ສະພາຕ່ຳ ສຫລ ລົງຄະແນນສຽງ ປະຕິເສດ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ

ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ທ່ານນາງ Nancy Pelosi ແລະເພື່ອນຮ່ວມງານ ທີ່ສະໜັບສະໜູນ ຂໍ້ຕົກລົງນິວເຄລຍກັບອີຣ່ານ.

ທ່ານ Michael McCaul ປະທານຄະນະກຳມະການ ຮັກສາ
ຄວາມປອດໄພ ພາຍໃນປະເທດຂອງ​ສະພາ​ຕຳ່ສະຫະລັດ
ກ່າວ​ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບ​ບລິ​ກັນ ໃນ
​ວັ​ນ​ເສົາ​ມື້​ນີ້ວ່າ ຂໍ້​ຕົກ​ລົງນິ​ວເຄລຍສາກົນ ກັບອີຣ່ານ “ຈະ​ບໍ່​
ຢຸດຢັ້ງ​ນິວ​ເຄລຍອີຣ່ານ ​ແຕ່ແທນ​ທີ່​ຈະ​ເປັນ​ໄພອັນຕະລາຍ​
ແກ່ສະຫະລັດ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ພວກ​ເຮົາ​
ໃນ​ຫລາຍ​ປີ​ຕໍ່ໜ້າ”

ທ່ານ McCaul ກ່າວ​ວ່າ “​ແທນ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບຕາໜ່າງ
ກໍ່ການ​ຮ້າຍຂອງ ອຳນາດການປົກຄອງອີຣ່ານ ທຳ​ນຽນ​ຂາວ​
ກັບປ່ອຍ​ໃຫ້​ມັນແຜ່ຂະຫຍາຍ.

ສະພາຕ່ຳໄດ້ລົງ​ຄະ​ແນນ​ສຽງ ​ໃນວັນ​ສຸກ​ວານ​ນີ້ ປະຕິ​ເສດຕໍ່ຂໍ້​ຕົກລົງ​ສາ​ກົນ​ກັບ​ອີຣ່ານ
​ເພື່ອຫລຸດຜ່ອນອາວຸດ​ນິວ​ເຄລຍຂອງອີຣ່ານຫລັງ​ຈາກ​ໄດ້ອະພິປາຍກັນ​ຢ່າງສະເທືອນ
ອາລົມ.
ນັບ​ແຕ່ສະພາ​ສູງ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທີ​ແນ່ນອນ ກີ​ດກັ້ນ​ມາດ​ຕະການ​ບໍ່​ໃຫ້ການ
ອະນຸມັດໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ການ​ລົງ​ຄະ​ແນນ​ສຽງຂອງສະພາຕ່ຳ ສ່ວນໃຫຍ່ແລ້ວ
ຈຶ່ງເປັນພຽງສັນຍາ​ລັກເທົ່ານັ້ນ ໂດຍມີ​ຈຸດປະສົງ ​ທີ່​ຈະ​ຄຳເຕືອນ ໄປ​ຫາປະທານາທິບໍດີ Barack Obama ​ແລະ​ລັດຖະບານ​ຂອງ​ທ່ານ ຜູ້​ທີ່​ໄດ້​ຊຸກ​ຍູ້ຢ່າງ​ແຮງ​ຕໍ່​ຂໍ້​ຕົກລົງນີ້ ​ໃນ​
ການ​ເຈລະຈາ​ກັນໃນຮອບ 18 ​ເດືອນ​ຜ່າ​ນມາ.

ສະພາ​ຕ່ຳໄດ້ລົງ​ຄະ​ແນນ​ສຽງສາມເທື່ອ​ ກ່ຽວ​ກັບ​ຂໍ້​ຕົກລົງ​ອີຣ່ານ ໃນວັນ​ພະຫັດ ​ແລະ​ວັນ
​ສຸກ. ນຶ່ງໃນການລົງຄະແນນ​ສຽງ ​ແມ່ນກ່ຽວກັບຮ່າງກົດໝາຍໃຫ້ການ ອະນຸມັດ ​ຕໍ່ຂໍ້​ຕົກ
ລົງ​ນິວ​ເຄລຍກັບອີຣ່ານ ຊຶ່ງເປັນໄປຕາມທີ່​ໄດ້​ຄາດໄວ້ ຄື​ໄດ້​ປະສົບກັບຄວາມລົ້ມ​ແຫລວ
ຍ້ອນຂາດ​ນຶ່ງ​ຄະ​ແນນ​ສຽງ​ ໂດຍໄດ້ຮັບ 162 ຕໍ່ 269. ສະມາຊິກຣີພັບ​ບລິກກັນຄົນ​ນຶ່ງ ​
ລົງຄະ​ແນນ​ສຽງ “ຢູ່​ທີ່​ນີ້” ໃນຂະນະທີ່ ສະມາຊິກ​ພັກຣີພັບບລິ​ກັນຄົນອຶ່ນ​ທັງ​ໝົດ ​ໄດ້​ລົງ​
ຄະ​ແນນ​ສຽງ​ຄັດຄ້ານຕໍ່​ຂໍ້ຕົກ ລົງ. ສະມາຊິກ​ພັກ​ເດ​ໂມ​ແຄຣັດຊາວ​ຫ້າ​ຄົນ ໄດ້​ພາກັນລົງ
ຄະ​ແນນ​ສຽງ​ຕ້ານ​ຂໍ້​ຕົກລົງນີ້.

Your browser doesn’t support HTML5

Congress Iran Nuke