ພວກນັກສຶກສາເຄື່ອນໄຫວ ຮົງ ກົງ ອຸທອນຕໍ່ການຕັດສິນລົງໂທດຕິດຄຸກຂອງຕົນ

ສະມາຊິກສະພາ ທີ່ຖືກເລືອກຕັ້ງຄົນໃໝ່ ທ່ານເນຕັນ ລໍ (ກາງ) ບັນດາຜູ້ນຳ ນັກສຶກສາ ທ້າວຈາສົວ ວອງ (ຂວາ) ແລະທ້າວອາ ເລັກ ຈາວ ພົບປະກັບບັນດານັກຂ່າວ.

ພວກ​ນັກ​ເຄື່ອນ​ໄຫວ​ໜຸ່ມ​ສາມ​ຄົນ ​ເພື່ອ​ປະຊາທິປະ​ໄຕ​ຮົງ​ກົງ ​ໄດ້​ກັບ​ຄືນ​ໄປ​ສານ​ໃນ​ວັນ
​ອັງ​ຄານ​ມື້​ນີ້ ​ເພື່ອໄປ​ອຸທອນ​ການ​ຕັດສິນ​ລົງໂທດ​ເຂົາ​ເຈົ້າ ​ແລະ​ຕັດສິນຕິດ​ຄຸກ ​ໃນ​ການ​ນຳ
ພາ​ປະ​ທ້ວງ​ຄັ້ງໃຫຍ່​ໃນ​ປີ 2014.

ທ້າ​ວຈາ​ສົວ ວອງ ທ້າວ​ເນ​ຕັນ ລໍ ​ແລະ​ທ້າວ​ອາ​ເລັກ​ ຈາວ ​ໃນ​ຂັ້ນ​ຕົ້ນ​ໄດ້​ຮັບ​ການ​ລົງ​ໂທດ
​ກັກ​ຂັງ​ໂດຍສານ​ຊັ້ນ​ຕົ້ນ​ໃນ​ປີ 2016 ທີ່​ບຸກຖະຫລົ່ມ​ເຂົ້າ​ເດີ່ນຫ້ອງ ການປົກຄອງ​ລັດຖະ
ບານ ​ໃນ​ເດືອນ​ກັນຍາ​ປີ 2014 ທີ່​ໄດ້​ນຳພາ​ໄປ​ສູ່ການ “ປະຕິ​ວັດ​ຄັນ​ຫົ່ມ” ທີ່​ໄດ້​ປິດ​ຖະ
ໜົນຮາ​ຍ​ເວ​ທີ່​ສຳຄັນ​ຫລາຍ​ສາຍ​ເປັນ​ເວລາ​ກວ່າ ສອງ​ເດືອນ ​ໃນ​ການ​ຮຽກຮ້ອງ​ໃຫ້​ມີ​
ການ​ເລືອກ​ຕັ້ງ​ແບບເສລີຢ່າງ​ເຕັມ​ສ່ວນ.

​ແຕ່​ວ່າ​ພວກ​ໄອ​ຍະ​ການ​ໄດ້​ສຳ​ເລັດ​ການ​ຊັກ​ສ່ວນ​ໃຫ້​ສານ ຕັດ​ສິນ​ລົງ​ໂທດ​ເທື່ອ​ທຳ​ອິດ​
ວ່າ​ເບົາ​ເກີນ​ໄປລະຫວ່າງ​ການ​ຮັບ​ຟັງ​ໃນ​ເດືອນ​ສິງຫາ. ທ້າວ​ວອງ​ອາຍຸ 21 ປີ​ໄດ້​ຖືກ​ຕັດ
ສິນ​ລົງ​ໂທດ​ຫົກ​ເດືອນຢູ່​ໃນ​ຄຸກ ທ້າວ​ລໍ​ອາຍຸ 24 ປິ​ໄດ້​ຖືກ​ຕິດຄຸກ​ແປ​ດ​ເດືອນ ​ແລະ​ທ້າວ
ຈາວ​ອາຍຸ 27 ປີ​ໄດ້​ຖືກຕັດ​ສິນຕິດ​ຄຸກ​ເຈັດ​ເດືອນ.

ທ່ານ​ໂຣ​ເບີດ ​ປັງ ທະນາຍຄວາມ​ປ້ອງ​ກັນ​ໄດ້ໂຕ້​ຖຽງ​ລະຫວ່າງ​ການ​ຮັບ​ຟັງ​ໃນ​ວັນ​ອັງ
ຄານ​ມື້​ນີ້ຢູ່​ໃນ​ສານ​ອຸທອນ​ເທື່ອ​ສຸດ​ທ້າຍ​ວ່າ ການ​ຕັດສິນ​ລົງໂທດຕິດ​ຄຸກ ອາດ​ເປັນ​ໂອ
ກາດ​ຮັດ​ແຄບ​ການສະ​ແດງ​ອອກ​ມາ​ຂອງ​ຊາວ​ໜຸ່ມ​ຮົງ​ກົງ.

ພວກນັກເຄື່ອນໄຫວປະຊາທິປະໄຕ ໃນຮົງ ກົງ ພາກັນປະທ້ວງຢູ່ຕໍ່ໜ້າ ກົງສຸນຈີນ ໃນມາກາຕີ ນະຄອນມານິລາ ທີ 2, 2014.

ສານ​ໄດ້​ເລີກລາປາດ​ສະ​ຈາກ​ການ​ປະກາດຕັດສິນ​ໃຈ​ເທື່ອ​ສຸດ​ທ້າຍ ຊຶ່ງ​ຍຸຕິ​ທຳ​ກ່າວ​ວ່າ​
ຈະ​ມີ​ຂຶ້ນ​ໃນ​ວັນ​ຕໍ່​ມາ. ທັງ​ສາມ​ຄົນ​ຍັງ​ເປັນເປັ​ນ​ອິດສະຫຼະພາບປະກັນ​ໂຕ ລໍຖ້າ​ການ​ອຸ
ທອນ​ເຂົາ​ເຈົ້າ.

ຮົງ​ກົງ​ໄດ້​ຮັບ​ຄວາ​ມຊົມ​ຊື່ນ​ເສລີ​ພາບ​ຫລາຍ​ຢ່າງ​ພາຍ​ໃຕ້​ຂໍ້​ຕົກລົງ​ປີ 1997 ທີ່​ສົ່ງ​ເມືອງ
​ຄືນ​ໃຫ້​ແກ່​ຈີນ​ຈາກການ​ປົກ​ຄອງ​ຂອງ​ອັງກິດ ​ເຖິງ​ແມ່ນ​ວ່າ​ປັກ​ກິ່ງ​ຍັງ​ຮັກສາ​ການ​ເບິ່ງ
​ຢ່າງ​ໃກ້​ສິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Hong Kong Students Dissident