ສະພາກາແດງສາກົນ ຮ້ອງຂໍເງິນຕື່ມ ສໍາລັບ ຊ່ວຍເຫລືອໂຊມາເລຍ

  • ທອງປານ ເທບວົງສາ

ປະຊາຊົນໂຊມາເລຍ ທີ່ຂາດແຄນອາຫານ

ຫົວໜ້າໂຄງການອາຫານໂລກ ຫລື WFP ໃນປະເທດອີທິໂອເປຍ ກ່າວວ່າ ປະລິມານ ສະບຽງອາຫານສຸກເສີນທີ່ສະສົມ​ໄວ້ ຂອງປະເທດດັ່ງ​ກ່າວ ເກືອບໝົດໄປແລ້ວ ຊຶ່ງຄວາມ
ເດືອດຮ້ອນຄັ້ງລ່າສຸດນີ້ ແມ່ນເປັນຍ້ອນໄພແຫ້ງແລ້ງໃນແຫລມອາຟຣິກາ ຫລື Horn of Africa.

ທ່ານ Abdou Dieng ໄດ້ບອກພວກນັກຂ່າວເມື່ອວັນພະຫັດວານນີ້ວ່າ ເຖິງແມ່ນມີການ
ຊ່ວຍເຫລືອເຂົ້າມາຈາກ​ຕ່າງປະເທດກໍຕາມ ເວລານີ້ ອີທິໂອເປຍແມ່ນປະເຊີນກັບການຂາດ ແຄນສະບຽງອາຫານສຸກເສີນຢ່າງໜັກ ຊຶ່ງທ່ານກ່າວຕື່ມວ່າ ຄັງອາຫານສໍາຮອງທີ່ລັດຖະ ບານຕັ້ງ​ຂຶ້ນ​ນັ້ນ ກໍເກືອບວ່າຈະໝົດສ້ຽງໄປແລ້ວ.

ທ່ານ ດຽງ ກ່າວວ່າ ໂຄງການອາຫານໂລກ ຫລື WFP ກໍາລັງຕິດຕາມເບິ່ງລາຍງານ
ຫລາຍກະແສ ທີ່​ອອກ​ມາຈາກ ເອຣິເຕຣຍ ປະເທດເພື່ອນ ບ້ານຂອງ​ອີ​ທິ​ໂອ​ເປຍນັ້ນ
ທີ່​ສະ​ເໜີ​ແນະວ່າ ມີການຂາດແຄນສະບຽງອາ ຫານຢູ່​ທີ່​ນັ້ນເຊັ່ນກັນ. ລາຍງານຕ່າງໆ
ກ່ຽວກັບເລຶ່ອງນີ້ ແມ່ນຢືນຢັນໄດ້ຍາກ ແລະລັດຖະບານຜະເດັດການຂອງ ເອຣິເຕຣຍ
ກໍໄດ້ປະຕິເສດວ່າ ສະພາວະແຫ້ງແລ້ງບໍ່ໄດ້ກະທົບກະເທືອນສະບຽງອາຫານຂອງຕົນ
ແຕ່ຢ່າງໃດ.

ນອກນີ້ແລ້ວ ໃນວັນພະຫັດວານນີ້ ກໍາມະການສະພາກາແດງສາກົນ ກ່າວວ່າ ຕົນຫວັງວ່າ ຈະສາມາດເພີ່ມງົບປະມານຂອງຕົນສໍາລັບໂຊມາເລຍນັ້ນ ຂຶ້ນເປັນສອງເທົ່າຕົວ ເພື່ອວ່າໂຊມາ ເລຍຈະສາມາດລ້ຽງດູປະຊາຊົນ ຫລາຍກວ່ານຶ່ງລ້ານຄົນຂອງຕົນ ທີ່​ກໍາລັງ​ອຶດຫິວຢູ່ໃນ
ຫລາຍໆເຂດທີ່ຢູ່ໃຕ້​ ການ​ຄວບ​ຄຸມຂອງກຸ່ມຫົວຮຸນແຮງ al- Shabab ນັ້ນ.

ກໍາມະການສະພາກາແດງສາກົນ ຫລື ICRC ກ່າວວ່າ ປະທານ Jakob Kellenberger
ໄດ້ຮອງຂໍເງິນເພີ່ມອີກ 86 ລ້ານໂດລາ ຊຶ່ງທ່ານກ່າວວ່າ ຈະ​ເຮັດ​ໃຫ້ງົບປະມານຂອງສະພາ ກາແດງສໍາລັບໂຊມາເລຍທັງໝົດ ​ເພີ່ມຂຶ້ນເປັນ 155 ລ້ານໂດລາ ແລະ​ເຮັດ​ໃຫ້ເປັນການ
ປະຕິບັດການ ດ້ານມະນຸດສະທໍາ ທີ່ໃຫຍ່ທີ່ສຸດຂອງສະພາກາແດງທີ່ກໍາລັງດໍາເນີນໄປ
ຢູ່ໃນຂະນະນີ້.

ນອກນີ້ແລ້ວ ປະເທດ ນາມີເບຍ ກໍຕ້ອງໄດ້ຮັບການຊ່ວຍເຫລືອພວກເຄາະຮ້າຍເປັນໂຣກ
ຂາດອາຫານກັບເງິນບໍລິຈາກ 500,000 ໂດລາ ແກ່ການບັນເທົານີ້.

ທ່ານ Joel Kapaanda ລັດຖະມົນຕີກະຊວງຖະແຫລງຂ່າວ ບອກວີໂອເອ ພະແນກພາ
ສາອັງກິດ ໄປຍັງອາຟຣິກາວ່າ ການບໍລິຈາກຂອງລັດຖະບານນັ້ນ ເປັນວິທີການຂອງ
ນາມີເບຍ ເພື່ອສະແດງເຖິງຄວາມປຸ້ມລຸມ ສາມະຄີ ແລະຄວາມເຫົນອົກເຫັນໃຈກັນສໍາລັບ ພວກເຄາະຮ້າຍທັງຫລາຍ ທີ່ເປັນໂຣກຂາດອາຫານນັ້ນ.