ການທຳລາຍສິ່ງກີດກັ້ນທັງຫຼາຍດ້ວຍການເຊັນເຊີ ຫຼື ການກວດກາໃນຈີນ, ມຽນມາ ແລະເກົາຫຼີເຫນືອ ນັ້ນ ແມ່ນເປັນວຽກງານທີ່ໜ້າເປັນຫວ່ງ, ເນື່ອງຈາກວ່າ ປະເທດເຫຼົ່ານີ້ ໄດ້ສ້າງລະບົບຮັກສາຄວາມປອດໄພທາງອີເລັກໂທນິກ ທີ່ບໍ່ສາມາດເຈາະເຂົ້າໄປໄດ້ ເພື່ອຕ້ານກັບຂ່າວ ແລະຂໍ້ມູນຈາກພາຍນອກ. ແຕ່ວິທະຍຸສາກົນໄຕ້ຫວັນ ປະສົບຜົນສຳເລັດໂດຍການໃຊ້ວິທະຍຸຄື້ນສັ້ນ ເພື່ອເຈາະຜ່ານ.
“ພວກເຮົາມີທ່າແຮງທີ່ຈະມີຜູ້ຟັງ 70 ລ້ານຫາ 1.2 ຕື້ຄົນ ທີ່ອາໃສຄື້ນສັ້ນເພື່ອເອົາຂໍ້ມູນຈາກ ນອກປະເທດຂອງພວກເຂົາ,” ທ່ານນາງ ໄອຊິສ ລີ (Isis Lee), ຮອງປະທານຂອງວິທະຍຸສາກົນໄຕ້ຫວັນ ຫຼື RTI ກ່າວ.
ໂດຍການອອກອາກາດມາຕັ້ງແຕ່ປີ 1928, RTI ກ່າວວ່າ ພາລະກິດຂອງພວກເຂົາແມ່ນການນຳສະເໜີເລື່ອງຕ່າງໆ ທີ່ຜູ້ຟັງຈະບໍ່ ຫຼື ສາມາດໄດ້ຍິນ ຫຼືໄດ້ເຫັນໃນໂທລະພາບ, ວິທະຍຸ, ອອນໄລນ໌ ຫຼື ໃນຫນັງສືພິມ ມາໃຫ້ພວກເຂົາ.
ທ່ານນາງ ລີ ກ່າວຕໍ່ວີໂອເອວ່າ “ນຶ່ງໃນກຸ່ມຜູ້ຊົມທີ່ສຳຄັນກຸ່ມນຶ່ງຂອງພວກເຮົາທີ່ຈະເຂົ້າຫາແມ່ນສັງຄົມທີ່ເວົ້າພາສາຈີນກາງ ໃນປະເທດຈີນ ຊຶ່ງມີການເຂົ້າເຖິງອິນເຕີເນັດທີ່ຈຳກັດຫຼາຍ. ນາງກ່າວຕື່ມວ່າ “ພວກເຮົາມີຜູ້ຊົມຈຳນວນຫຼາຍໃນປະເທດຈີນ, ແລະພວກເຂົາອີງໃສ່ການບໍລິການຄື້ນສັ້ນ RTI ເພື່ອຮັບເອົາທັດສະນະຈາກພາຍນອກຈີນ ໃນພາສາແມ່ຂອງພວກເຂົາ”.
ມີຜູ້ເວົ້າພາສາຈີນກາງຫຼາຍກວ່າ 1 ຕື້ຄົນໃນທົ່ວໂລກ, ແລະສ່ວນໃຫຍ່ແມ່ນຢູ່ໃນປະເທດຈີນ.
ວິທະຍຸຄື້ນສັ້ນ ຖືວ່າ ລ້າສະໄຫມ ແລະເກົ່າແກ່ ສຳລັບຫຼາຍໆຄົນ ໃນຍຸກ
ດິຈິຕອລ ທີ່ຄອບຄອງໂດຍອິນເຕີເນັດ. ແຕ່ຂໍ້ດີທີ່ສຳຄັນສອງຢ່າງຂອງວິທະຍຸຄື້ນສັ້ນ ສຳລັບປະຊາຊົນຜູ້ທີ່ອີງໃສ່ຂໍ້ມູນ ແລະຜູ້ທີ່ເຮັດວິທະຍຸກະຈາຍສຽງ ກໍຄືມັນຍາກສຳລັບລັດຖະບານທີ່ຈະກວດສອບ ຫຼືຕິດຕາມຜູ້ຟັງຂອງຄື້ນດັ່ງກ່າວ.