ທ. ຄໍາຮຸ່ງ ບັກກໍາ ເລົ່າເລື້ອງມາຕັ້ງຖິ່ນ ຖານຢູ່ໃນ ສຫລ ຂອງຄອບຄົວທ່ານພ້ອມ ກັບກຸ່ມໄທດໍາຫລາຍຮ້ອຍຄົນແຕ່ຕົ້ນ ຈົນເຖິງປັດຈຸບັນ

ທ່ານຄໍາຮຸ່ງ ພ້ອມດ້ວຍພັນລະຍາ ແລະລູກນ້ອຍ 4 ຄົນຢູ່ສູນອົບພະຍົບໄທດໍາເນີນພະເນົາ, ໜອງຄາຍ, ປີ 1975

ໃນລາຍ​ການຊຸມຊົນລາວຢູ່ທະວີບອາເມຣິກາຂອງ​ວີ​ໂອ​ເອພາກ​ພາ​ສາ​ລາວແລງມື້ນີ້ພວກເຮົາ​ຈະ​ພາບັນດາ​ທ່ານ​ໄປ​ຮູ້​ຈັກກັບ ​ທ່ານຄໍາຮຸ່ງ ບັກກໍາ ຊຶ່ງເປັນຜູ້ນຶ່ງໃນບັນດາຜູ້ນໍາພາຊົນເຜົ່າໄທດໍາຢູ່ລາວຊຸດທໍາອິດມາຕັ້ງຖິ່ນຖານແບບຢູ່ເປັນກຸ່ມນໍາກັນ ໃນລັດໄອໂອວາ, ທາງພາກຕາເວັນຕົກຕອນກາງຂອງສະຫະລັດໃນທ້າຍປີ 1975. ເນື່ອງຈາກວ່າ ທ່ານໄດ້ເຮັດວຽກເປັນຜູ້ຊ່ວຍປະສານງານການຊ່ວຍເຫລືອຊາວອົບພະຍົບທີ່ພັດພາກຈາກບ້ານເມືອງມານັບແຕ່ມີການປ່ຽນແປງລະບອບການປົກຄອງໃນລາວ ໃນເດືອນທັນວາປີນັ້ນ ທ່ານຮຸ່ງໄດ້ເຫັນ ແລະກໍຈົດຈໍາໄດ້ດີກ່ຽວກັບການມາຕັ້ງຖິ່ນຖານຂອງຊຸມຊົນຄົນລາວ ໂດຍສະເພາະແມ່ນຊົນເຜົ່າໄທດໍາ ຢູ່ໃນລັດດັ່ງກ່າວຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນ. ເລື້ອງລາວຄວາມເປັນມາໃນການມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດຂອງ ຄອບຄົວທ່ານຄໍາຮຸ່ງ ແລະຊົນເຜົ່າໄທດໍາຈໍານວນນຶ່ງ ເປັນແນວໃດນັ້ນ ຂໍເຊີນທ່ານໄປຟັງການໃຫ້ສໍາພາດຂອງເພິ່ນຈາກບົວສະຫວັນ ໄດ້ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ທ. ຄໍາຮຸ່ງເລົ່າເຖິງປະຫວັດການມາຕັ້ງຖິ່ນຖານຂອງຄອບຄົວທ່ານ ແລະຊົນເຜົ່າໄທດໍາກຸ່ມນຶ່ງໃນ ສຫລ


ທ່ານຄໍາຮຸ່ງ ບັກກໍາ ຊຶ່ງເປັນພະນັກງານບໍານານ ທີ່ເຄີຍເຮັດວຽກຢູ່ສູນຊ່ວຍເຫລືອອົບພະຍົບປະຈໍານະຄອນເດີມອຍນ໌, ເມືອງເອກຂອງລັດໄອໂອວາ, ຢູ່ພາກຕາເວັນຕົກຕອນກາງຂອງສະຫະລັດ. ທ່ານເປັນຜູ້ອາວຸໂສຜູ້ນຶ່ງໃນຈໍານວນຜູ້ນໍາພາ ທີ່ມີບົດບາດອັນສໍາຄັນໃນການຊ່ວຍເຫລືອປະຊາຄົມລາວຊົນເຜົ່າໄທດໍາໃຫ້ມາຕັ້ງຖິ່ນຖານຢູ່ໃນນະຄອນແຫ່ງນັ້ນ ຊຶ່ງເລີ້ມແຕ່ຕອນພວກເຂົາເຈົ້າໄດ້ຍົກຍ້າຍອອກຈາກລາວໃນເດືອນ 5 ປີ 1975 ກ່ອນລາວ ຈະປະກາດປ່ຽນແປງການປົກຄອງຢ່າງເປັນທາງການ ໃນ 7 ເດືອນຕໍ່ມາ ຊຶ່ງກໍຄືເດືອນທັນວາ 1975.

