ສະມາຊິກສະພາຕໍ່າພັກເດໂມແຄຣັດພາກັນຮ້ອງໂຮ ຮ້ອງຂໍຕໍ່ບັນດາເພື່ອນຮ່ວມ ງານພັກຣີພັບລລິກັນ ແລະໃນທີ່ສຸດ ພວກເຂົາເຈົ້າໄດ້ຢຸດເຊົາການນັ່ງປະທ້ວງເປັນເວລາ 26 ຊົ່ວໂມງຢູ່ນອກຕຶກລັດຖະສະພາສະຫະລັດ ໃນວັນພະຫັດວານນີ້ ໂດຍພາກັນຮ້ອງເພງ.
ສະມາຊິກສະພາຕໍ່າພັກເດໂມແຄຣັດ ທ່ານນາງ Debbie Dingell.
ສະມາຊິກສະພາຕໍ່າ ທ່ານ John Lewis ຜູ້ນຳຄົນສຳຄັນໃນການຕໍ່ສູ້ເພື່ອສິດທິພົນລະເມືອງ ໄດ້ນຳພາສະມາຊິພັກເດໂມແຄຣັດ ອອກມານັ່ງຢູ່ຂັ້ນໄດ ຂອງຕຶກ ລັດຖະສະພາ ບ່ອນທີ່ເຂົາເຈົ້າຖືກຫ້ອມລ້ອມໄປດ້ວຍບັນດາຜູ້ສະໜັບສະໜູນ ທີ່ພາກັນຮ້ອງອອກມາວ່າ “ຂອບໃຈ! ຂອບໃຈ!” ບັນດາສະມາຊິກສະພາທີ່ພາກັນ ປະທ້ວງ ໄດ້ສະໜອງຕອບໂດຍພາກັນຮ້ອງເພງທີ່ເຈົ້າເຈົ້າຮ້ອງຢູ່ໃນຫ້ອງສະພາ ຫລາຍຊົ່ວໂມງກ່ອນໜ້ານັ້ນ.
ແຕ່ວ່າເວລານີ້ ເຂົ້າເຈົ້າໄດ້ເພີ້ມຄຳເວົ້າ ທີ່ເບິ່ງໄປໜ້າໃນກອງປະຊຸມເທື່ອຕໍ່ໄປ ຢູ່ໃນສະພາວ່າ “ພວກເຮົາຕ້ອງຮັບຜ່ານຮ່າງກົດໝາຍນີ້.”
ພວກປະທ້ວງປະມານ 100 ຄົນລໍຖ້າຢູ່ນອກ ລັດຖະສະພາ ທີ່ນະຄອນຫລວງ ວໍຊິງຕັນ.
ແຕ່ວ່າເວລານີ້ ເຂົ້າເຈົ້າໄດ້ເພີ້ມຄຳເວົ້າ ທີ່ເບິ່ງໄປໜ້າໃນກອງປະຊຸມເທື່ອຕໍ່ໄປ ຢູ່ໃນສະພາວ່າ “ພວກເຮົາຕ້ອງຮັບຜ່ານຮ່າງກົດໝາຍນີ້.”
ການຮ້ອງເພງ ໄດ້ເຮັດໃຫ້ການປະທ້ວງເທື່ອທຳອິດທີ່ບໍ່ເຄີຍມີມາກ່ອນ ແລະມັກຈະເກີດຄວາມເຄັ່ງຕຶງ ຢູ່ໃນສະພາຕໍ່າສະຫະລັດ ເປັນເວລານຶ່ງມື້ ແລະນຶ່ງຄືນ ນັ້ນສິ້ນສຸດລົງ ໃນຂະ ນະທີ່ພວກຜູ້ນຳຂອງພັກຣີພັບບລິກກັນໄດ້ປິດກ້ອງຖ່າຍ ຮູບທີ່ສະແດງໃຫ້ເຫັນຫ້ອງປະຊຸມສະພາ ເປັນເຫດໃຫ້ບັນດາສະມາຊິກພັກເດໂມແຄຣັດ ຫັນໄປໃຊ້ສື່ສັງຄົມ ແລະຖ່າຍວີດີໂອສົດ ອອກອິນເຕີແນັດ ຜ່ານທາງ Twitter ກ່ຽວກັບການປະທ້ວງຂອງເຂົາເຈົ້າ.
Your browser doesn’t support HTML5
Congressman John Lewis Leads Supporters in Singing 'We Shall Overcome'
ສະມາຊິກສະພາຕໍ່າ ທ່ານນາງ Debbie Dingell ທີ່ມີປະສົບການກັບຄວາມ ຮຸນແຮງເລື້ອງປືນ ແມ່ນຜູ້ນຶ່ງທີ່ໄດ້ສະແດງອອກເຖິງຄວາມຮູ້ສຶກຢ່າງແຮງທີ່ສຸດໃນການອອກອາກາດສົດກ່ຽວກັບການນັ່ງປະທ້ວງນັ້ນ.
ຈາກຊ້າຍ ສະມາຊິກສະພາຕໍ່າ ທ່ານ James Clyburn ແລະຜູ້ສຽງສ່ວນນ້ອຍໃນສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດຄາລີຟໍເນຍ.