ເຖິງແມ່ນວ່າໄຕ້ຫວັນ ສູນເສຍຄວາມສໍາພັນທາງການທູດກັບບັນດາພັນທະມິດ ໃຫ້
ແກ່ຈີນທີ່ເປັນຄູ່ແຂ່ງທີ່ໃຫຍ່ກວ່າ ແຕ່ລັດຖະບານທີ່ຢູ່ຢ່າງໂດດດ່ຽວເພີ່ມຂຶ້ນ ໄດ້ຊະ
ນະປັກກິ່ງ ຢູ່ໃນລະດັບຄວາມສຳພັນສາກົນ ທີ່ສາມັນຊົນທຳມະດາ ສາມາດມີຄວາມ
ຮູ້ສຶກກ່ຽວກັບຈຳນວນຂອງປະເທດຕ່າງໆທີ່ໄດ້ປ່ອບໃຫ້ປະຊາຊົນເຂົ້າໄປ ໂດຍບໍ່ມີ
ການຂໍວີຊາ.
ໄຕ້ຫວັນໄດ້ຊັກຊວນ 166 ປະເທດ ອະນຸຍາດໃຫ້ປະຊາຊົນ 23 ລ້ານຄົນຂອງຕົນ
ເຂົ້າໄປໃນປະເທດໄດ້ ໂດຍປາດສະຈາກ ການຂໍວີຊາ ຫລືຄຳຮ້ອງຂໍວີຊາທີ່ງ່າຍໆ
ບາງຄັ້ງມີຄວາມຢ້ານກົວວ່າ ຈີນຈະຕອບໂຕ້ ອີງຕາມແຫລ່ງຂ່າວ ກະຊວງຕ່າງປະ
ເທດ ທີ່ໄດ້ກ່າວໄວ້.ພຽງແຕ່ 21 ປະເທດສະເໜີ ໃຫ້ປະຊາຊົນຈາກປະເທດຈີນເຂົ້າ
ປະເທດໄດ້ ໂດຍບໍ່ຕ້ອງຂໍວີຊາ.
ການເພີ່ມຂຶ້ນຂອງບັນດາປະເທດທີ່ບໍ່ຕ້ອງການມີວີຊາຈາກເມື່ອ 10 ປີກ່ອນໄປຫາ
ບ່ອນຕ່າງໆເຊັ່ນວ່າ ສະຫະລັດ ແລະຢູໂຣບ ສະແດງໃຫ້ເຫັນວ່າ ໄຕ້ຫວັນສາມາດ
ຂະຫຍາຍການທູດຢູ່ຢ່າງໜ້ອຍທາງນຶ່ງ ເຖິງແມ່ນວ່າຈີນໃຊ້ມາດຕະການຕອບໂຕ້
ແລະມີບາງສິ່ງບາງຢ່າງ ສະແດງໃຫ້ປະຊາຊົນ ຜູ້ທີ່ຕ້ອງການໃຫ້ບັນລຸ ນະໂຍບາຍ
ຕ່າງປະເທດຫລາຍຂື້ນ.
ປະທານປະເທດຈີນ ທ່ານ Xi Jinping ຂວາ ແລະ ປະທານາທິບດີໄຕ້ຫວັນ ທ່ານ Ma Ying-jeou, ຊ້າຍ.
ທ່ານນາງ Joanna Lei ຫົວໜ້າບໍລິຫານ Chunghua ສັດຕະວັດທີ 21ທີ່ໄຕ້ຫວັນ
ກ່າວວ່າ “ເພາະວ່າສ່ວນໃຫຍ່ແລ້ວ ຄວາມສຳພັນກັບຕ່າງປະເທດ ຂອງປະຊາຊົນ
ເປັນເລື່ອງຫ່າງໄກທີ່ສຸດ ແຕ່ຄວາມສາມາດໃນການເດີນທາງຂອງເຂົາເຈົ້າຢ່າງເສ
ລີຢູ່ທົ່ວໂລກນັ້ນ ເປັນປະສົບການສ່ວນໂຕໂດຍກົງ.”
ທ່ານນາງ Lei ກ່າວວ່າ “ຖ້າຫາກໄຕ້ຫວັນຍັງໄດ້ຮັບການເດີນທາງໂດຍບໍ່ຕ້ອງຂໍວີ
ຊາ ນັ້ນໝາຍຄວາມວ່າ ຫລາຍປະເທດ ໄດ້ຮັບຮູ້ລັດຖະບານ ແລະອະນຸຍາດໃຫ້
ປະຊາຊົນຈາກໄຕ້ຫວັນ ເຂົ້ໄປໃນດິນແດນຂອງເຂົາເຈົ້າ ແລະນັ້ນ ຈະເປັນກິດຈະ
ການຕ່າງປະເທດທີ່ສຳຄັນສຸດທີ່ໄດ້ບັນລຸ.”