ການພົບປະເພື່ອໃຫ້ມີ ການຢຸດຍິງຢູ່ຊີເຣຍ

ທ່ານ Faisal Mekdad (ຂວາ) ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດຊີ​ເຣຍ ກ່າວຕໍ່ຜູ້ສື່ຂ່າວ ທີ່ຢືນຖັດກັບ ທູດ​ພິ​ເສດ​ນາໆ​ຊາດ​ສໍາລັບ​ຊີ​ເຣຍ ທ່ານ Lakhdar Brahimi  (ຊ້າຍ)  ແລະທ່ານ Mokhtar Lamani ຊຶ່ງເປັນຜູ້ຕາງໜ້າຂອງທ່ານ Brahimi ໃນຊີເຣຍ ກ່ອນໜ້າທີ່ ທ່ານ Lakhdar Brahimi ຈະເດີນທາງອອກຈາກ ນະຄອນດາມາສກັສໄປ ໃນວັນທີ 23 ຕຸລາ, 2012

ທ່ານ Lakhdar Brahimi

ທະຫານຂອງກອງທັບຢດປ່ອຍຊີເຣຍຢູ້ນຶ່ງສູບຢາໃນຂະນະທີ່ຜູ້ກ່ຽວຢືນຍາມປ້ອມຂອງຕົນ ຢູ່ນະຄອນ Aleppo, ຂອງ​ຊີ​ເຣຍ ໃນວັນທີ 23 ຕຸລາ, 2012

ຊາວເມືອງພາກັນໄປທີ່ເຂດຕຶກອາຄານຢູ່ Marat al-Numan ຢູ່ໃກ້ເມືອງ Idlib ທາງພາກເໜືອຂອງຊີເຣຍ ໃນວັນທີ 23 ຕຸລາ, 2012

ເດັກນ້ອຍຫລິ້ນໂອ່ນຊາ ຢູ່ນະຄອນ Aleppo, ຂອງ​ຊີ​ເຣຍ ໃນວັນທີ 23 ຕຸລາ, 2012

ເດັກນ້ອຍຊາວເທີກີ ຊ່ອງອອກປ່ອງຢ້ຽມຢູ່ເຮືອນພັກຊົ່ວຄາວ ລຸນຫລັງການຍິງຍົນ ໄດ້ຍິງຈາກຊີເຣຍ ຖືກສູນກາງສາທາລະນະສຸກ ຂ້າມຊານແດນມາໃສ່ເມືອງ Reyhanli, ແຂວງ Hatay ໃນເທີກີ ໃນວັນທີ 23 ຕຸລາ, 2012

ອາຄານຫລັງນຶ່ງ ທີ່ພວກຕ້ານລັດຖະບານວ່າ ໄດ້ຖືກທໍາລາຍໂດຍກໍາລັງທະຫານຂອງລັດຖະບານຊີເຣຍ ໃນເຂດ Saqba ນະຄອນ Damascus, ຊີເຣຍ ໃນວັນທີ 22 ຕຸລາ, 2012.

ປະທານາທິບໍດີຊີ​ເຣຍ ທ່ານ Bashar Assad, (ຊ້າຍ) ຕ້ອນຮັບທູດ​ພິ​ເສດ​ນາໆ​ຊາດ​ສໍາລັບ​ຊີ​ເຣຍ ທ່ານ Lakhdar Brahimi ກ່ອນໜ້າທີ່ ພວກທ່ານທັງສອງຈະມີການປະຊຸມລັບ ທີທນະຄອນ Damascus ຂອງຊີເຣຍ ໃນວັນອາທິດ ທີ 21 ຕຸລາ 2012

ໃນວັນທີ 21 ຕຸລາ 2012. ພວກນັກລົບກອງທັບປົດປ່ອຍຊີເຣຍ ແລ່ນໄປຊອກບ່ອນຫລົບໄພ ໃນຂະນະທີ່ແລ່ນຜ່ານ ລູກປືນຂອງພວກຈອບຍິງ ຢູ່ໃນຄຸ້ມ Bustan al-Qasr ຂອງນະຄອນ Aleppo ຂອງຊີເຣຍ. (AP Photo/Narciso Contreras)

ໃນວັນທີ 19 ຕຸລາ 2012 ພວກປະຊາຊົນ ໄດ້ປ້າຍໃນລະຫວ່າງປະທ້ວງ ປະທານາທິບໍດີ Bashar al-Assad ຢູ່ໃນເຂດ Kafranbel ໃຫ້ນະຄອນ Idlib

ນັກລົບກອງທັບປົດປ່ອຍຊີເຣຍ ຍິງປືນໃສ່ທະຫານກອງທັບລັດຖະບານຊີເຣຍ ໄດ້ຕັ້ງທ່າຍິງ ຢູ່ໃນນະຄອນ Aleppo ຂອງຊີເຣຍ. ໂດຍການທ້ອນໂຮມເອົາອາວຸດເທື່ອເລັກເທື່ອນ້ອຍ ພວກກະບົດຊາວຊີເຣຍ ໄດ້ຂະຫຍາຍ ຄັງອາວຸດຂອງຕົນ ແລະສາມາດໄດ້ມີອາວຸດທີ່ທັນສະໄໝຂຶ້ນກວ່າເກົ່າ ໃນວັນທີ 11 ກັນຍາ, 2012.