ສະມາຊິກ ສະພາຕໍ່າ ນິຍົມແນວທາງເດີມ ສະເໜີແຜນ ປະກັນໄພສຸຂະພາບ ແທນ ໂອບາມາແຄ

ສະມາຊິກສະພາຕໍ່າ ທ່ານ Jim Jordan ທີ່ສັງກັດພັກຣີພັບບລິກັນ ຈາກລັດ Ohio ກ່າວທີ່ລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ.

ບັນດາ​ສະມາຊິກ​ສະພາ​ນິຍົມ​ແນວທາງ​ເດີມ ຫວັງ​ວ່າ​ຈະ​ຊຸກຍູ້ໃຫ້ສະພາ​ ​ລົງ​ຄະ​ແນ​ນສຽງ​ຍົກ​ເລີກ​ກົດໝາຍ​ປະກັນ​ໄພ​ສຸຂະພາບ​ລາຄາ​ຖືກ ທີ່​ມີ​ການ​ຄອງ​ຄອຍ​ຖ້າມາ​ເປັນ​ເວລາ​ດົນ​ນານ ແລ້ວນັ້ນ ​ແລະໄດ້ສະ​ເໜີ​ແຜນ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ພຸດ​ວານ​ນີ້.

ຮ່າງ​ກົດໝ​າຍນີ້ ຈະ​ທົດ​ແທນ​ປະກັນ​ໄພ​ສຸຂະ​ພາບ ​ຂອງ​ອ​ະດີດ​ປະທານາທິບໍດີ Barack Obama ທີ່ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ. ມັນ​ໄດ້​ສະ​ເໜີ ​ໂດຍ​ບັນດາ​ສະມາຊິກ​ສະພານິຍົມ​
ແນວທາງ​ເດີມ ຈາກກຸ່ມ​ອິດສະຫຼະພາບ ແລະ​ດັດ​ແປງ​ໜ້ອຍ​ນຶ່ງ ກັບ​ຮ່າງ​ກົດໝາຍທີ່​ຄ້າຍ
ຄື​ກັນ​ ທີ່​ໄດ້​ສະ​ເໜີ​ຢູ່​ໃນ​ສະພາ​ສູ​ງ​ ໂດຍ ສະມາຊິກ​ພັກຣີພັບ​ບລິ​ກັນ ທ່ານ Rand Paul
ຈາກ​ລັດ Kentucky.

ສະມາຊິກ​ສະພາ​ຕໍ່າ Jim Jordan ທີ່​ເປັນ​ສະມາຊິກ​ຄົນ​ນຶ່ງ​ສັງກັດ​ກຸ່ມ​ດັ່ງກ່າວ ກ່າວ​ວ່າ
​ໂດຍ​ໃຫ້ການອະທິ​ບາຍ​ວ່າ ກົດໝາຍປະກັນ​ສຸຂະພາບ​ລາຄາ​ຖືກ​ນີ້ “ປະຊາຊົນ​ອາ​ເມຣິກາ​
ທີ່ໄດ້​ມີມາ. ​ເຂົາ​ເຈົ້າ​ພາກັນ​ບໍ່​ດີ​ໃຈ ​ແລະ​ເຂົາ​ເຈົ້າ​ບໍ່​ດີ​ໃຈ​ກໍ​ເພາະວ່າ ທ່ານ​ຕ້ອງ​ເຂົ້​າໃຈ​ຮ່າງ
ການ​ເຮັດ​ວຽກ ທີ່​ເຂົາ​ເຈົ້າ​ໄດ້​ບອກ​ຄວາມ​ຂີ້​ຕົວະທີ່​ແຕກ​ຕ່າງ ກັນ​ເຖິງເກົ້າ​ເທື່ອ ​ເວລາ​ສິ່ງ
​ດັ່ງກ່າວ​ນີ້​ໄດ້​ຜ່ານ.

ສະມາຊິກສະພາຕໍ່າ ທ່ານ Dave Brat ພັກຣີພັບບລິກັນ ຈາກລັດເວີຈີເນຍ ກ່າວລະຫວ່າງການເຕົ້າໂຮມກັນ ຈັດໂດຍພັກ Tea Party Patriots ທີ່ລັດຖະສະພາ ໃນນະຄອນຫລວງວໍຊິງຕັນ.

