ສະຫະລັດໃຫ້ເງິນຊ່ວຍເຫລືອ ຕື່ມອີກ 17 ລ້ານໂດລາ ແກ້ໄຂຄວາມອຶດຫິວໃນອາຟຣິກາ

  • ທອງປານ ເທບວົງສາ

ຊາວໂຊມາເລຍ ກໍາລັງລຽນຄິວຮັບອາຫານ

ສະຫະລັດປະກາດເພີ່ມງົບປະມານອີກ 17 ລ້ານໂດລາ ເພື່ອຊ່ວຍເຫລືອພວກປະເທດ
ຂົງເຂດແຫລມອາຟຣິກາຮັບມືກັບໄພແຫ້ງແລ້ງ ແລະຄວາມອຶດຫິວ.

ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວເມື່ອວັນພະຫັດ
ວານນີ້ວ່າ ໃນຈໍານວນເງິນຊ່ວຍເຫລືອເພີ່ມດັ່ງກ່າວນັ້ນ 12 ລ້ານໂດລາຈະໃຫ້ໂຊມາເລຍ
ຊຶ່ງເປັນປະເທດ ທີ່ຖືກກະທົບໄພແຫ້ງແລ້ງຮ້າຍແຮງທີ່ສຸດ.

ເທົ່າເຖິງປັດຈຸບັນນີ້ ສະຫະລັດໄດ້ໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາແກ່ຂົງເຂດດັ່ງ
ກ່າວນີ້ໄປແລ້ວ 580 ລ້ານໂດລາ ໂຮມທັງຈໍານວນ 105 ລ້ານໂດລາ ທີ່ໄດ້ປະກາດ​ໄປ
ເມື່ອວັນຈັນຜ່ານມານີ້.

ໃນຕອນກ່າວທີ່ນະຄອນຫລວງວໍຊິງຕັນດີຊີ ທ່ານນາງຄລິນຕັນ ໄດ້ອະທິບາຍເຖິງສະຖານະ ການໃນຂົງເຂດແຫລມອາຟຣິກາ ວ່າເປັນ “ສະຖານະ​ການສຸກເສີນດ້ານມະນຸດສະທໍາທີ່
ຮ້າຍແຮງທີ່ສຸດຢູ່ໃນໂລກປັດຈຸບັນນີ້” ທ່ານນາງ ຄລິນຕັນ ກ່າວຕື່ມວ່າ ການຊ່ວຍເຫລືອ
ຄັ້ງນີ້ມີ​ເປົ້າໝາຍ​ເພື່ອຊ່ວຍເຫລືອປະຊາຊົນ 4 ລ້ານ 6 ​ແສນຄົນ.

ວັນສຸກມື້ນີ້ ສາຍການບິນອັງກິດ ຫລື British Airways ກ່າວວ່າ ຕົນຈະໃຊ້ຍົນລໍາ​ນຶ່ງ ຂົນສົ່ງສະບຽງບັນເທົາທຸກຕ່າງໆຈາກອົງການ Oxfam ແລະ UNICEF ໄປຍັງປະເທດ
ອີທິໂອເປຍ. ສາຍການບິນອັງກິດໄດ້ ຂົນສົ່ງສະບຽງຊ່ວຍເຫລືອບັນເທົາທຸກຫລາຍກວ່າ
ເຈັດຕັນໄປ​ໃຫ້ປະເທດເຄນຢາ ບ່ອນທີ່ອົງການສະຫະປະຊາຊາດກ່າວວ່າ ມີພວກອົບພະ
ຍົບຊາວໂຊມາເລຍ ປະມານ 1,500 ຄົນ ຫລັ່ງໄຫລເຂົ້າມາທຸກໆມື້.

ອົງການສະຫະປະຊາຊາດກ່າວວ່າ ສະພາບການອຶດຢາກໃນໂຊມາເລຍນັ້ນຍັງບໍ່ເຖິງຂັ້ນ
ສູງສຸດເທື່ອ.