ເຫດລະເບີດແຕກ ຢູ່ທີ່ໂຮງໝໍ ຂອງສູນຝຶກທະຫານ ໃນເຂດໃຈກາງບາງກອກ ເມື່ອ
ສັບປະດານີ້ ບັງເອີນມີຂຶ້ນພ້ອມໆກັນກັບວັນຄົບຮອບ 3 ປີ ໃນການກໍ່ລັດຖະປະຫານ
ເພື່ອເຂົ້າຍຶດອຳນາດ ໂດຍພວກຜູ້ນຳທະຫານ ເມື່ອເດືອນພຶດສະພາ ປີ 2014.
ອະດີດນາຍົກລັດຖະມົນຕີ ທ່ານນາງ ຍິ່ງລັກ ຊິນນະວັດ, ກາງ, ຍ່າງຜ່ານພວກສະໜັບສະໜູນ ໃນຂະນະທີ່ ອອກມາຈາກສານສູງສຸດ ໃນບາງກອກ ປະເທດໄທ, ວັນອັງຄານ ທີ 19 ພຶດສະພາ 2015.
ການກໍ່ລັດຖະປະຫານ ໃນປີ 2014 ໄດ້ເຮັດໃຫ້ການເດີນຂະບວນປະທ້ວງ ຢູ່ຕາມ
ຖະໜົນຫົນທາງ ເພື່ອຕໍ່ຕ້ານລັດຖະບານພົນລະເຮືອນ ທີ່ນຳພາໂດຍທ່ານນາງ
ຍິ່ງລັກ ຊິນນະວັດ ສິ້ນສຸດລົງ ໂດຍທີ່ລັດຖະບານທະຫານ ໄດ້ສັນຍາວ່າ ຈະຈັດໃຫ້
ມີການເລືອກຕັ້ງ ໄວກວ່າກຳນົດ.
ພວກນັກສືບສວນຂອງຕຳຫຼວດ ພວກທຳງານຊອກຫາຫລັກຖານ ຢູ່ທີ່ໂຮງໝໍ ພະມົງກຸດເກົ້້າ ທີ່ທະຫານເປັນເຈົ້າຂອງ ເປີດໃຫ້ບໍລິການພວກພົນລະເຮືອນນຳດ້ວຍ ຢູ່ໃນບາງກອກ ຫຼັງຈາກເຫດລະເບີດແຕກ ທີ່ໄດ້ເຮັດໃຫ້ຫຼາຍກວ່າ 20 ຄົນ ບາດເຈັບ, ວັນທີ 22 ພຶດສະພາ 2017.
ເຫດລະເບີດໃນມື້ວັນຈັນທີ່ຜ່ານມານີ້ ໄດ້ເກີດຂຶ້ນຢູ່ໃນຫ້ອງຕ້ອນຮັບຂອງໂຮງໝໍ
ທີ່ເຮັດໃຫ້ 25 ຄົນ ໄດ້ຮັບບາດເຈັບ ຊຶ່ງບາງສ່ວນ ແມ່ນມີອາການສາຫັດ ຈາກ
ສະເກັດລະເບີດ ແລະ ເສດແກ້ວແຕກ.
ເຫດລະເບີດດັ່ງກ່າວ ແມ່ນເປັນຄັ້ງທີ 3 ນັບຕັ້ງແຕ່ຕົ້ນເດືອນເມສາ ເປັນຕົ້ນມາ
ແລະ ມາເຖິງປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ
ໃນການໂຈມຕີນີ້.
ທ່ານ ປະນິທານ ວັດທະນະຍາກອນ ທີ່ປຶກສາດ້ານຄວາມໝັ້ນຄົງ ຂອງຮອງນາຍົກ
ລັດຖະມົນຕີ ປຣະວິດ ວົງສຸວັນ ໄດ້ກ່າວວ່າ ການສືບສວນສອບສວນຂອງຕຳຫຼວດ
ແມ່ນກຳລັງຄືບໜ້າໄປຢູ່ ດ້ວຍການນຳເອົາພາບບັນທຶກຂອງກ້ອງວົງຈອນປິດ ແລະ
ລາຍງານຂອງອົງການສືບລັບຕ່າງໆ ມາກວດກາເບິ່ງ.
ນັກຊ່ຽວຊານດ້ານນິຕິເວດ ນຳເອົາຫຼັກຖານຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ອອກມາຈາກສະຖານທີ່ເກີດລະເບີດແຕກ ຢູ່ໂຮງໝໍ ພະມົງກຸດເກົ້າ ໃນບາງກອກ ປະເທດໄທ, ວັນທີ 22 ພຶດສະພາ 2017.
ທ່ານປະນິທານ ກ່າວຕໍ່ວີໂອເອວ່າ “ເຫດຮ້າຍດັ່ງກ່າວນີ້ ອາດກໍ່ຂຶ້ນໂດຍບາງກຸ່ມ
ທີ່ຂ້ອນຂ້າງມີປະສົບພະການ ຊຶ່ງໃນເວລານີ້ ພວກເຈົ້າໜ້າທີ່ກຳລັງເລີ້ມຊອກ
ຫາກຸ່ມຮັບຜິດຊອບທີ່ໜ້າສົງໄສ ໃນຈຳນວນໜ້ອຍລົງ ທີ່ສາມາດເຮັດລະເບີດ
ແບບນີ້ ແລະແນເປົ້າການໂຈມຕີໃສ່ ໂຮງໝໍແບບນີ້ ມັນໄດ້ຫລຸດຈຳນວນລົງ
ເຫລືອຢູ່ພຽງບໍ່ເທົ່າໃດກຸ່ມ ຢູ່ໃນປະເທດໄທ ທີ່ສາມາດເຮັດແບບນີ້ໄດ້.”