໍ່​ ​ເມື່ອ​ກຳປູ​ເຈຍ​ເປັນ​ປະທານ​ໃນ​ປີ 2022 ນັ້ນ ​ເຂົາ​ເຈົ້າ​ໄດ້​ພະຍາຍາມຢ່າງ​ໜັກເພື່ອ​ໃຫ້​ແນ່​ໃຈ​ວ່າ ​ຈະ​ບໍ່​ມີ​ການລຶ້ມຄືນປະຫວັດສາດຂອງການ​ເປັນ​ປະທານ​ຄັ້ງ​ກ່ອນໃນ​ປີ 2012 ຕອນທີ່​ກຳປູ​ເຈຍ​ຖືກມອງວ່າ ​ໄດ້​ຮັບ​ອິດ​ທິພົນ​ຈາກ​ຈີນ​ໃນ​ການ​ສົນທະນາເລື້ອງ​ທະ​ເລ​ຈີນ​ໃຕ້ນັ້ນ. ​ມັນ​ເຮັດ​ໃຫ້​ກໍາ​ປູ​ເຈຍ​ເບິ່ງ​ຄື​ວ່າຕົນ​ຖືກ​ສວຍ​ໃຊ້ ​ແລະ​ບໍ່ເປັນ​ກາງ ​ຫຼື​ບໍ່ເປັນ​ມື​ອາ​ຊີບ​. ແຕ່ໃນປີ 2022 ຂ້າພະເຈົ້າຄິດວ່າ ລັດຖະມົນຕີການຕ່າງປະເທດ ກໍາປູເຈຍ ແລະພາກສ່ວນອື່ນໆ ທີ່ກ່ຽວຂ້ອງໄດ້ພະຍາຍາມເຮັດວຽກໃຫ້ໄດ້ດີ ໃນຖານະເປັນປະທານອາຊຽນ. ​ແລະ​ອັນນັ້ນ ​ສາມາດ​ເປັນ​ແບບຢ່າງ​ໃຫ້​ແກ່​ລາວ​ ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດໄດ້.”

ທ່ານກ່າວອີກວ່າ ໃນຕອນເປັນປະທານອາຊຽນປີ 2022 ນັ້ນ ກໍາປູເຈຍຍັງ ໄດ້ ສະແດງໃຫ້ເຫັນຈຸດຢືນທີ່ເປັນອິດ​ສະ​ຫຼະທາງການເມືອງຂອງຕົນອີກ ໂດຍບໍ່ ພຽງແຕ່ອອກສຽງເຫັນພ້ອມ ກັບຢູເຄຣນ ໃນກອງປະຊຸມສະມັດຊາໃຫຍ່ສະຫະ ປະຊາຊາດ ຫຼັງຈາກຣັດເຊຍບຸກລຸກເຂົ້າໄປໃນຢູເຄຣນໃນເດືອນກຸມພາປີນັ້ນ ແຕ່ຍັງສົ່ງນັກຊ່ຽວຊານໄປຊ່ວຍຢູເຄຣນດ້ານເກັບກູ້ລະເບີດບໍ່ທັນແຕກ ຊຶ່ງ ທ່ານເຫັນວ່າ:

“ນັ້ນ​ແມ່ນ​ວິທີ​ການອັນນຶ່ງທີ່​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ກຳປູ​ເຈຍເປັນ​ອິດ​ສະ​ຫຼະ​ໜ້ອຍ​ນຶ່ງ​ເຖິງ​ແມ່ນ​ວ່າ​ກຳປູ​ເຈຍຈະ​ສືບ​ຕໍ່​ມີ​ການ​ພົວພັນ​ທີ່​ໃກ້​ຊິດ​ກັບ​ຈີນກໍ ຕາມ, ​ແມ່ນ​ບໍ່? ພວກ​ເຮົາ​ປະຕິ​ເສດເລື່ອງ​ນີ້ບໍ່ໄດ້. ​ ແຕ່ເຂົາເຈົ້າສາມາດເຮັດ ບາງສິ່ງທີ່ສະແດງໃຫ້ເຫັນແນວຄິດລິເລີ່ມຂອງຕົນເອງ. ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ມີ​ໂອ​ກາດເຮັດເຊັ່ນ​ນັ້ນໄດ້ຄື​ກັນ.”

ທາງດ້ານນັກຊ່ຽວຊານດ້ານການປ້ອງກັນຊາດ ແລະນະໂຍບາຍການຕ່າງປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້, ດຣ. ອີແວນ ລັກສມານາ (Evan Laksmana) ຢູ່ຫ້ອງການພາກພື້ນເອເຊຍຂອງສະຖາບັນສາກົນເພື່ອການສຶກ ສາດ້ານຍຸດທະສາດ ຫລື IISS ທີ່ມີສໍານັກງານໃຫຍ່ຕັ້ງຢູ່ລອນດອນເວົ້າວ່າ ບັນຫາໃນທະເລຈີນໃຕ້ແມ່ນແກ້ໄຂໄດ້ຍາກແມ່ນແຕ່ຈະຄວາມພະຍາຍາມສ້າງກົດ ແຫ່ງການປະພຶດ ຫລື CoC ສໍາລັບເຂດທະເລຈີນໃຕ້ ລະຫວ່າງຈີນ ແລະອາຊຽນ ດໍາເນີນໄປຢູ່ກໍຕາມ. ທ່ານອະທິບາຍເຖິງສາເຫດຂອງມັນ ຜ່ານທາງອີເມລຫາ ພວກເຮົາວ່າ:

“ຂະບວນການຂອງ CoC ບໍ່ເຄີຍຖືກອອກແບບມາເພື່ອ “ແກ້ໄຂ” ບັນຫາຢູ່ທະ ເລຈີນໃຕ້ແບບທີ່ວ່າ ໃນທີ່ສຸດຈະແກ້ໄຂຂໍ້ຂັດແຍ້ງ ແລະ ລັກສະນະຕ່າງໆຢູ່ໃນ ເຂດດັ່ງກ່າວໄດ້. ຂະບວນການຂອງ CoC ເປັນພຽງກົນ ໄກການຄຸ້ມຄອງ ຄວາມເຄັ່ງຕຶງທີ່ອອກແບບມາ ເພື່ອຫວັງວ່າຈະສະກັດກັ້ນ ການເພີ່ມຄວາມເຄັ່ງຕຶງ ຂຶ້ນ ແລະສ້າງເຈດຕະນາລົມອັນດີລະ ຫວ່າງປະເທດ ທີ່ກ່າວອ້າງເອົາກໍາມະສິດ ເພື່ອວ່າໃນອະນາຄົດເຂົາເຈົ້າຈະສາມາດເຈລະຈາການກ່າວອ້າງເຂດແດນທາງທະເລລະຫວ່າງພວກເຂົາເຈົ້ານໍາກັນໄດ້ ພາຍໃຕ້ UNCLOS [ສົນທິ ສັນຍາສະ ຫະປະຊາຊາດກ່ຽວກັບກົດ ໝາຍວ່າດ້ວຍທະເລ]. ເຈດຕະນາລົມນີ້ຂອງຂະບວນ ການ CoC ເຫັນວ່າໄດ້ເຫືອດຫາຍໄປໃນຊຸມປີມໍ່ໆມານີ້. ແຕ່​ອາ​ຊຽນ​ແລະ​ຈີນ​ເບິ່ງ​ຄື​ວ່າ​ມີຄວາມມຸ້ງ​ໝັ້ນທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາກັນ ​ໂດຍ​ຫວັງ​ວ່າ​ຈະ​ໄດ້ສະ​ຫຼຸບລົງໃນ​ 3 ປີຂ້າງໜ້າ ຊຶ່ງພໍດີຮອດ​ເວ​ລາ​ທີ່​ຟີ​ລິບ​ປິນ​ ເປັນ​ປະ​ທານ​ອາ​ຊຽນ.”

ສ່ວນທາງກະຊວງການຕ່າງປະເທດຂອງລາວ ແລະເລຂາທິການໃຫຍ່ຂອງ ກຸ່ມອາຊຽນຢູ່ນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍນັ້ນ ບໍ່ໄດ້ໃຫ້ຄໍາ ເຫັນໃດໆຕໍ່ບັນຫາດັ່ງກ່າວ ເມື່ອພວກເຮົາສົ່ງຄໍາຖາມໄປຫາພວກເພິ່ນຜ່ານທາງອີເມລ ໃນ ໄລຍະສອງອາທິດຜ່ານມານີ້.