ທ່ານຄໍາຮຸ່ງກັບສະມາຊິກສະພາສູງ ໂຣເບີດ ເຄນເນດີ ໃນປີ 1980 ທີ່ນະຄອນຫລວງວໍຊິງຕັນ ດີຊີ

ອີງຕາມການບອກເລົ່າຂອງທ່ານແລ້ວ ກ່ອນຈະມາຢູ່ວຽງຈັນນັ້ນ ຄອບຄົວຂອງທ່ານ ແລະຊົນເຜົ່າໄທດໍາຫລາຍຄອບຄົວ ແມ່ນໄດ້ ອົບພະຍົບມາຈາກແຂວງເຊິນລາ ຊຶ່ງເປັນເຂດປົກຄອງຕົນເອງຂຶ້ນກັບຝຣັ່ງ ໂດຍກົງຢູ່ໃນພາກເໜືອຂອງຫວຽດນາມ ພາຍຫລັງຈາກທີ່ຝຣັ່ງເສຍໄຊໃຫ້ ແກ່ກໍາລັງທະຫານຫວຽດມິງຂອງທ່ານໂຮຈີມິນໃນບັ້ນຮົບຢູ່ເມືອງແຖນ, ຊຶ່ງເອີ້ນວ່າ ດຽນບຽນຝູໃນປີ 1954. 21 ປີຕໍ່ມາ ກໍຄືໃນປີ 1975 ເມື່ອເຫັນວ່າລາວມີທ່າທີວ່າຈະປ່ຽນແປງການປົກຄອງ ກຸ່ມຊົນເຜົ່າໄທດໍາທັງຫລາຍ ໂດຍສະເພາະແມ່ນພວກທີ່ອາໄສຢູ່ໃນເຂດບ້ານໂພນຕ້ອງ, ຮ່ອງແຊງ ແລະໜອງບົວທອງ ກໍໄດ້ພາກັນຍົກຍ້າຍຄອບຄົວໜີໄປພ້ອມໆ ກັນ ຊຶ່ງທ່ານໄດ້ເລົ່າສູ່ຟັງດັ່ງນີ້:

Your browser doesn’t support HTML5

ສຽງ ທ. ຄໍາຮຸ່ງ ຢູ່ສູນອົບພະຍົບ

ທ. ຄໍາຮຸ່ງ ພ້ອມດ້ວຍຄອບຄົວຢູ່ເມືອງເດີມອຍ, ລັດໄອໂອວາ ໃນປີ 2000

ທ່ານຄໍາຮຸ່ງເລົ່າສູ່ຟັງວ່າ ການມາຕັ້ງຖິ່ນຖານໃນສະຫະລັດຂອງຊົນເຜົ່າໄທ ດໍາສອງງວດທໍາອິດ ນັ້ນໄດ້ເລີ້ມຕົ້ນຂຶ້ນໃນທ້າຍປີ 1975 ຊຶ່ງມີປະມານ 600 ກວ່າຄົນ ແລ້ວຈາກນັ້ນກໍ ມີຈໍານວນເພີ້ມ ຂຶ້ນເລື້ອຍໆ. ມາຮອດຊຸມປີ 1980 ເມື່ອບວກໃສ່ກັບຊົນເຜົ່າອື່ນໆ ເຊັ່ນລາວລຸ່ມ ແລະມົ້ງແລ້ວ ຈໍານວນອົບພະຍົບທີ່ມາຈາກລາວ ກໍມີຫລາຍເຖິງ 5 ພັນກວ່າຄົນ ຊຶ່ງທ່ານເລົ່າປະຫວັດຂອງເລື້ອງນີ້ສູ່ຟັງວ່າ:

Your browser doesn’t support HTML5

ສຽງ 2 ທ. ຄໍາຮຸ່ງ ຍົກຍ້າຍມາສະຫະລັດ

ທ. ຄໍາຮຸ່ງ ແລະພັນລະຍາ ຢູ່ເດີ່ນຫລັງບ້ານຂອງທ່ານໃນເມືອງ ເດີມອຍນ໌


ທ່ານຄໍາຮຸ່ງທີ່ເປັນຜູ້ນຶ່ງໃນກຸ່ມຊົນເຜົ່າໄທດໍາ ທີ່ມີບົດບາດເປັນຜູ້ປະສານງານໃນການຍົກຍ້າຍຄົນລາວຊົນເຜົ່າ ໄທດໍາ ມາຕັ້ງຖິ່ນຖານຢູ່ໃນລັດໂອໂອວາ ເລົ່າເຖິງຂັ້ນຕອນຕ່າງໆ ຢ່າງລະອຽດສູ່ຟັງອີກວ່າ:

