ສະພາຕ່ຳ ຮັບຜ່ານຮ່າງກົດໝາຍ ຊ່ອຍເຫຼືອບັນເທົາທຸກ ໂຣກລະບາດ ທີ່ຫຼາຍຂຶ້ນກວ່າເກົ່າ ແລະລົບລ້າງສິດຢັບຢັ້ງ ປ. ທຣຳ

ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ກຳລັງຍ່າງໄປປະຊຸມ ຢູ່ໃນຫໍລັດຖະສະພາ ຫຼື Capitol Hill ຂອງສະຫະລັດ.

ບັນດາສະມາຊິກສະພາຕ່ຳສະຫະລັດ ໄດ້ຮັບຜ່ານເງິນຊ່ອຍບັນເທົາໂຣກລະບາດແກ່ຊາວອາເມຣິກັນ ທີ່ຫຼາຍຂຶ້ນກວ່າເກົ່າ ໂດຍປະຕິບັດຕາມຄຳຮຽກຮ້ອງຂອງປະທານາທິບໍດີ ດໍໂນລ ທຣຳ ໃຫ້ຈ່າຍເຊັກບັນເທົາໂຄວິດ-19 ຈຳນວນ 2,000 ໂດລາ ແລະສະພາຕ່ຳກໍໄດ້ຮັບຜ່ານການລົບລ້າງ ໃນການໃຊ້ສິດຢັບຢັ້ງຂອງປະ ທານາທິບໍດີທຣຳ ຕໍ່ຮ່າງງົບປະມານໃຊ້ຈ່າຍໂຄງການປ້ອງກັນປະເທດຫຼາຍຕື້ໂດລານຳດ້ວຍ.

ບັນດາສະມາຊິກສະພາຕ່ຳໄດ້ຖືກລົບກວນໃນລະຫວ່າງຊ່ວງຍາມພັກວັນຄຣິສມັນ ເພື່ອກັບຄືນມາເຮັດວຽກຮັບຜ່ານມາດຕະການດັ່ງກ່າວ ໃນວັນຈັນວານນີ້ ຊຶ່ງເຫຼືອຢູ່ບໍ່ເຖິງນຶ່ງອາທິດກ່ອນລັດຖະສະພາຊຸດໃໝ່ ແມ່ນຈະສາບານໂຕເຂົ້າຮັບຕຳແໜ່ງ.

ສະພາຕ່ຳນຳພາໂດຍພັກເດໂມແຄຣັດ ໄດ້ຮັບຜ່ານເງິນບັນເທົາໂຣກລະບາດເພີ້ມຕື່ມດ້ວຍຄະແນນສຽງ 275 ຕໍ່ 134 ສຽງ. ສະພາຕ່ຳ ແລະສະພາສູງ ກ່ອນໜ້ານີ້ ໄດ້ຮັບຜ່ານເງິນຊ່ອຍເຫຼືອ 600 ໂດລາ ສຳລັບພວກຊາວອາເມຣິກັນທີ່ກຳລັງຕົກຢູ່ໃນຄວາມລຳບາກ ອັນເປັນສ່ວນນຶ່ງຂອງການປະນີປະນອມກັນໃນຊຸດການຊ່ອຍເຫຼືອໂຣກລະບາດ ແລະຊຸດງົບປະມານໃຊ້ຈ່າຍ ມູນຄ່າ 2 ພັນ 3 ຮ້ອຍຕື້ໂດລາ ລະຫວ່າງບັນດາສະມາຊິິກພັກເດໂມແຄຣັດ ແລະຣີພັບບລີກັນ ເຖິງແມ່ນວ່າ ທ່ານທຣຳ ໄດ້ຕຳໜິຢ່າງໜັກຕໍ່ຮ່າງກົດໝາຍດັ່ງກ່າວກໍຕາມ. ທ່ານໄດ້ຂົ່ມຂູ່ທີ່ຈະຂັດຂວາງການຮັບຜ່ານນັ້ນ ຖ້າລັດຖະສະພາ ບໍ່ເພີ້ມເງິນຊ່ອຍເຫຼືອເປັນ 2,000 ໂດລາ ແລະຕັດການໃຊ້ຈ່າຍດ້ານອື່ນລົງ. ແຕ່ໃນວັນອາທິດທີ່ຜ່ານມາ ໃນຂະນະທີ່ການປິດລັດຖະບານແມ່ນໃກ້ເຂົ້າມາຢູ່ນັ້ນ ທ່ານກໍໄດ້ລົງນາມໃນຮ່າງກົດໝາຍນັ້ນ.

ການສະໜັບສະໜຸນເພື່ອໃຫ້ເຊັກທີ່ມີຈຳນວນຫຼາຍຂຶ້ນຂອງທ່ານທຣຳ ໄດ້ຖືກມອງເຫັນວ່າ ເປັນການໂຕ້ແຍ້ງຕໍ່ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນຂອງທ່ານເອງ ຜູ້ທີ່ສ່ວນໃຫຍ່ແລ້ວໄດ້ຄັດຄ້ານຕໍ່ການໃຫ້ເງິນໃຊ້ຈ່າຍຕື່ມອີກ.ສະພາສູງທີ່ນຳພາໂດຍພັກຣີພັບບລີກັນ ແມ່ນມີກຳນົດຈະກັບຄືນມາປະຊຸມໃນວັນອັງຄານມື້ນີ້ ເພື່ອພິຈາລະນາຮັບຜ່ານມາດຕະການດັ່ງກ່າວ ບ່ອນທີ່ຊະຕາກຳຂອງມັນນັ້ນ ແມ່ນບໍ່ແນ່ນອນ.

ສະພາຕ່ຳຍັງໄດ້ຮັບຜ່ານມາດຕະການນຶ່ງໃນວັນຈັນວານນີ້ ທີ່ຈະລົບລ້າງການໃຊ້ສິດຢັບຢັ້ງ ຂອງທ່ານທຣຳຕໍ່ຮ່າງກົດໝາຍງົບປະມານໃຊ້ຈ່າຍໂຄງການປ້ອງກັນປະເທດ ມູນຄ່າ 740 ຕື້ໂດລາ ໂດຍໄດ້ຮັບຄະແນນສຽງ 2 ສ່ວນ 3 ທີ່ຕ້ອງ ການເພື່ອລົບລ້າງສິດຢັບຢັ້ງ ຂອງປະທານາທິບໍດີ. ຮ່າງກົດໝາຍງົບປະມານໃຊ້ຈ່າຍດ້ານການປ້ອງກັນ ຍັງຈະຂຶ້ນເງິນເດືອນ ໃຫ້ແກ່ບັນດາສະມາຊິກທະຫານ ແລະຈັດຕັ້ງນະໂຍບາຍຂອງທຳນຽບຫ້າແຈກ່ຽວກັບເລື້ອງຕ່າງໆເຊັ່ນວ່າ ລະດັບ ກຳລັງທະຫານ, ລະບົບອາວຸດຍຸດໂທປະກອນ ແລະເລື້ອງທີ່ສຳຄັນຕ່າງໆຂອງບຸກຄະລາກອນ.

ສະພາສູງ ອາດຈະລົງຄະແນນສຽງກ່ຽວກັບມາດຕະການດັ່ງກ່າວ ໄວສຸດແມ່ນໃນວັນອັງຄານມື້ນີ້ ແລະກໍຍັງຄາດກັນວ່າ ຈະລົບລ້າງການໃຊ້ສິດຢັບຢັ້ງຂອງທ່ານທຣຳ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