ກອງ​ປະຊຸມກ່າວ​ວ່າ ຮ່າງ​ກົດໝາຍ​ໄດ້​ຖະ​ແຫລ​ງ​ເຖິງ​ບັນ​ຫາ​ຈຳນວນ​ນຶ່ງ​ຢູ່​ໃນ​ກົດໝາຍ
ປະກັນ​ສຸຂະພາ​ບລາຄາ​ຖືກ ທີ່​ຮູ້​ກັນ​ໃນ​ຊື່ “Obama Care” ​ໂດຍ​ ສະເໜີ​ຕັດ​ພາສີ​ແກ່​
ບັນຊີ​ທ້ອນ​ເງິນ​ແກ່​ສຸຂະ​ພາຍ ທີ່​ຈະ​ຊ່ວຍ​ໃຫ້​ບັນດາ​ຄົນ​ປ່ວຍ​ຈ່າຍຄ່າ​ການ​ປິ່ນປົວ ອະນຸ
ຍາດ​ໃຫ້​ຜູ້​ຊື້​ປະກັນ​ໄພ​ສຸຂະພາບ​ຂ້າມ​ຊາຍ​ແດນ​ລັດ ​ແລະ​ອະນຸຍາດ​ໃຫ້​ສ່ວນ​ບຸກຄົນ
ຫັກລາຄາ​ປະກັນ​ໄພ​ສຸຂະ​ພາຍ​ຈາກ​ພາສີ​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ.

ສະມາຊິກສະພາຕໍ່າ ທ່ານ Mark Sanford ພັກຣີພັບບລິກັນ ຈາກລັດ South Carolina ກ່າວຕໍ່ບັນດານັກຂ່າວ.

ພວກ​ໂຮມ​ຊຸມນຸມ​ໄດ້​ພາກັນຮ້ອງ​ໂຮ​ “​ໃຫ້​ຍົກ​ເລີກ ​ແລະ​ທົດແທນ" ​ໄດ້​ເຮັດ​ໃຫ້ການ​
ໂຄສະນາ​ທີ່​ເປັນ​ຜົນສຳ​ເລັດ​ແກ່​ສະມາຊິກສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ​ຫລາຍ​ທ່ານ ​
ລ​ະຫ່ວາງ​ລະ​ດູການ​ເລືອກ​ຕັ້ງ​ປີ 2016​.

​ແຕ່​ວ່າ​ແຜນ​ຍຸດ​ທະ​ສາດລົບ​ລ້າງກົດໝາ​ຍ​ເກົ່າ ​ແລະ​ທົດແທນ​ດ້ວຍ​ການ​ປັບປຸງ​ກົດ
ໝາຍໃຫ້​ດີ​ຂຶ້ນຢູ່​ກາງ​ເດືອນ​ກຸມພາ​ນັ້ນ ບໍ່​ເຄີຍ​ໄດ້​ອອກ​ນຳ​ໃຊ້ ​ເຖິງ​ແມ່ນ​ວ່າ​ປະທານ
​ສະພາ​ຕໍ່າ ທ່ານ Paul Ryan ດຳ​ເນີນ​ເນັ້ນ​ໜັກ​ການ​ລົບ​ລ້າງ ​ແລະ​ທົດ​ແທນ​ວ່າ​ເປັນ
​ກະ​ແຈ​ສຳຄັນ​ຢູ່​ໃນ​ລາຍການ​ຂອງ​ສະພາ.

ຂໍ້​ສະ​ເໜີ​ໃໝ່​ຈາກ ກອງ​ປະຊຸມ​ສະພາເສລີພາບ ຈະ​ກົດ​ດັນ​ແກ່​ທ່ານ Ryan ​ແລະ​
ຫລາຍໆ​ທ່ານໃນ​ຖັ້ນ​ແຖວ​ພັກຣີພັບ​ບລິ​ກັນ ທີ່​ຈະ​ຮີບ​ຮ້ອນ​ກຳນົດ​ເວລາ ​ເພື່ອ​ໃຫ້​ບັນ
ລຸ​ຜົນທີ່​ການ​ໂຄສະນາ​ຫາ​ສຽງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄປ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