Your browser doesn’t support HTML5

ສຽງ 3 ທ. ຄໍາຮຸ່ງ ເວົ້າກ່ຽວກັບຂັ້ນຕອນການຍົກຍ້າຍ

ທ. ຄໍາຮຸ່ງພ້ອມດ້ວຍຄອບຄົວສະຫລອງວັນຄຣິສມາດໃນປີນຶ່ງຢູ່ເມືອງເດີມອຍ

ໃນນາມທີ່ເປັນຜູ້ປະສານງານຜູ້ນຶ່ງໃນ 4 ທ່ານທີ່ມາຈາກລາວ ໃນເລື້ອງຍົກຍ້າຍ ຖິ່ນຖານຂອງຊາວອົບພະຍົບທີ່ມາຈາກເຂດອິນດູຈີນ ທ່ານຄໍາຮຸ່ງເລົ່າເຖິງຂັ້ນຕອນການຍົກຍ້າຍຂອງກຸ່ມຊົນເຜົ່າໄທດໍາ ແລະເຜົ່າອື່ນໆ ເຂົ້າມາຢູ່ໃນສະຫະລັດ ສູ່ວີໂອເອຟັງວ່າ:

Your browser doesn’t support HTML5

ສຽງ 4 ທ. ຄໍາຮຸ່ງ ເວົ້າກ່ຽວກັບການອຸບປະຖໍາອົບພະຍົບໃນ ສະຫະລັດ

ຍິງຊາວລາວຊົນເຜົ່າໄທດໍາຈໍານວນນຶ່ງໃນເມືອງ ເດີ ມອຍນ໌, ລັດໄອໂອວາ

ທ່ານກ່າວອີກວ່າ ເມື່ອອົບພະຍົບເຂົ້າມາເຂົ້າມາຕັ້ງຖິ່ນຖານໃນລັດໄອໂອວາເພີ້ມຂຶ້ນເລື້ອຍໆ ກຸ່ມຂອງເພິ່ນທີ່ມີ ຄົນລາວ ຊົນເຜົ່າໄທດໍາ 4 ຄົນກໍຍິ່ງມີວຽກເພີ້ມຂຶ້ນເລື້ອຍໆ ດັ່ງທີ່ທ່ານໃຫ້ ຄໍາເຫັນວ່າ:

Your browser doesn’t support HTML5

ສຽງ 5 ທ. ຄໍາຮຸ່ງ ເລົ່າກ່ຽວກັບວຽກງານອົບພະຍົບ

ຄົນລາວຢູ່ໃນ ລັດໄອໂອວາ ນັ້ນ ໃນເບື້ອງຕົ້ນ ສ່ວນຫລາຍແມ່ນ ເຮັດວຽກຢູ່ ໃນໂຮງງານຕ່າງໆ ຊຶ່ງໃນນັ້ນ ຄົນລາວກໍໃຫ້ການຊ່ວຍເຫລືອຊຶ່ງກັນ ແລະກັນ ດັ່ງທີ່ທ່ານຄໍາຮຸ່ງເລົ່າສູ່ຟັງວ່າ:

Your browser doesn’t support HTML5

ສຽງ 6 ທ. ຄໍາຮຸ່ງ ເວົ້າກ່ຽວກັບວຽກງານຂອງຊາວລາວອົບພະຍົບ

ລູກຊາຍຂອງທ່ານຄໍາຮຸ່ງໃສ່ຊຸດຮັບໃບປະກາດຮຽນຈົບປະລິນຍາເອກ ທີ່ສະຫະລັດ

ໃນປະມານສອງທົດສະວັດມານີ້ ເມື່ອຄົນລາວ ຊຶ່ງລວມທັງຊົນເຜົ່າໄທ ດໍາໄດ້ຕັ້ງຖິ່ນຖານອັນຖາວອນລັດໄອ ໂອວາ, ຮູ້ພາສາອັງກິດດີ ແລະ ຈໍານວນນຶ່ງກໍ ໄດ້ຮັບການສຶກສາສູງຂຶ້ນ ກໍໄດ້ມີອາຊີບໃນຫລາກຫລາຍສາຂາຂຶ້ນ ເຊັ່ນເຮັດ ວຽກໃນໂຮງໝໍ, ໃນຮ້ານອາຫານ ແລະອື່ນໆ. ສ່ວນຜູ້ໜຸ່ມນ້ອຍນັ້ນ ກໍຍິ່ງໄດ້ມີໂອ ກາດທໍາມາຫາກິນໃນສະຫະລັດຫລາຍຂຶ້ນ ແລະກໍມີຜົນສໍາເລັດ ໃນການປະກອບ ອາຊີບໃນຫລາຍດ້ານ ເຊັ່ນເປັນທ່ານໝໍ, ເປັນຜູ້ພິພາກສາ ແລະ ພິເສດສຸດ ກໍມີຫລາຍຄົນທີ່ເປັນເຈົ້າຂອງທຸລະກິດ ດັ່ງທີ່ທ່ານ ຄໍາຮຸ່ງເລົ່າສູ່ຟັງວ່າ:

Your browser doesn’t support HTML5

ສຽງ 7 ທ. ຄໍາຮຸ່ງ ເລົ່າກ່ຽວກັບອາຊີບວຽກງານຂອງຄົນລາວໃນປັດຈະບັນ ຢູ່ເມືອງເດີມອຍນ໌

ທ່ານຄໍາຮຸ່ງ ພ້ອມດ້ວຍພັນລະຍາ (ນັ່ງສົ້ນໂຕະສຸດ) ພ້ອມກັບລູກຫລານສະຫລອງວັນຂອບຄຸນພະເຈົ້າປີ 2019

ໄອໂອວາ ເປັນລັດທີ່ມີອາກາດໜາວ ແຕ່ກໍມີຊື່ສຽງໂດ່ງດັງໃນດ້ານການຜະລິດ ສິນຄ້າກະສິກໍາ ໂດຍສະເພາະກໍແມ່ນໝາກສາລີສໍາລັບເຮັດເປັນອາຫານລ້ຽງ ສັດ ຊຶ່ງມີມູນຄ່າຫລາຍກວ່າ 8 ຕື້ໂດລາ. ນອກນັ້ນກໍ ໝາກຖົ່ວເຫລືອງ, ເຂົ້າໂອດ ແລະເຂົ້າເບລ. ຍິ່ງໄປກວ່ານັ້ນ ກໍມີການລ້ຽງໝູ, ລ້ຽງໄກ່, ງົວພັນຊີ້ນ ແລະພັນນົມ ເປັນຕົ້ນເພື່ອ ປ້ອນ ໃຫ້ໂຮງງານປຸງແຕ່ງຊີ້ນ. ຕາມການບອກເລົ່າຂອງທ່ານຄໍາຮຸ່ງແລ້ວແມ່ນມີຄົນ ເຊື້ອສາຍລາວ ແລະເຊື້ອສາຍເອ ເຊຍມາຈາກປະເທດເພື່ອນບ້ານຂອງລາວ ຫລາຍຄົນ ທີ່ເຮັດວຽກໃນໂຮງງານເຫລົ່ານີ້.

ທ່ານຄໍາຮຸ່ງ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມຄໍານັບສົບຜູ້ປົກຄອງລັດໄອໂອວາ, ໂຣເບີດ ເຣ ຢູ່ຫໍລັດຖະສະພາປະຈໍາລັດ ໃນັວນທີ 12 ກໍລະກົດ, 2018

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ການໂອ້ລົມກັບທ່ານ ຮຸ່ງ ບັກກໍາ, ທີ່ເປັນ ຄົນລາວອາວຸໂສທ່ານນຶ່ງໃນນະຄອນດີມອຍ, ລັດໄອໂອວາ, ພາກຕາເວັນຕົກ ຕອນກາງຂອງສະຫະລັັດ. ພວກເຮົາຂໍເຊີນທ່ານພົບກັບລາຍການຊຸມຊົນລາວຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

ເຊີນເບິ່ງພາບສະໄລຂອງຄອບຄົວທ່ານຄໍາຮຸ່ງ ບັກກໍາ ແລະຊົນເຜົ່າໄທດໍາຈໍານວນນຶ່ງໃນສະຫະລັດ

ພາບຈໍານວນນຶ່ງຂອງຄອບຄົວຂອງທ່ານຄໍາຮຸ່ງ ແລະກຸ່ມຊົນເຜົ່າໄທດໍາ ຢູ່ໃນ ສຫລ