ຕໍາຫຼວດຮົງກົງ ບຸກເຂົ້າໄປກວດຄົ້ນ ສໍານັກງານ ໜັງສືພິມ ແອບເປີລ ເດລີ ທີ່ນິຍົມປະຊາທິປະໄຕ

ສໍາເນົາໜັງສືພິມ ແອບເປີລ ເດລີ (Apple Daily) ຂອງ ເນັກສ ດິຈິຕອລ (Next Digital) ຖືກວາງຈໍາໜ່າຍທີ່ຮ້ານຂາຍໜັງສືພິມໃນ ຮົງກົງ.

ຕໍາຫລວດຮົງກົງ (Hongkong) ໄດ້ບຸກເຂົ້າໄປກວດຄົ້ນ ສໍານັກງານໜັງສືພິມເພື່ອປະຊາທິປະໄຕ ແອບເປີລ ເດລີ (Apple Daily) ເມື່ອວັນພະຫັດມື້ນີ້ ແລະຈັບກຸມຜູ້ບໍລິຫານງານ 5 ຄົນ ລວມເຖິງຫົວໜ້າບັນນາທິການ.

ການບຸກເຂົ້າໄປກວດຄົ້ນ ແລະຈັບກຸມ ໄດ້ດໍາເນີນການພາຍໃຕ້ ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ທີ່ມີອາຍຸເກືອບໜຶ່ງປີ ທີ່ີບັງຄັບໃຊ້ໂດຍລັດຖະບານປັກກິ່ງ ໃນປີກາຍນີ້. ຕໍາຫລວດໄດ້ກ່າວວ່າ ຜູ້ບໍລິຫານທັງ 5 ຄົນຂອງບໍລິສັດໄດ້ຖືກຈັບກຸມ ໃນຂໍ້ຫາສົມຮູ້ຮ່ວມຄິດກັບຕ່າງປະເທດ ຫລືອົງກອນທາງນອກທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ.

ທາງສໍານັກງານໜັງສືພິມ Apple Daily ໄດ້ກ່າວວ່າ ຫົວໜ້າບັນນາທິການທ່ານ ໄຣອັນ ລໍ (Ryan Law) ແລະຜູ້ບໍລິຫານງານອີກສີ່ຄົນ ພ້ອມດ້ວຍບໍລິສັດແມ່ ເນັກສ ດິຈິຕອລ (Next Digital) ຂອງທາງສໍານັກງານກໍ່ໄດ້ຖືກຈັບກຸມ.

ມີເຈົ້າໜ້າທີ່ຕໍາຫລວດຫລາຍກວ່າ 200 ຄົນໄດ້ບຸກເຂົ້າໄປກວດຄົ້ນສໍານັກງານຂອງ Apple Daily ໃນວັນພະຫັດມື້ນີ້.

ພາບວີດີໂອທີ່ຖືກເອົາລົງໃນໜ້າ ເຟສບຸຸກ (Facebook) ຂອງໜັງສືພິມ ໄດ້ສະແດງໃຫ້ເຫັນເຈົ້າໜ້າທີ່ຕໍາຫລວດລວມໂຕກັນປິດລ້ອມອາຄານຂອງສໍານັກງານ ແລະຍ່າງເຂົ້າໄປໃນບໍລິເວນຫ້ອງຂ່າວ. ຕໍາຫລວດໄດ້ປະກາດອອກມາວ່າ ຕົນມີໃບມອບໝາຍອໍານາດໃຫ້ເຂົ້າມາກວດຄົ້ນ ເກັບກໍາ ແລະຮວບຮວມຫລັກຖານຂອງການລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດ.

ລັດຖະມົນຕີປ້ອງກັນຄວາມສະຫງົບຂອງຮົງກົງ ທ່ານ ຈອນ ລີ (John Lee) ໄດ້ກ່າວກັບນັກຂ່າວຫລັງຈາກນັ້ນວ່າ ການບຸກເຂົ້າໄປກວດຄົ້ນ ແມ່ນມຸ້ງເປົ້າໝາຍໄປທີ່ການຂຽນຂ່າວ “ທີ່ເປັນອາວຸດອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ”

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